

ພາຍຫລັງໄດ້ມີບົດບັນທຶກການແກ້ໄຂຜົນກະທົບດ້ານສິ່ງແວດລ້ອມ (ມີກິ່ນເໝັນ) ຢູ່ຟາມລ້ຽງໝູໄຜ່ຄໍາ,ທີ່ຄຸ້ມບ້ານໂພນກອກເຂດບໍ່ໂອເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນລະຫວ່າງເຈົ້າຂອງຟາມດັ່ງກ່າວ ແລະ ນາຍບ້ານ 6 ບ້ານເປັນຕົວແທນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກກີ່ນເໝັນຂອງຂີ້ໝູ, ໂດຍມີທ່ານເຈົ້າເມືອງຫາດຊາຍຟອງເຂົ້າຮ່ວມເປັນສັກຂີພິຍານເມື່ອທ້າຍເດືອນກຸມພາຜ່ານມານີ້, ໂດຍໄດ້ຕົກລົງບັນຫາສໍາຄັນຄື: ບໍ່ໃຫ້ຈໍານວນໝູຢູ່ຟາມເກີນ 900 ໂຕຕໍ່ຊຸດ, ໃຫ້ຮີບຮ້ອນແກ້ໄຂກີ່ນເໝັນບໍ່ໃຫ້ເກີນປີ 2018 ແລະ ຖ້າກາຍກໍານົດຍັງບໍ່ສາມາດແກ້ໄຂໄດ້ແມ່ນຕ້ອງຢຸດເຊົາ ແລະ ຍ້າຍອອກຈາກພື້ນທີ່ຢ່າງສີ້ນເຊິງ ແລະ ເມື່ອບໍ່ດົນມານີ້, ນັກຂ່າວພວກເຮົາໄດ້ລົງໄປຕິດຕາມເບິ່ງການແກ້ໄຂບັນຫາກິ່ນເໝັນຢູ່ຟາມດັ່ງກ່າວ ແລະ ສໍາພາດທ່ານ ຄໍາໝັ້ນ ພີມພະຈັນ ຜູ້ອໍານວຍການສວນຊີວະພາບ (Eco-Learning Center) ໃຫ້ຮູ້ວ່າ: ຟາມລ້ຽງໝູແມ່ນກິດຈະການໜຶ່ງທີ່ເກີດຂຶ້ນຢູ່ສວນແຫ່ງນີ້ຕັ້ງແຕ່ປີ 1997 ເປັນຕົ້ນມາ, ຕົກມາຮອດປີ 2010 ຈຶ່ງໄດ້ຂະຫຍາຍຟາມໃຫ້ກວ້າງຂຶ້ນຕື່ມໃຫ້ສາມາດລ້ຽງໝູໄດ້ຈໍານວນຫລາຍຂຶ້ນ, ຈຶ່ງເຮັດໃຫ້ມີຂີ້ໝູ ແລະ ນໍ້າເປື້ອນຕ່າງໆຈາກຟາມມີປະລິມານຫລາຍ ແລະ ໄດ້ສົ່ງຜົນກະທົບບໍ່ດີຕໍ່ສິ່ງແວດລ້ອມຕາມມາຄືມີກິ່ນເໝັນຮຸນແຮງລອຍໄປເປັນບໍລິເວນກວ້າງ ແລະ ເຮັດໃຫ້ປະຊາຊົນຫລາຍບ້ານໃກ້ຄຽງໄດ້ຮັບຄວາມເດືອດຮ້ອນຈາກກິ່ນເໝັນດັ່ງກ່າວ ແລະ ມາຮອດປັດຈຸບັນການແກ້ໄຂບັນຫາໃນເບື້ອງຕົ້ນແມ່ນໄດ້ຫລຸດຈໍານວນໝູຈາກ 1.200 ໂຕຍັງເຫລືອ 900 ໂຕ, ໄດ້ນໍາໃຊ້ສານເຄມີເພື່ອດັບກີ່ນ ແລະ ຂ້າເຊື້ອຕ່າງໆໃນຟາມ, ໄດ້ສ້າງອຸມົງດັກກິ່ນທີ່ດູດອອກຈາກຟາມ, ພ້ອມທັງສ້າງອ່າງເກັບນໍ້າເປື້ອນຂະໜາດໃຫຍ່ 3 ແຫ່ງເພື່ອບໍາບັດນໍ້າທີ່ອອກຈາກຟາມ ແລະ ຜ່ານການແກ້ໄຂດ້ວຍວິທີດັ່ງກ່າວເຫັນວ່າສະພາບກິ່ນເໝັນໄດ້ມີທ່າອ່ຽງຫລຸດ ຜ່ອນລົງຫລາຍ. ສ່ວນການແກ້ໄຂໃນຂັ້ນຕໍ່ໄປແມ່ນຈະຜະລິດແກ໊ສຊີວະພາບຈາກຂີ້ໝູ, ໂດຍໄດ້ຮ່ວມມືກັບຄະນະວິສາວະກໍາສາດມະຫາວິທະຍາໄລແຫ່ງຊາດໃນການສຶກສາຄວາມເປັນໄປໄດ້ໃນການນໍາໃຊ້ສິ່ງເສດເຫລືອຈາກຂີ້ໝູ ແລະ ນໍ້າເປື້ອນຢູ່ຟາມມາຜະລິດແກ໊ສຊີວະພາບ, ພາຍຫລັງໄດ້ຮັບການສະໜັບສະໜູນທຶນຈໍານວນ 50 ພັນໂດລາສະຫະລັດຈາກອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາລາວເພື່ອພັດທະນາໂຄງການດັ່ງກ່າວ, ຊຶ່ງຄາດວ່າຈະສໍາເລັດໃນກາງປີ 2018 ແລະ ຈະຊ່ວຍແກ້ໄຂບັນຫາກິ່ນເໝັນ ແລະ ທັງໄດ້ແກ໊ສຊີວະພາບມານໍາໃຊ້ເຂົ້າໃນການແຕ່ງຢູ່ຄົວກິນອີກດ້ວຍ.