ລວງພະບາງ ຈະຄຸ້ມຄອງຂະແໜງການທ່ອງທ່ຽວ ໃຫ້ສະຫງົບ, ປອດໄພ ຮັກສາໄດ້ມາດຕະຖານການທ່ອງທ່ຽວ


ທ່ານ ພັນໂທ ວິລະຫົງ ໄຊວິສິດ ຮອງກອງບັນຊາການ ປກສ ນະຄອນຫລວງພະບາງ ລາຍງານຕໍ່ກອງປະຊຸມ ວຽກງານຄຸ້ມຄອງ ແຂກພັກເຊົາໂຮງແຮມ, ເຮືອນພັກ, ສີສອດ ຢູ່ນະຄອນຫລວງພະບາງ ວັນທີ 9 ມີນາ 2023 ຜ່ານມານີ້ວ່າ:
ໃນໄລຍະຜ່ານມາ ໄດ້ສຸມໃສ່ຈັດຕັ້ງປະຕິບັດການຄຸ້ມຄອງອາຊີບ-ພາຫະນະພິເສດ ໂດຍສະເພາະແມ່ນຄຸ້ມຄອງໂຮງແຮມ 102 ຫຼັງ, ເຮືອພັກ 260 ຫຼັງ, ລີສອດ13 ຫຼັງ, ຮ້ານອາຫານ 169 ຮ້ານ, ຮ້ານກິນດື່ມ 95 ຮ້ານ, ບັນເທີງ 6 ຮ້ານ, ຄາລາໂອເກະ 10 ຮ້ານ, ຮ້ານອົບນວດ 38 ຮ້ານ, ຮ້ານເສີມສວຍ 26 ຮ້ານ, ຮ້ານສ້ອມແປງລົດໃຫ່ຍ 47 ຮ້ານ-ລົດຈັກ 106 ຮ້ານ, ຊ່ຽງກະແຈ 5 ຮ້ານ, ຮ້ານສ້ອມແປງ-ຂາຍໂທລະສັບ 32 ຮ້ານ, ຮ້ານອິນເຕີເນັດ 19 ຮ້ານ, ຮ້ານຖ່າຍຮູບ 12 ຮ້ານ, ຂາຍເງິນ-ຄໍາ 12 ຮ້ານ, ໂຮງຊ່ຽນ 2 ຮ້ານ, ໂຮງພີມ 1 ແຫ່ງ.
ໄດ້ປະຕິບັດຕາມແຜນການປັບປຸງວຽກງານປ້ອງກັນຄວາມສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນໄດ້ 9 ກຸ່ມເທສະບານນະຄອນຫລວງພະບາງ.ໂດຍນໍາເອົາແນວທາງນະໂຍບາຍຂອງພັກ-ລັດ, ນິຕິກໍາຕ່າງໆ ລົງເຊື່ອມຊຶມໂຄສະນາສຶກສາອົບຮົມປະຊາຊົນບັນດາເຜົ່າ, ຫົວໜ່ວຍບໍລິການທຸລະກິດ, ຜູ້ປະກອບການຕ່າງໆ ໄດ້ເຂົ້າໃຈຢ່າງກກວ້າງຂວາງ,ຫັນລົງເຮັດວຽກງານກໍາລັງປ້ອງກັນຂັ້ນຮາກຖານກຸ່ມບ້ານ,ສ້າງ ປກສ ບ້ານ, ກໍາລັງປ້ອງການສໍານັກງານ-ຫ້ອງການ, ປ້ອງການຫົວໜ່ວຍທຸລະກິດຕ່າງໆ, ຄຸ້ມຄອງພົນລະເມືອງລາວ-ຊາວຕ່າງປະເທດ, ຄຸ້ມຄອງແກ້ໄຂເປົ້າໝາຍອາຊະຍາກໍາ, ສະກັດກັ້ນ-ແກ້ໄຂຕໍ່ເຫດການທີ່ເກີດຂຶ້ນໄດ້ວ່ອງໄວທັນກັບສະພາບການ ສາມາດເຮັດໃຫ້ສະພາບເຫດການທີ່ເກີດຂຶ້ນລຸດລົງ ແລະ ແກ້ໄຂໄດ້ເປົ້າໝາຍມາດໍາເນີນຄະນະດີຕາມລະບຽບກົດໝາຍ.