ເຊົາ ເມນເດສ ລູກຊາຍ ໂຣນັລດິນໂຢ ເຊັນສັນຍາຮ່ວມທີມ ບາເຊໂລນາ ຢ່າງເປັນທາງການ
March 3, 2023 - 10:55 AM




ເຊົາ ເມນເດສ ລູກຊາຍ ໂຣນັລດິນໂຢ ຕຳນານນັກເຕະຊາວບຣາຊິລ ເຊັນສັນຍາກັບ ບາເຊໂລນາ ອະດີດຕົ້ນສັງກັດຂອງພໍ່ຢ່າງເປັນທາງການແລ້ວ ຫລັງຈາກທີ່ລາວຫາກໍອາຍຸຄົບ 18 ປີ.
ກ່ອນໜ້ານີ້ ເຊົາ ເມນເດສ ລູກຊາຍຂອງ ໂຣນັລດິນໂຟ ຍົກເລີກສັນຍາກັບ ຄຣູໄຊໂຣ ທີມໃນບຣາຊິລ ເພື່ອມາທົດສອບສີຕີນກັບ ບາເຊໂລນາ ທີມເກ່ັງຂອງພໍ່ໃນ ລາ ລີກາ ສະເປນ.
ໂດຍລູກຊາຍຂອງຕຳນານນັກເຕະທີມຊາດບຣາຊິລ ໄດ້ຜ່ານການທົດສອບກັບບາເຊໂລນາໄປເມື່ອເດືອນມັງກັນ ແລະ ທ້າຍທີ່ສຸດລາໄວດ້ເຊັນສັນຍາຢ່າງເປັນທາງການກັບບາເຊໂລນາແລ້ວ ເມື່ອວັນທີ 2 ມີນາ ຫລັງຈາກທີ່ລາວຫາກໍອາຍຸຄົບ 18 ປີ ເມື່ອວັນທີ 25 ກຸມພາ.
ການເຊັນສັນຍາດັ່ງກ່າວເຮັດໃຫ້ລາວຈະໄດ້ເລີ່ມຕົ້ນເສັ້ນທາງກັບທີມ ໂດຍມີ ລາ ມາເຊຍ ຂອງບາເຊໂລນາ ເພື່ອເລີ່ມຕາມຮອຍຕີນຂອງພໍ່.