ທ່ານປະທານປະເທດລົງຊຸກຍູ້ການຜະລິດຢູ່ເມືອງຫາດຊາຍຟອງ

- 521 - ທ່ານປະທານປະເທດລົງຊຸກຍູ້ການຜະລິດຢູ່ເມືອງຫາດຊາຍຟອງ
- kitchen vibe - ທ່ານປະທານປະເທດລົງຊຸກຍູ້ການຜະລິດຢູ່ເມືອງຫາດຊາຍຟອງ

ທ່ານ ບຸນຍັງ ວໍລະຈິດ ເລ ຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກປະຊາຊົນປະ ຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການຜະລິດຂອງ ປະຊາຊົນ ຢູ່ເມືອງຫາດຊາຍຟອງນະຄອນ ຫລວງວຽງຈັນເມື່ອ ທ້າຍອາທິດ ຜ່ານມານີ້, ໂດຍມີ ທ່ານ ສິນລະ ວົງ ຄຸດໄພທູນ ເຈົ້າຄອງນະຄອນ ຫລວງວຽງຈັນ, ພ້ອມດ້ວຍບັນ ດາພະແນກ ແລະ ພາກສ່ວນ ກ່ຽວຂ້ອງໃຫ້ການຕ້ອນຮັບຢ່າງ ອົບອຸ່ນ.

 

- Visit Laos Visit SALANA BOUTIQUE HOTEL - ທ່ານປະທານປະເທດລົງຊຸກຍູ້ການຜະລິດຢູ່ເມືອງຫາດຊາຍຟອງ

 

+ ທ່ານປະທານຄຳໄຕ ສີພັນດອນ ພົບປະໂອ້ລົມການນຳຫລັກແຫລ່ງ ແຂວງຄຳມ່ວນ

+ ນະຄອນຫລວງສຳ​ເລັດການ​ຝຶກ​ອົບຮົມເຕັກນິກປຸງແຕ່ງຜະລິດຕະພັນກະສິກຳ

 

