ພາຍຸເຟຣດດີພັດຖະຫລົ່ມມາລາວີຢ່າງໜັກ ເສຍຊີວິດແລ້ວ 200 ຄົນ ບາດເຈັບເກືອບ 600 ຄົນ

ພາຍຸເຟຣດດີພັດຖະຫລົ່ມມາລາວີຢ່າງໜັກ ເສຍຊີວິດແລ້ວ 200 ຄົນ ບາດເຈັບເກືອບ 600 ຄົນ - 64962308 905 - ພາຍຸເຟຣດດີພັດຖະຫລົ່ມມາລາວີຢ່າງໜັກ ເສຍຊີວິດແລ້ວ 200 ຄົນ ບາດເຈັບເກືອບ 600 ຄົນ
ພາຍຸເຟຣດດີພັດຖະຫລົ່ມມາລາວີຢ່າງໜັກ ເສຍຊີວິດແລ້ວ 200 ຄົນ ບາດເຈັບເກືອບ 600 ຄົນ - kitchen vibe - ພາຍຸເຟຣດດີພັດຖະຫລົ່ມມາລາວີຢ່າງໜັກ ເສຍຊີວິດແລ້ວ 200 ຄົນ ບາດເຈັບເກືອບ 600 ຄົນ

ທາງການມາລາວີເປີດເຜີຍວ່າ: ພາຍຸເຟຣດດີ ໜຶ່ງໃນພາຍຸທີ່ມີພະລັງທີ່ສຸດທີ່ເຄີຍໄດ້ຮັບການບັນທຶກໄວ້ໃນເຂດຊີກໂລກໃຕ້ ພັດຖະຫລົ່ມມາລາວີຢ່າງໜັກໃນວັນທີ 14 ມີນາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 200 ຄົນ, ໄດ້ຮັບບາດເຈັບອີກເກືອບ 600 ຄົນ. ຂະນະທີ່ອີກປະມານ 40 ຄົນຍັງສູນຫາຍ.

ຫລາຍພື້ນທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ໂດຍສະເພາະເມືອງແບລນໄທ ເຂດສູນກາງທາງການຄ້າໃນມາລາວີທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດ ລະດັບນໍ້າຖ້ວມສູງຂຶ້ນຢ່າງວ່ອງໄວ, ເສັ້ນທາງສັນຈອນ ແລະ ຂົວຫລາຍຈຸດເປ່ເພເສຍຫາຍ, ເກີດສະພາບດິນເຈື່ອນ ສົ່ງຜົນໃຫ້ການປະຕິບັດພາລະກິດຊ່ວຍເຫລືອຜູ້ປະສົບໄພເປັນໄປດ້ວຍຄວາມຍາກລໍາບາກ.

ພາຍຸເຟຣດດີພັດຖະຫລົ່ມມາລາວີຢ່າງໜັກ ເສຍຊີວິດແລ້ວ 200 ຄົນ ບາດເຈັບເກືອບ 600 ຄົນ - Visit Laos Visit SALANA BOUTIQUE HOTEL - ພາຍຸເຟຣດດີພັດຖະຫລົ່ມມາລາວີຢ່າງໜັກ ເສຍຊີວິດແລ້ວ 200 ຄົນ ບາດເຈັບເກືອບ 600 ຄົນ

ກະຊວງຊັບພະຍາກອນທໍາມະຊາດ ແລະ ການປ່ຽນແປງສະພາບອາກາດມາລາວີ ລາຍງານວ່າ: ປັດຈຸບັນພາຍຸໄດ້ອ່ອນກໍາລັງລົງແລ້ວ, ແຕ່ອິດທິພົນຂອງພາຍຸຍັງເຮັດໃຫ້ຫລາຍພື້ນທີ່ມີຝົນຕົກຢ່າງໜັກ ແລະ ມີລົມພັດແຮງ ໂດຍສະເພາະພື້ນທີ່ທາງພາກໃຕ້ຂອງມາລາວີ.

ໂດຍໄລຍະຜ່ານມາ ພາຍຸເຟຣດດີໄດ້ພັດຖະຫລົ່ມໂມຊໍາບິກຢ່າງໜັກເຊັ່ນດຽວກັນ ສົ່ງຜົນໃຫ້ປະຊາຊົນປະມານ 4.000 ຄອບຄົວຕ້ອງຫາບ່ອນລີ້ໄພຊົ່ວຄາວ ກ່ອນພາຍຸດັ່ງກ່າວຈະເຄື່ອນທີ່ໄປທາງຝັ່ງຂອງມາລາວີ. ປັດຈຸບັນຈໍານວນຜູ້ເສຍຊີວິດຈາກພາຍຸດັ່ງກ່າວທີ່ພັດຖະຫລົ່ມມາລາວີ, ໂມຊໍາບິກ ແລະ ມາດາກັດສະກາ ນັບແຕ່ເດືອນກຸມພາຜ່ານມາ ລວມທັງຄັ້ງນີ້ເປັນຄັ້ງທີ 2 ໃນຮອບ 1 ເດືອນ ສູງກວ່າ 230 ຄົນແລ້ວ, ຫລາຍຝ່າຍຄາດວ່າຈໍານວນຜູ້ເສຍຊີວິດມີທ່າອ່ຽງເພີ່ມສູງຂຶ້ນອີກ ຖ້າການຊ່ວຍເຫລືອຜູ້ປະສົບໄພຍັງເປັນໄປດ້ວຍຄວາມຍາກລໍາບາກ.

ອ້າງອີງ:

https://www.bbc.com/news/world-africa-64938811

https://www.reuters.com/…/malawis-storm-freddy-death…/

https://www.okayafrica.com/cyclone-freddy-malawi-mozambique/

https://edition.cnn.com/…/malawi-mozambique…/index.html

ພາຍຸເຟຣດດີພັດຖະຫລົ່ມມາລາວີຢ່າງໜັກ ເສຍຊີວິດແລ້ວ 200 ຄົນ ບາດເຈັບເກືອບ 600 ຄົນ - 3 - ພາຍຸເຟຣດດີພັດຖະຫລົ່ມມາລາວີຢ່າງໜັກ ເສຍຊີວິດແລ້ວ 200 ຄົນ ບາດເຈັບເກືອບ 600 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!