ບຣາຊິນ ອະນຸມັດການປູກຝັງ-ຈຳໜ່າຍສາລີ ແນວພັນໃໝ່


ສຳນັກຂ່າວ ຣອຍເຕີ, ວັນທີ6ມີນານີ້, ບຣາຊິນ ອະນຸມັດ ການປູກຝັງ ແລະ ການຈຳໜ່າຍ ສາລີ ສາຍພັນໃໝ່ ທີ່ຖືກ ດັດແປງ ພັນທຸກໍາ (GMO) ທີ່ທົນທານ ຕໍ່ໄພແຫ້ງແລ້ງ ນັບເປັນ ການສົ່ງເສີມ ຄັ້ງສໍາຄັນສໍາລັບ ພືດ ທີ່ເຄີຍ ຖືກຫ້າມເນື່ອງຈາກ ຄວາມເປັນຫ່ວງ ດ້ານການສະໜອງ ອາຫານ ທົ່ວໂລກແລະ ສະພາບ ອາກາດ ແຫ້ງແລ້ງ ໃນພາກພື້ນນີ້. ຫລັງຈາກ ໜ່ວຍງານ ຄວາມປອດໄພ ຊີວະພາບ(CNT Bio) ກ່າວວ່າ: ການອະນຸມັດ ດັ່ງກ່າວ ເຮັດໃຫ້ ບຣາຊິນ ກາຍເປັນ ປະເທດ ທີ2 ຫລັງຈາກ ອາກຊັງຕິນ ຊຶ່ງອະນຸມັດ ໃຫ້ມີການປູກສາລີ HB4 ຂອງບໍລິສັດ Bioceres. ຂະນະທີ່ ຕະ ຫລາດອື່ນໆ ອະນຸຍາດ ສະເພາະ ການບໍລິໂພກ ພືດຊະນິດນີ້.ສຳລັບ ສາລີ ສາຍພັນໃໝ່ນີ້ ບໍ່ເຄີຍມີ ການປູກຝັງ ມາກ່ອນ ເພື່ອວັດຖຸປະສົງ ທາງການຄ້າ ເນື່ອງຈາກ ຄວາມເປັນຫ່ວງ ຂອງຜູ້ບໍລິໂພກ ກ່ຽວກັບ ສານກໍ່ໃຫ້ເກີດ ພູມແພ້ ຫລື ຄວາມເປັນພິດ ໃນພືດຫລັກ ທີ່ໃຊ້ ໃນການເຮັດ ເຂົ້າໜົມປັງ, ພາສຕ້າ ແລະ ເຂົ້າໜົມອົບ ທົ່ວໂລກ.
ພາບຂ່າວ: ຂປລ