ທ່ານ ມາຄຣົງ ປະກາດ ຍຸກການແຊກແຊງຂອງຝຣັ່ງຢູ່ອາຟຣິກາສິ້ນສຸດລົງແລ້ວ ພ້ອມປັບຈຸດຢືນດ້ານການທະຫານ-ສິ່ງແວດລ້ອມ


ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ປະກາດຈະຢືນວ່າ: ຍຸກການແຊກແຊງຂອງຝຣັ່ງໃນທະວີບອາຟຣິກາໄດ້ສິ້ນສຸດລົງແລ້ວ ໃນເວລາເດີນທາງຢ້ຽມຢາມປະເທດພັນທະມິດໃນອາຟຣິກາ ເພື່ອຟື້ນຟູ ແລະ ຮັດແໜ້ນການພົວພັນລະຫວ່າງກັນ ພ້ອມປັບຈຸດຢືນທາງດ້ານການທະຫານ ແລະ ເດີນໜ້າສະໜັບສະໜູນການອະນຸລັກສິ່ງແວດລ້ອມ.
ໂດຍຜູ້ນໍາຝຣັ່ງໄດ້ເນັ້ນວ່າ: ຝຣັ່ງບໍ່ໄດ້ປາດຖະໜາຈະກັບມາດໍາເນີນນະໂຍບາຍແຊກແຊງອໍານາດອະທິປະໄຕຂອງປະເທດອື່ນໆໃນອາຟຣິກາຄືໃນຍຸກອານານິຄົມອີກຕໍ່ໄປແລ້ວ ທ່າມກາງກະແສຕໍ່ຕ້ານຝຣັ່ງທີ່ຄ່ອຍໆເລີ່ມຂຶ້ນມາແຕ່ຄັ້ງອະດີດ ແລະ ຝຣັ່ງກໍາລັງຜະເຊີນຄວາມທ້າທາຍຈາກການແຜ່ຂະຫຍາຍອິດທິພົນເຂົ້າມາອາຟຣິກາຂອງປະເທດມະຫາອໍານາດ.
ທ່ານ ມາຄຣົງ ເຜີຍວ່າ: ຝຣັ່ງກໍາລັງປ່ຽນຈຸດຢືນດ້ານການທະຫານໃນອາຟຣິກາ, ກອງກໍາລັງທະຫານຝຣັ່ງທີ່ປະຈໍາການຢູ່ທະວີບແຫ່ງນີ້ຈະມີຈໍານວນຫລຸດລົງໃນມໍ່ໆນີ້ ໂດຍຈະເນັ້ນໃສ່ການຝຶກຊ້ອມຮົບ ແລະ ການກຽມຄວາມພ້ອມໃຫ້ກອງກໍາລັງຂອງປະເທດພັນທະມິດເພີ່ມຂຶ້ນ.
ໃນປີ 2022 ຜ່ານມາ, ທາງການຝຣັ່ງເລີ່ມທະຍອຍຖອນກອງກໍາລັງທະຫານອອກຈາກປະເທດມາລີ, ບູກິນາຟາໂຊ ແລະ ສາທາລະນະລັດອາຟຣິກາກາງ ໂດຍທ່ານ ມາຄຣົງ ລະບຸວ່າ: ການກະທໍາດັ່ງກ່າວເປັນການຈັດລະບຽບການພົວພັນກັບບັນດາປະເທດພັນທະມິດໃນອາຟຣິກາຄືນໃໝ່ ບໍ່ແມ່ນການຖອນກໍາລັງທະຫານອອກໄປທັງໝົດ ຫລື ຫລຸດການມີສ່ວນຮ່ວມແຕ່ຢ່າງໃດ.
ນອກຈາກນີ້, ທາງການຝຣັ່ງຍັງປະກາດຈຸດຢືນພ້ອມເປັນຜູ້ສະໜັບສະໜູນການອະນຸລັກສິ່ງແວດລ້ອມແບບຍືນຍົງໃນອາຟຣິກາ ເນື່ອງຈາກທະວີບແຫ່ງນີ້ຍັງມີສິ່ງແວດລ້ອມທີ່ຂ້ອນຂ້າງອຸດົມສົມບູນ, ມີຄວາມຫລາກຫລາຍທາງຊີວະພາບ. ອີກທັງປ່າໄມ້ໃນອາຟຣິກາມີສ່ວນສໍາຄັນໃນການຊ່ວຍດູດຊຶມແກັສເຮືອນແກ້ວ ເພື່ອບັນເທົາວິກິດໂລກຮ້ອນ ແລະ ການປ່ຽນແປງຂອງສະພາບອາກາດ ແຕ່ພັດກໍາລັງປະສົບບັນຫາການລັກລອບຕັດໄມ້ທໍາລາຍປ່າ, ການບຸກລຸກເນື້ອທີ່ປ່າເພື່ອອຸດສາຫະກໍານໍ້າມັນ, ປາມ ແລະ ຢາງ ລວມທັງການລັກລອບຄ້າສັດປ່າ ແລະ ສ້າງບໍ່ແຮ່ຜິດກົດໝາຍ.
ທ່ານ ມາຄຣົງ ເດີນທາງໄປປະກາດຈຸດຢືນດ້ານສິ່ງແວດລ້ອມຂອງຝຣັ່ງ ພ້ອມເຂົ້າຮ່ວມກອງປະຊຸມ One Forest Summit 2023 ທີ່ຈັດຂຶ້ນຢູ່ນະຄອນຫລວງລິເບີວີວ ຂອງກາບອງ ໃນວັນທີ 2 ມີນາ ໂດຍເວທີກອງປະຊຸມນີ້ເປັນອີກໜຶ່ງເວທີທີ່ເນັ້ນໃສ່ການອະນຸລັກເນື້ອທີ່ປ່າ ແລະ ສິ່ງແວດລ້ອມ ເຊິ່ງມີບົດບາດສໍາຄັນຕໍ່ລະບົບສະພາບອາກາດໂລກ.
ອ້າງອີງ:
https://www.aljazeera.com/…/macron-says-era-of-french…