ການເວົ້າຄົນດຽວຈະມີການກະຕຸ້ນຄວາມຈື່ຈຳ ເຮັດໃຫ້ຄວາມຄິດຊັດເຈນຂຶ້ນ
March 18, 2023 - 10:18 AM


ການເວົ້າຄົນດຽວຈະມີການກະຕຸ້ນຄວາມຈື່ຈຳ ເຮັດໃຫ້ຄວາມຄິດຊັດເຈນຂຶ້ນ ຈົດຈໍ່ກັບສິ່ງຕ່າງໄດ້ຫລາຍຂຶ້ນ.
ເຄີຍມີການທົດລອງ ໂດຍໃຫ້ອາສາສະໝັກເຂົ້າຊຸບເປີມາເກັດແຫ່ງໜຶ່ງ ແລ້ວອາສາຕ້ອງຈື່ສິ່ງຂອງທີ່ພວກເຂົາຕ້ອງເອົາ ຜົນການທົດລອງສະແດງໃຫ້ເຫັນວ່າ ຄົນທີ່ເວົ້າຄົນດຽວລະຫວ່າງຈັບສິ່ງຂອງ ຫຼື ຊອກຫຍັງຢູ່ ສາມາດຊອກເຄື່ອງໄດ້ໄວກວ່າຄົນທີ່ບໍ່ເວົ້າຫຍັງ.
ຈາກຜົນການທົດລອງນີ້ ກໍໄດ້ມີການສຶກສາທີ່ໃຫ້ເຫັນວ່າການເວົ້າຄົນດຽວນັ້ນ ມີຂໍ້ດີ ແລະ ຊ່ວຍພັດທະນາເຮົາໃຫ້ກາຍເປັນຄົນສະຫລາດຂຶ້ນ.
ການເວົ້າກັບຕົວເອງມີຂໍ້ດີຄື:
– ຊ່ວຍກະຕຸ້ນຄວາມຈື່ຈຳ
– ເຮັດໃຫ້ເຮົາມີສະມາທິຫລາຍຂຶ້ນ
– ຊ່ວຍຈັດລຳດັບຄວາມຄິດ