ລາວຖື​ສໍາຄັນວຽກງານລົບລ້າງຄວາມບໍ່ຮູ້ໜັງສື

- erease education - ລາວຖື​ສໍາຄັນວຽກງານລົບລ້າງຄວາມບໍ່ຮູ້ໜັງສື
- kitchen vibe - ລາວຖື​ສໍາຄັນວຽກງານລົບລ້າງຄວາມບໍ່ຮູ້ໜັງສື

ເນື່ອງໃນໂອກາດວັນສາກົນແຫ່ງການລຶບລ້າງຄວາມທຸກບໍ່ຮູ້ໜັງສືຄົບຮອບ 52 ປີ (8 ກັນຍາ 1965-8 ກັນຍາ 2017) ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານນາງ ​ແສງ​ເດືອນ ​ຫລ້າຈັນທະ​ບູນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 5 ກັນຍານີ້ວ່າ: ວັນດັ່ງກ່າວແມ່ນມີຄວາມສໍາຄັນຢ່າງຍິ່ງຕໍ່ປະຊາຊາດໃນໂລກ, ໂດຍສະເພາະແມ່ນຜູ້ດ້ອຍໂອກາດ, ພາດ​ໂອກາດ​ການ​ສຶກສາ, ຄວາມ​ບໍ່​ຮູ້ໜັງສື ​ແລະ ການ​ຮຽນບໍ່​ຈົບ​ການ​ສຶກສາ​ຂັ້ນ​ພື້ນຖານ, ຊຶ່ງ​ເປັນ​ອຸປາສັກ​ຢ່າງ​ໃຫຍ່​ຫລວງຕໍ່​ຕົນ​ເອງ ​ແລະ ຄອບຄົວ, ຕໍ່​​ການ​ພັດທະນາ​ຄົນ ກໍ​ຄືການ​ພັດທະນາ​ຊັບພະຍາກອນ​ມະນຸດ, ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ຊາດ. ດັ່ງ​ນັ້ນ, ​ປະຊາຊົນ​ໃນ​ທົ່ວ​ໂລກ​ຈຶ່ງ​ຮຽກຮ້ອງທວງ​ເອົາ​ສິດ ​ແລະ ​ໂອກາດ​ທາງ​ການ​ສຶກສາ​ຮ່ຳຮຽນ ​ເພື່ອ​ເຮັດ​ໃຫ້​ປະ​ເທດ​​ເຫລົ່າ​ນັ້ນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ບໍ່​ຮູ້ໜັງສື.

+ວຽກງານການສຶກສາເຂດຊົນນະບົດໄດ້ຮັບການປັບປຸງດີຂຶ້ນ

- Visit Laos Visit SALANA BOUTIQUE HOTEL - ລາວຖື​ສໍາຄັນວຽກງານລົບລ້າງຄວາມບໍ່ຮູ້ໜັງສື
- Visit Laos Visit SALANA BOUTIQUE HOTEL - ລາວຖື​ສໍາຄັນວຽກງານລົບລ້າງຄວາມບໍ່ຮູ້ໜັງສື

+ຈີນຈະເພີ່ມທຶນການສຶກສາໃຫ້ອາຊຽນສອງເທົ່າ

ທ່ານນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ ​ກ່າວ​ວ່າ: ສະ​ເພາະ ສປປ ລາວ ພັກ ​ແລະ ລັດຖະບານ​ ຍາມ​ໃດ​ກໍ​ເຫັນ​ຄວາມ​ສຳຄັນຕໍ່​ວຽກງານ​ສຶກສາ​ຂອງ​ປະຊາຊົນ​ບັນດາ​ເຜົ່າຕໍ່​ການ​ລົບ​ລ້າງ​ຄວາມ​ບໍ່​ຮູ້ໜັງສື ທີ່​ໄດ້​ສະ​ແດງ​ອອ​ກໃຫ້​ເຫັນ ​ໃນ​ກົດໝາຍວ່າ​ດ້ວຍ​ການ​ສຶກສາ​ແຫ່ງ ສປປ ລາວ ​ໄດ້​ລະບຸ​ສະ​ເພາະ​ຕໍ່​ວຽກ ງານການ​ລົບ​ລ້າງ​ຄວາມ​ບໍ່​ຮູ້ໜັງສື ກໍ​ຄືລະບົບ​ການ​ສຶກສານ​ອກ​ໂຮງຮຽນ ພາຍຫລັງ​ທີ່ ສປປ ລາວ ໄດ້ປະກາດ​ການ​ຈົບ​ຊັ້ນ​ປະຖົມ​ບຳລຸງ​ທົ່ວ​ປະ​ເທດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 28 ສິງຫາ 2015 ​ເປັນ​ຕົ້ນ​ມາ, ກໍ​ໄດ້​ສືບ​ຕໍ່​ການ​ເກັບ​ກຳສະຖິຕິຈຳນວນ​ປະຊາກອນທີ່​ຍັງ​ບໍ່​ທັນ​ຈົບ​ຊັ້ນ​ປະຖົມ ​ແລະ ພ້ອມ​ທັງ​ຈັດ​ຕັ້ງ​ປະຕິບັດແຜນການ​ຮຽນ-ການ​ສອນຂອງ​ການ​ສຶກສານ​ອກ​ໂຮ​ງຮຽນ, ຊຶ່ງ​ໃນ​ປີ 2016-2017 ​ໄດ້​ມີ​ຜົນສຳ​ເລັດ​ບາງ​ດ້ານ ​ຄື: ປະຊາກອນ​ທີ່​ມີ​ເກນ​ອາຍຸ 15 ປີ​ຂຶ້ນ​ໄປຮຽນຈົບ​ລະດັບ​ລົບ​ລ້າງ​ຄວາມ​ຮູ້ໜັງສືມີ​​ເກືອ​ບ 10.000 ຄົນ, ຍິງປະມານ 5.000 ຄົນ, ຮຽນຈົບ​ຊັ້ນ​ປະຖົມ​ບຳລຸງ​ເກືອບ 20.000 ຄົນ, ຍິງຫລາຍ​ກວ່າ 10.000 ຄົນ, ​ໄດ້​ຮຽນບຳລຸງ​ຊັ້ນ​ມັດທະຍົມ ​ແລະ ຜູ້​ທີ່​ຮຽນຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ລະບົບ​ບຳລຸງມີ​ຫລາຍ​ກວ່າ 40.000 ຄົນ, ຍິງ​ເກືອບ 20.000 ຄົນ, ​ໄດ້​ປະກາດ​ຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ທົ່ວ​ເມືອງ​ໄດ້ 89 ​ເມືອງ​ ແລະ ປະກາດ​ຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ບຳລຸງ​ທົ່ວ​ແຂວງ​ໄດ້ 2 ​ແຂວງ ​ແລະ 1 ນະຄອນຫລວງ​ຄື: ​ໄຊ​ຍະ​ບູລີ, ​ຊຽງຂວາງ ​ແລະ ນະຄອນຫລວງ​ວຽງຈັນ, ຈົບ​ຊັ້ນ​ມັດທະຍົມ​ຕອນ​ປາຍມີ​​ເກືອບ 1.900 ຄົນ, ຍິງຫລາຍ​ກວ່າ 500 ຄົນ.