ການຢ້ຽມຢາມຄັ້ງນີ້, ທ່ານ ປະທານປະເທດໄດ້ຢ້ຽມຢາມ ເຂດການຜະລິດກະສິກຳຂອງປະ ຊາຊົນຫລາຍຈຸດ, ໂດຍສະເພາະ ຄອບຄົວຂອງທ່ານ ສົມມະລັດ ວົງຂຸນສີ ທີ່ເປັນຄອບຄົວຕົວແບບ ໃນການປູກເຫັດທີ່ນຳໃຊ້ເຄື່ອງ ມືທັນສະໄໝຢູ່ບ້ານຫາດດອກ ແກ້ວ, ໂດຍເລີ່ມຕົ້ນປູກແຕ່ປີ 2012 ເຊິ່ງໄດ້ລົງທຶນເບື້ອງຕົ້ນ 120 ລ້ານກີບ, ໃນນັ້ນມີສະຖານ ທີ່ເຮືອນປູກ 5 ຫລັງ, ສາມາດບັນ ຈຸເບົ້າເຊື້ອເຫັດ 10.000 ຖົງຕໍ່ ຫລັງ, ປູກຊຸດໜຶ່ງສາມາດເກັບໄດ້ 4 ເດືອນ, ຜົນຜະລິດ 20-30 ກິໂລຕໍ່ຄັ້ງຕໍ່ຫລັງ, ການຈຳໜ່າຍ ສ່ວນຫລາຍ ແມ່ນມີລູກຄ້າມາຊື້ ກັບທີ່ໃນລາຄາ 25.000 ກີບຕໍ່ ກິໂລ. ນອກນີ້ຍັງໄດ້ລົງທຶນປູກ ໝາກນາວ 17 ລ້ານກີບ, ນັບແຕ່ ປີ 2013 ເປັນຕົ້ນມາ ໃນເນື້ອທີ່ ໄລ່ເຄິ່ງມີ 190 ຕົ້ນ, ປີຜ່ານມາ ເກັບຜົນຜະລິດໄດ້ 2 ໂຕນກວ່າ, ຈໍາໜ່າຍໃນລາຄາ 3.000-15.000 ກີບຕໍ່ກິໂລ (ຂຶ້ນກັບແຕ່ ລະໄລຍະ) ພ້ອມຈຳໜ່າຍກ້ອນ ເຊື້ອເຫັດ, ເບ້ຍໝາກນາວ ແລະ ອື່ນໆ ສະເລ່ຍລາຍຮັບ 30 ລ້ານ ກວ່າກີບຕໍ່ປີ, ພ້ອມນີ້, ທ່ານປະ ທານປະເທດຍັງໄດ້ໄປຢ້ຽມຊົມ ສູນຈຳໜ່າຍຜະລິດຕະພັນໂອ ດ໊ອບ (ODOP) ຢູ່ສວນອິນ ແປງ, ປັດຈຸບັນມີຫົວໜ່ວຍທຸລະ ກິດ ແລະ ຜູ້ປະກອບການນຳເອົາ ສິນຄ້າ ODOP ມາວາງຈໍາ ໜ່າຍຫລາຍກວ່າ 30 ຫົວໜ່ວຍ, ໃນນີ້ 7 ຫົວໜ່ວຍເປັນຄອບຄົວ ຕົວແບບ, 3 ຫົວໜ່ວຍເປັນຂອງ ແຂວງຫົວພັນ ແລະ ແຂວງວຽງ ຈັນ. ພ້ອມນີ້ ຍັງວາງແຜນຈະອະ ນຸຍາດໃຫ້ຊາວຄ້າຂາຍນໍາເອົາ ພືດຜັກອິນຊີເຂົ້າມາວາງຈຳໜ່າຍ ໃນໄວໆນີ້ຕື່ມອີກ. ຈາກນັ້ນ, ທ່ານ ປະທານປະເທດກໍໄດ້ໃຫ້ກຽດ ພົບປະໂອ້ລົມ ພະນັກງານຫລັກ ແຫລ່ງເມືອງຫາດຊາຍຟອງທີ່ ຫ້ອງການປົກຄອງເມືອງ, ເຊິ່ງ ກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການນຳເມືອງທີ່ໄດ້ ເອົາໃຈໃສ່ຊີ້ນຳໆພາ, ເຮັດໃຫ້ ເມືອງຫາດຊາຍຟອງມີການພັດທະນາດີ, ພ້ອມທັງເນັ້ນໃຫ້ເມືອງ ເພີ່ມທະວີຄວາມເອົາໃຈໃສ່ໃນ ການແກ້ໄຂບັນຫາຢາເສບຕິດ, ໂດຍເລັ່ງໃສ່ເປົ້າໝາຍຕົ້ນຕໍລວມ ທັງບັນດາສະຖາບັນການສຶກ ສາ, ເອົາໃຈໃສ່ຕັ້ງໜ້າແກ້ໄຂບັນ ຫາອຸປະຕິເຫດໃຫ້ຫລຸດລົງ, ສຸມ ໃສ່ແກ້ໄຂຂໍ້ຂັດແຍ່ງທາງດ້ານທີ່ ດິນໂດຍ ໃຊ້ມາດຕະການ ແລະ ວິທີການທີ່ເໝາະສົມ, ພ້ອມນີ້ ກໍຕ້ອງເອົາໃຈໃສ່ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ໂດຍອີງ ໃສ່ທ່າແຮງບົ່ມຊ້ອນຂອງ ເມືອງ, ເອົາໃຈໃສ່ສ້າງຄອບຄົວຕົວ ແບບດ້ານຕ່າງໆໃຫ້ຫລາຍຂຶ້ນ ໂດຍມີການວາງຄາດໝາຍລະ ອຽດ, ຍົກສູງການປະຕິບັດວຽກ ງານຂອງສູນພັດທະນາກະສິ ກໍາຕ່າງໆໃຫ້ມີຄວາມເຂັ້ມແຂງ ເພື່ອເສີມຂະຫຍາຍຄອບຄົວ ຕົວແບບເປັນບ່ອນເຝິກອົບຮົມ ປະຊາຊົນໃຫ້ມີການຜະລິດ ຫລາຍຮູບຫລາຍສີຕິດພັນກັບ ການຊອກຕະຫລາດພາຍໃນ ແລະ ຕ່າງປະເທດ, ສືບຕໍ່ຂະ ຫຍາຍເນື້ອທີ່ການຜະລິດ ແລະ ຜົນຜະລິດໃຫ້ຫລາຍຂຶ້ນ, ຮັບປະ ກັນທັງຄຸນນະພາບ ແລະ ປະລິ ມານເພື່ອຕອບສະໜອງຄວາມ ຕ້ອງການຂອງຕະຫລາດທີ່ສູງ ຂຶ້ນ, ສາມາດຮອງຮັບການແຂ່ງ ຂັນໃນອະນາຄົດ ແລະ ການປຸງ ແຕ່ງຜະລິດຕະພັນກໍໃຫ້ມີຫລາຍຮູບຫລາຍສີຕາມທິດສີຂຽວ ແລະ ຍືນຍົງ, ທັງນີ້ກໍເພື່ອເຮັດໃຫ້ ປະຊາຊົນຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ ຕາມແນວທາງນະໂຍບາຍຂອງ ພັກວາງ ໄວ້.

 

ທ່ານ ບຸນທາມ ພຸດທະວົງ ສາ ເຈົ້າເມືອງຫາດຊາຍຟອງ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງ ຫາດຊາຍຟອງມີເນື້ອທີ່ 258 ກິໂລຕາແມັດ, ປະກອບມີ 60 ບ້ານ, ມີພົນລະເມືອງທັງໝົດ 97.600 ຄົນ, ທົ່ວເມືອງມີເນື້ອ ທີ່ປູກເຂົ້າ 9.895 ເຮັກຕາ, ສະ ເລ່ຍໃນແຕ່ລະປີພົນລະເມືອງຜູ້ ໜຶ່ງໄດ້ຮັບເຂົ້າເປືອກ 476 ກິໂລ, ມີກຸ່ມຜະລິດກະສິກຳອິນຊີ 2 ກຸ່ມ, ມີເນື້ອທີ່ 7 ເຮັກຕາ, ກຸ່ມຜະລິດ ກະສິກຳສະອາດ 3 ກຸ່ມມີເນື້ອ ທີ່ 29,52 ເຮັກຕາ ແລະ ທົ່ວ ເມືອງມີສິນຄ້າ ODOP ຈຳ ນວນ 4 ຫົວໜ່ວຍ ແລະ ກະກຽມ ສະເໜີໃໝ່ອີກ 2 ຫົວໜ່ວຍ.

- 5 - ທ່ານປະທານປະເທດລົງຊຸກຍູ້ການຜະລິດຢູ່ເມືອງຫາດຊາຍຟອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!