ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈຳປີ 2017

- pm thongloun - ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈຳປີ 2017
- kitchen vibe - ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈຳປີ 2017

ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈຳປີ 2017, ໄດ້ຈັດຂຶ້ນໃນວັນທີ 7-8 ກັນຍານີ້, ທີ່ຫໍປະຊຸມແຫ່ງ ຊາດ, ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງ, ບັນດາເຈົ້າແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ ແລະ ອົງການນິຕິບັດຍັດເຂົ້າຮ່ວມ.

ທ່ານນາຍົກລັດຖະມົນຕີ ກ່າວເປີດກອງປະຊຸມວ່າ: ກອງປະຊຸມດັ່ງກ່າວ, ຈະໄດ້ຮ່ວມກັນສະຫລຸບຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2017 ແລະ ປຶກສາຫາລືກ່ຽວກັບທິດທາງຂອງຮ່າງແຜນພັດທະນາເສດຖະກິດ-ສັງຄົມສຳລັບປີ 2018, ຮັບຟັງລາຍງານການສະຫລຸບຖອດຖອນບົດຮຽນ ແລະ ທິດທາງຜັນຂະຫຍາຍຜົນການຢ້ຽມຢາມຕ່າງປະເທດຂອງການນຳຂັ້ນສູງພັກ ແລະ ລັດຖະບານ ແລະ ຕີລາຄາຄືນການຈັດຕັ້ງປະຕິບັດມະຕິຄຳສັ່ງແຈ້ງການ ແລະ ຂໍ້ຕົກລົງຕ່າງໆຂອງລັດຖະບານໃນໄລຍະຜ່ານມາ, ໂດຍສະເພາະການຈັດຕັ້ງປະຕິບັດຄໍາສັ່ງເລກທີ15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ພ້ອມທັງທິິດຊີ້ນໍາເພີ່ມເຕີມຕ່າງໆຂອງລັດຖະບານກ່ຽວກັບບັນຫາດັ່ງກ່າວ, ປືກສາຫາລືທິດທາງການສົ່ງເສີມການຜະລິດເປັນສິນຄ້າ ແລະ ການຄໍ້າປະກັນຄວາມໜັ້ນຄົງດ້ານສະບຽງອາຫານ, ຮັບຟັງການລາຍງານກະກຽມຄວາມພ້ອມໃນການເປີດປີທ່ອງທ່ຽວລາວ  2018, ຮັບຟັງລາຍງານສະພາບການແກ້ໄຂສິ່ງກີດຂວາງ ແລະ ການຊົດເຊີຍ ຜູ້ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ.

- Visit Laos Visit SALANA BOUTIQUE HOTEL - ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈຳປີ 2017

ທ່ານ ທອງລຸນ ສີສຸລິດ ​ໄດ້ຢໍ້າວ່າ: ບັນຫາທີ່ນຳເຂົ້າກອງປະຊຸມ​ໃນຄັ້ງນີ້,ລ້ວນແຕ່ເປັນບັນຫາສຳຄັນ ແລະ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກໍຄືທິດທາງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ມີບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ເປັນຫົວຈັກຫລັກແຫລ່ງໃນການຊຸກຍູ້ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ. ສິ່ງສໍາຄັນ, ກອງປະຊຸມຍັງຈະໄດ້ສຸມໃສ່ຕີລາຄາຢ່າງກົງໄປກົງມາຕໍ່ໝາກຜົນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ແລະ ປຶກສາຫາລືບັນຫາສຳຄັນທີ່ພົວພັນກັບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມຂອງລັດຖະບານ ກໍຄືອຳນາດການປົກຄອງທ້ອງຖິ່ນໃນໄລຍະຜ່ານມາ ແລະ ທິດທາງແຜນການຕ່າງໆໃນຕໍ່ໜ້າໃຫ້ມີປະສິດທິຜົນ.

- 3 - ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈຳປີ 2017
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!