ແຫລ່ງທ່ອງທ່ຽວພູຖະແຫລງເຂດທະເລໝອກ

- 142sss - ແຫລ່ງທ່ອງທ່ຽວພູຖະແຫລງເຂດທະເລໝອກ
- kitchen vibe - ແຫລ່ງທ່ອງທ່ຽວພູຖະແຫລງເຂດທະເລໝອກ

ປ່າສະຫງວນພູຖະແຫຼງຂຶ້ນ ກັບເມືອງບຸນເໜືອ, ແຂວງຜົ້ງ ສາລີ ມີເນື້ອທີ່ກວ້າງປະມານ 9274ເຮັກຕາ, ເປັນເຂດ ທີ່ມີ ຄວາມອຸດົມສົມບູນ ແລະ ຮັ່ງມີ ໄປດ້ວຍຊັບພະຍາກອນທຳມະ ຊາດ ແລະ ສັດສາວາສິ່ງພ້ອມ ທັງພືດພັນນາໆຊະນິດ. ແລະ ເປັນເຂດທ່ອງທ່ຽວທີ່ສວຍ ສົດງົດງາມຖືກປະດັບປະດາໄປ ດ້ວຍທິວທັດທຳມະຊາດພູຜາ ປ່າໄມ້ ແລະ ສາຍພູທີ່ຍາວຢຽດ ສະຫຼັບຊັບຊ້ອນກັນໄປເປັນຖັ້ນ ເປັນແຖວປະກອບກັບພາບທະ ເລໝອກໃນຍາມເຊົ້າ. ເບິ່ງຢ່າງ ງົດງາມຮອດຍາມຄ້ອຍຄໍ່າລົງ ແລງມາຝຸງໝູ່ສັດປ່ານາໆຊະ ນິດຮໍ່າຮ້ອງພາກັນກັບ ຕ່າວຄືນ ສູ່ເຮືອນຮັງ.

 

- Visit Laos Visit SALANA BOUTIQUE HOTEL - ແຫລ່ງທ່ອງທ່ຽວພູຖະແຫລງເຂດທະເລໝອກ

 

- bng 300x202 - ແຫລ່ງທ່ອງທ່ຽວພູຖະແຫລງເຂດທະເລໝອກ

 

+ ໃຜໄດ້ຈາກແຫລ່ງທ່ອງທ່ຽວ

+ ຂີ່ເຮືອຊົມວິວທີ່ວັງວຽງໃຜເຫັນແລ້ວກໍ່ຫລົງສະເໜ່

+ ທ່ຽວຜົ້ງສາລີ

 

ຝັງແລ້ວໜ້າອອນ ຊອນປ່າສະຫງວນແຫ່ງນີ້ມີພູມອາກາດປອດໂປ່ງ ແລະ ສົດໃສ ດີມີສາຍລົມເຢັນພັດໂຊຍມາຈາກ ສາຍພູຢ່າງບໍ່ຂາດສາຍ ເຮັດໃຫ້ ຮ່າງກາຍຊຸ່ມເຢັນ, ຈິດໃຈສົດ ຊື່ນ ແລະ ເພີດເພີນໄປກັບທຳມະ ຊາດ ແຫ່ງນີ້ຈົນລືມອິດລືມເມື່ອຍ. ຖ້າທ່ານໃດຫາກໄດ້ໄປ ແຂວງ ຜົ້ງສາລີຢ່າລືມໄປທ່ຽວຊົມປ່າ ສະຫງວນພູຖະແຫຼງທີ່ມີ ຊື່ລື ນາມແຫ່ງທະເລໝອກ, ພ້ອມ ພວກເຮົາຈະໄດ້ສຳພັດກັບທຳ ມະຊາດທີ່ສວຍສົດງົດງາມ ແລະ ຈະໄດ້ທ່ຽວຊົມສັດປ່າ ຢ່າງໜ້າຕື່ນ ເຕັ້ນເມື່ອແລເຫັນ ກະທິງ, ກວາງ, ຟານ, ທີ່ຫາ ກິນຢູ່ຕາມປ່າໃຫຍ່ດົງຫຼວງທີ່ ກວ້າງໆແຫ່ງນີ້ ແລະ ເລາະລຽບ ໄປຕາມຕີນພູ- ເນີນພູທີ່ຍາວ ຢຽດຢ່າງສະໜຸກສະໜານ, ຫຼຽວ ໄປເທິງປາຍໄມ້ຢູ່ຈອມພູທີ່ສູງ ຊັນຈະເຫັນຝູງນົກນາໆຊະນິດ ຮ້ອງສົ່ງສຽງດັງກ້ອງໄປທົ່ວປ່າ ດົງ, ຫຼຽວລົງເຂດຕີນພູກໍຈະເຫັນ ຫ້ວຍນໍ້າໃສໄຫຼເຢັນເຫັນໝູ່ປາ ລ່ອງລອຍໄປມາຕາມອັດສະຍາ ໄສຂອງສັດນໍ້າທີ່ທຳມະຊາດໄດ້ ສ້າງໄວ້ໃຫ້ ຄົນ ເຮົາໄດ້ເບິ່ງໄດ້ ຊົມຢ່າງບໍ່ມີວັນຫຼົງລືມໄດ້.

 

                    ດັ່ງກາບກອນທີ່ໄດ້ພັນລະນາໄວ້:

* ປ່າສະຫງວນເປັນເຂດກໍ້າ                ພູຖະແຫຼງແຫຼ່ງທ່ອງທ່ຽວ
ຫຼຽວເຫັນພູຍາວຢຽດອ້ອມ                ເປັນວົງກວ້າງຖີ່ແຖວ
ຂຽວຄືເທົາມາຫໍ່ຫຸ້ມ                            ຕົ້ນໄມ້ສູງຍາວເປັນພຸ່ມ
ຊຸມໄກ່ປ່າລີງນົກພ້ອມ                         ທະນີຮ້ອງສົ່ງມາ
* ຕາມຕີນພູປ່າກ້ວາງ                         ກະທິງກວາງຟານແລ່ນ
ຫາກິນປີນໄຕ່ເຕັ້ນ                               ເຫັນແລ້ວໜ້າສະອອນ
ແສນອອນຊອນຍາມຍ່າງຍ້າຍ           ຕາມສາຍທານທີ່ໄສສ່ອງ                                                                                                                                                        ມີໝູ່ປາລອຍລ່ອງຫຼິ້ນ                        ຂະໂຍງເຕັ້ນສວບເຍື່ອກິນ ສະອອນເດ.

 

 

 

- dfcf 300x202 - ແຫລ່ງທ່ອງທ່ຽວພູຖະແຫລງເຂດທະເລໝອກ

 

ໂດຍ: ຊາຍພະເນຈອນ

- 5 - ແຫລ່ງທ່ອງທ່ຽວພູຖະແຫລງເຂດທະເລໝອກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!