ເຈົ້າໜ້າທີ່ແຂວງອຸດົມໄຊ ກວດກາພົບ ແລະ ຢຶດຢາສູບໄຟຟ້າ-ຢາສູບນອກລະບົບ ທີ່ບໍ່ຖືກຕ້ອງ ຢູ່ຫ້າງຮ້ານໃນເທສະບານແຂວງ


ແຫລ່ງຂ່າວແຂວງ ອຸດົມໄຊ ລາຍງານວ່າ: ເຈົ້າໜ້າທີ່ ປກສ ແຂວງ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ລົງເຄື່ອນໄຫວຕິດຕາມ, ກວດກາການຈຳໜ່າຍ, ນຳເຂົ້າ-ສົ່ງອອກ, ຊື້-ຂາຍ ຢາສູບໄຟຟ້າ, ຢາສູບລະເຫີຍອາຍ ແລະ ຢາສູບນອກລະບົບ ຢູ່ບັນດາຫ້າງຮ້ານ ພາຍໃນເທສະບານ ແຂວງອຸດົມໄຊ ວັນທີ 2-3 ມີນາ 2023 ຜ່ານມາ.
ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ກ່າວວ່າ: ເພື່ອປະຕິບັດຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການ ນຳເຂົ້າ-ສົ່ງອອກ, ຊື້-ຂາຍ ແລະ ຊົມໃຊ້ຢາສູບໄຟຟ້າ, ຢາສູບນອກລະບົບ ຢູ່ ສປປ ລາວ, ເພື່ອຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດໃນຂົງເຂດວຽກງານອຸດສາຫະກຳ ແລະ ການຄ້າ ເນື່ອງຈາກວ່າ ປັດຈຸບັນ ມີກຸ່ມໄວໜຸ່ມ ແລະ ສັງຄົມ ໄດ້ຊົມໃຊ້ຢາສູບໄຟຟ້າເປັນວົງກວ້າງ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ເກີດມີຫລາຍປາກົດການຫຍໍ້ທໍ້ເກີດຂຶ້ນສົ່ງຜົນກະທົບຕໍ່ສັງຄົມ.


ຜ່ານການລົງເຄື່ອນໄຫວ ຕິດຕາມ, ກວດກາ ຕົວຈິງ ພົບພໍ່ຄ້າ-ແມ່ຄ້າຈຳນວນໜຶ່ງຍັງລະເມີດ ໂດຍການນຳເອົາສິນຄ້າຕ້ອງຫ້າມ ແລະ ນອກລະບົບ ເຂົ້າມາຂາຍຢູ່ຕາມຫ້າງຮ້ານພາຍໃນເທດສະບານແຂວງ ໂດຍສະເພາະແມ່ນຢາສູບໄຟຟ້າ, ນ້ຳຢາ, ຢາສູບນຳເຂົ້າທີ່ບໍ່ຖືກຕ້ອງ ແລະ ສິນຄ້າໝົດອາຍຸຈຳນວນໜຶ່ງ. ຕໍ່ກັບຜູ້ລະເມີດຄັ້ງນີ້ ທາງເຈົ້າໜ້າທີ່ໄດ້ຢຶດເອົາສິນຄ້າເພື່ອນຳໄປທຳລາຍຖິ້ມ ພ້ອມທັງ ສ້າງບົດບັນທຶກ ແລະ ສຶກສາອົບຮົມ, ກ່າວເຕືອນເຈົ້າຂອງຮ້ານ ຖ້າຫາກຍັງກວດພົບເຫັນຄັ້ງຕໍ່ໄປ ທາງເຈົ້າໜ້າທີ່ຈະໄດ້ປະຕິບັດຕາມລະບຽບກົດໝາຍ.