ທູດໄທ ປະຈໍາລາວ ເຂົ້າຢ້ຽມຂ່ຳນັບຮອງນາຍົກລັດຖະມົນຕີ

ທູດໄທ ປະຈໍາລາວ ເຂົ້າຢ້ຽມຂ່ຳນັບຮອງນາຍົກລັດຖະມົນຕີ - 336286399 873334980393766 8051421074668536560 n - ທູດໄທ ປະຈໍາລາວ ເຂົ້າຢ້ຽມຂ່ຳນັບຮອງນາຍົກລັດຖະມົນຕີ
ທູດໄທ ປະຈໍາລາວ ເຂົ້າຢ້ຽມຂ່ຳນັບຮອງນາຍົກລັດຖະມົນຕີ - kitchen vibe - ທູດໄທ ປະຈໍາລາວ ເຂົ້າຢ້ຽມຂ່ຳນັບຮອງນາຍົກລັດຖະມົນຕີ
ວັນທີ 13 ມີນາ 2023 ຜ່ານມາ, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກຳມະການກົມ ການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ແຫ່ງຣາຊະອາ ນາຈັກໄທ ປະຈໍາ ສປປ ລາວ ໃນໂອກາດມາດໍາລົງຕໍາແໜ່ງ ເປັນເອກອັກຄະຣາຊະທູດ ປະຈໍາ ສປປ ລາວ ຄົນໃໝ່.
ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງຕີລາຄາສູງ ແລະ ຊົມເຊີຍຕໍ່ທ່ານ ນາງ ມໍລະກົດ ສີສະຫວັດດີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ຄົນໃໝ່ ເພື່ອສືບຕໍ່ປະກອບ ສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນ ແລະ ເພີ່ມທະວີຂຶ້ນໃນທຸກລະດັບ ໂດຍສະເພາະແມ່ນການເຫັນດີຮ່ວມກັນໃນການຮ່ວມມື, ແລກປ່ຽນ ຂໍ້ມູນເຊິ່ງກັນ ແລະ ກັນ ໃນການສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ, ບັນຫາການຄ້າມະນຸດ, ບັນຫາການລັກລອບຂ້າມຊາຍແດນແບບຜິດກົດໝາຍ ແລະ ການຄ້າຂາຍເຖື່ອນຂ້າມຊາຍແດນລະຫວ່າງສອງປະເທດ, ແນໃສ່ຮັບປະກັນໃຫ້ການທ່ອງທ່ຽວ, ການໄປ-ມາ ຫາສູ່ກັນເຊິ່ງກັນ ແລະ ກັນ, ການທໍາມາຫາກິນຂອງປະຊາຊົນທັງສອງປະເທດ ໃຫ້ມີຄວາມສະດວກສະບາຍ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພຍິ່ງຂຶ້ນ.
ທ່ານ ນາງ ມໍລະກົດ ສີສະຫວັດດີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນການເຂົ້າຢຽມຂ່ຳນັບໃນຄັ້ງນີ້ ແລະ ພ້ອມໃຫ້ການພົວພັນຮ່ວມມືຢ່າງຮອບດ້ານ ແນໃສ່ຮັບປະກັນໃນການປະຕິບັດວຽກງານດ້ານການທູດມີຄວາມຮັດແໜ້ນ ແລະ ໄດ້ຮັບຜົນສຳເລັດຫລາຍຂຶ້ນກວ່າທີ່ຜ່ານມາ.
อาจเป็นรูปภาพของ 7 คน และ ผู้คนกำลังยืน ທູດໄທ ປະຈໍາລາວ ເຂົ້າຢ້ຽມຂ່ຳນັບຮອງນາຍົກລັດຖະມົນຕີ - 335437715 724965422604138 2856209242435529639 n - ທູດໄທ ປະຈໍາລາວ ເຂົ້າຢ້ຽມຂ່ຳນັບຮອງນາຍົກລັດຖະມົນຕີ
ຂໍ້ມູນ: ປກສ
ທູດໄທ ປະຈໍາລາວ ເຂົ້າຢ້ຽມຂ່ຳນັບຮອງນາຍົກລັດຖະມົນຕີ - 3 - ທູດໄທ ປະຈໍາລາວ ເຂົ້າຢ້ຽມຂ່ຳນັບຮອງນາຍົກລັດຖະມົນຕີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!