​ຕາມ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ​​ຫລັງ​ປີ 2015 ຈະ​ພັດທະນາການສຶກສາ​ຕາມ​ທິດ​ແບບ​ຍືນ​ຍົງ ​ແລະ ການ​ຮຽນຮູ້​ຕະຫລອດ​ຊີວິດ. ສະ​ນັ້ນ, ສປປ ລາວ ​ໄດ້​ເລັ່ງ​ໃສ່ຍົກ​ລະດັບ​ການ​ສຶກສາ​ໃຫ້​ພົນລະ​ເມືອງ​ລາວຈົບ​ການ​ສຶກສາ​ພາກ​ບັງ​ຄັບ (9 ປີຮຽນ) ​ເອົາ​ໃຈ​ໃສ່​ຂະຫຍາຍ​ຕາໜ່າງການ​ສຶກສາ​ຊັ້ນ​ປະຖົມ ​ແລະ ມັດທະຍົມ​ຕອນ​ຕົ້ນ​ໃຫ້​ທົ່ວ​ເຖິງ, ພ້ອມ​​ສ້າງ​ເງື່ອນ​ໄຂ​ໃຫ້​ພົນລະ​ເມືອງ​ລາວສາມາດ​​ເຂົ້າ​ເຖິງ​ການ​ສຶກສາ​ຊັ້ນ​ປະຖົມ ​ແລະ ມັດທະຍົມ​ຕອນ​ຕົ້ນ​ໃຫ້​ທົ່ວ​ເຖິງ ​ທັງ​ສ້າງ​ເງື່ອນ​ໄຂ​ໃຫ້​ພົນລະ​ເມືອງ​ລາວ​ສາມາດ​​ເຂົ້າ​ເຖິງ​ການ​ສຶກສາ​ຢ່າງ​ມີ​ຄວາມ​ສະ​ເໝີພາບ​ ແລະ ​ເອົາ​ໃຈ​ໃສ່ການ​ຮຽນ-ການ​ສອນ​ການ​ບຳລຸງ​ຍົກ​ລະດັບ​ໃຫ້​ປະຊາຊົນ​ໃນ​ຮູບ​ແບບ​ການ​ສຶກສານ​ອກ​ໂຮງຮຽນ​ເປັນ​ປົກກະຕິ, ຜູ້​ທີ່​ຈົບ​ຊັ້ນ​ປະຖົມ​ສຶກສາ​ແລ້ວ ກໍ​ໃຫ້​ສືບ​ຕໍ່​ບຳລຸງ​ໃຫ້​ຈົບ​ຊັ້ນ​ມັດທະຍົມ​ຕົ້ນ ຫລື ສູງ​ກວ່າ​ນັ້ນ, ​ເພື່ອ​ໃຫ້ບັນລຸ​ຄາດໝາຍຮອດປີ 2020 ປະຊາກອນ​ທີ່​ມີ​ອາຍຸ​ແຕ່ 15-35 ປີໃຫ້​ສຳ​ເລັດ​ການ​ສຶກສາ​ຊັ້ນມັດທະຍົມ​ຕອນ​ຕົ້ນ​ບຳລຸງໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

- 4 - ລາວຖື​ສໍາຄັນວຽກງານລົບລ້າງຄວາມບໍ່ຮູ້ໜັງສື
- 5 - ລາວຖື​ສໍາຄັນວຽກງານລົບລ້າງຄວາມບໍ່ຮູ້ໜັງສື
- 3 - ລາວຖື​ສໍາຄັນວຽກງານລົບລ້າງຄວາມບໍ່ຮູ້ໜັງສື
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!