ແມນຢູ ເຊື່ອເຊັນສັນຍາ ແຮຣີ ເຄນ ຮ່ວມທີມພາຍໃຕ້ຫນຶ່ງເງື່ອນໄຂ

ແມນຢູ ເຊື່ອເຊັນສັນຍາ ແຮຣີ ເຄນ ຮ່ວມທີມພາຍໃຕ້ຫນຶ່ງເງື່ອນໄຂ -                                          89 - ແມນຢູ ເຊື່ອເຊັນສັນຍາ ແຮຣີ ເຄນ ຮ່ວມທີມພາຍໃຕ້ຫນຶ່ງເງື່ອນໄຂ
ແມນຢູ ເຊື່ອເຊັນສັນຍາ ແຮຣີ ເຄນ ຮ່ວມທີມພາຍໃຕ້ຫນຶ່ງເງື່ອນໄຂ - kitchen vibe - ແມນຢູ ເຊື່ອເຊັນສັນຍາ ແຮຣີ ເຄນ ຮ່ວມທີມພາຍໃຕ້ຫນຶ່ງເງື່ອນໄຂ

ແມນຢູ ເຊື່ອເຊັນສັນຍາ ແຮຣີ ເຄນ ຮ່ວມທີມພາຍໃຕ້ຫນຶ່ງເງື່ອນໄຂ -                                          89 - ແມນຢູ ເຊື່ອເຊັນສັນຍາ ແຮຣີ ເຄນ ຮ່ວມທີມພາຍໃຕ້ຫນຶ່ງເງື່ອນໄຂ

ແມນເຊສເຕີ ຢູໄນເຕັດ ເຊື່ອວ່າພວກເຂົາຈະສາມາດປິດບັນຊີຊື້ ແຮຣີ ເຄນ ກອງໜ້າ ທັອດແນມ ຮັອດສະເປີ ມາຮ່ວມໃນລະດູການນີ້ ຫາກ ສະເປີ ພາດໂຄຕ້າໄປຫລິ້ນໃນຢູຟາ ແຊ໊ມປຽນ ລີກ ລະດູການໜ້າ.

ແມນຢູ ເຊື່ອເຊັນສັນຍາ ແຮຣີ ເຄນ ຮ່ວມທີມພາຍໃຕ້ຫນຶ່ງເງື່ອນໄຂ - Visit Laos Visit SALANA BOUTIQUE HOTEL - ແມນຢູ ເຊື່ອເຊັນສັນຍາ ແຮຣີ ເຄນ ຮ່ວມທີມພາຍໃຕ້ຫນຶ່ງເງື່ອນໄຂ

ກ່ອນໜ້ານີ້ມີລາຍງານວ່າ ເອຣິກ ເທນ ຮາກ ຜູ້ຈັດການທີມຂອງ ແມນເຊສເຕີ ຢູໄນເຕັດ ທີ່ຕ້ອງການກອງໜ້າຄົນໃຫມ່ມາເສີມທີມໄດ້ຈົດລາຍຊື່ ເຄນ ເປັນຫນຶ່ງເປົ້າມຫາຍໃນລາຍການ ຮ່ວມກັບ ວິກເຕີ ໂອຊິມເຮນ ຈາກ ນາໂປລີ ແລະ ກອນຊາໂລ ຣາມອສ ຈາກ ເບນຟີກາ ເປັນຕົ້ນ.

ຫລ້າສຸດ The Sun  ສື່ຊື່ດັງຂອງອັງກິດລະບຸວ່າ ແມນເຊສເຕີ ຢູໄນເຕັດ ເຊື່ອວ່າພວກເຂົາຈະເຊັນສັນຍາກັບ ເຄນ ມາເສີມໜ້າໃນລະດູການໜ້າ ຫາກ ສະເປີ ບໍ່ຕິດ 1 ໃນ 4 ອັນດັບໃນລະດູການ 2022-23.

ໂດຍມີລາຍງານເພີ່ມວ່າ ແມນເຊສເຕີ ຢູໄນເຕັດ ໄດ້ຕິດຕໍ່ກັບດາວເຕະອາຍຸ 29 ປີ ຜ່ານທາງບຸກຄົນທີ່ສະໜາມ ເຊິ່ງ ແມນຢູ ພ້ອມຍື່ນຄ່າເມື່ອຍກວ່າ 200,000 ປອນ/ອາທິດ ເພື່ອລໍ້ໃຈນັກເຕະລາຍນີ້.

ທັງນີ້ ເຄນ ເຊິ່ງຫາກໍສ້າງສະຖິຕິເປັນດາວຍິງສູງສຸດຄົນໃຫມ່ຂອງ ສະເປີ ຍິງໄປແລ້ວ 20 ປະຕູຈາກການລົງສະໜາມ 36 ນັດລວມທຸກລາຍການ.

ແມນຢູ ເຊື່ອເຊັນສັນຍາ ແຮຣີ ເຄນ ຮ່ວມທີມພາຍໃຕ້ຫນຶ່ງເງື່ອນໄຂ - 3 - ແມນຢູ ເຊື່ອເຊັນສັນຍາ ແຮຣີ ເຄນ ຮ່ວມທີມພາຍໃຕ້ຫນຶ່ງເງື່ອນໄຂ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!