7 ວິທີຕື່ມຄວາມມີຊີວິດຊີວາໃຫ້ແກ່ຊີວິດແບບງ່າຍໆ

- 020609 2017 - 7 ວິທີຕື່ມຄວາມມີຊີວິດຊີວາໃຫ້ແກ່ຊີວິດແບບງ່າຍໆ
- kitchen vibe - 7 ວິທີຕື່ມຄວາມມີຊີວິດຊີວາໃຫ້ແກ່ຊີວິດແບບງ່າຍໆ
  1. ຫລິ້ນກິລາ : ການຫລິ້ນກິລາເປັນໂອກາດທີ່ດີທີ່ຈະໄດ້ພົບປະກັບຜູ້ຄົນໃໝ່ໆ, ແຕ່ບໍ່ເຖິງກັບຕ້ອງໄປປີນພູ ຫລື ໄປສະໝັກເຂົ້າ ທີມກິລາດອກ ກໍພຽງແຕ່ໄປຫລິ້ນກິລາອອກກຳລັງກາຍຕາມສະຖານທີ່ສາທາລະນະ ຫລື ສູນອອກກຳລັງກາຍຕ່າງໆ ຈະເຮັດໃຫ້ມີໂອກາດພົບກັບຄົນທີ່ມີຄວາມມັກຄືກັນໄດ້ແລ້ວ.
  2. ເຂົ້າຮ່ວມສະມາຄົມ : ສະມາຄົມເປັນສະຖານທີ່ເຕັມໄປດ້ວຍຜູ້ຄົນທີ່ມີຄວາມສົນໃຈຄ້າຍຄືກັນ ເປັນບ່ອນທີ່ຈະເຮັດໃຫ້ທ່ານສາມາດຈະສ້າງຄວາມສຳພັນກັບຜູ້ຄົນໃໝ່ໆໄດ້ ນອກຈາກນີ້ ເຮັດໃຫ້ທ່ານໄດ້ເກັບກ່ຽວກັບປະສົບການ ແລະ ສ້າງຄວາມໝັ້ນໃຈໃຫ້ກັບຕົນເອງ ລອງຫາສະມາຄົມກ່ຽວກັບສິ່ງທີ່ທ່ານສົນໃຈ ແລະ ສະໝັກເຂົ້າຮ່ວມ ພຽງເທົ່ານີ້ນອກຈາກທ່ານຈະໄດ້ໝູ່ໃໝ່ແລ້ວ ທ່ານກໍຍັງຈະໄດ້ແບ່ງປັນໃນສິ່ງທີ່ມັກນຳ.
  3. ລອງເຮັດສິ່ງໃໝ່ໆ : ການລອງເຮັດໃນສິ່ງໃໝ່ໆທີ່ບໍ່ເຄີຍເຮັດມາກ່ອນ ນອກຈາກຈະເຮັດໃຫ້ທ່ານໄດ້ປະສົບການໃໝ່ໆແລ້ວ ກໍຍັງຈະໄດ້ແນວຄິດໃໝ່ໆໃນຊີວິດນຳອີກ ບໍ່ຈຳເປັນຕ້ອງແມ່ນກິດຈະກຳທີ່ຫຍຸ້ງຍາກ ພຽງແຕ່ປ່ຽນຊົງຜົມ ຫລື ສີຜົມໃໝ່ ຫລື ລົງຮຽນເສີມຄວາມຮູ້ໃໝ່ໆ.
  4. ພົບປະໝູ່ເກົ່າ : ເຊື່ອວ່າຫລາຍຄົນຄົງຕິດຕໍ່ໝູ່ເກົ່າສະໄໝຮຽນຜ່ານ Facebook ກັນຢູ່ແມ່ນບໍ່, ແຕ່ລອງຄິດເບິ່ງວ່າຈະ  ມ່ວນປານໃດຖ້າເຮົາໄດ້ພົບກັບໝູ່ເຫລົ່ານັ້ນ ແລະ ໄດ້ເວົ້າກັນຫລາຍກ່ວາທີ່ຈະມານັ່ງລົມກັນທາງນີ້, ຢ່າເອົາແຕ່ພິມຂໍ້ຄວາມລົມກັນ ແຕ່ຄວນໂທນັດກຸ່ມໝູ່ເກົ່າອອກມາພົບກັນດຽວນີ້ເລີຍ.
  5. ຢູ່ໃຫ້ຫ່າງຈາກໂທລະພາບ : ເຄີຍຈິນຕະນາການບໍ່ວ່າຖ້າບໍ່ໄດ້ເບິ່ງໂທລະພາບແລ້ວຈະເຮັດຫຍັງໃນເວລາທີ່ວ່າງ ບໍ່ຕ້ອງເສຍເວລາຄິດແລ້ວ ປິດໂທລະພາບແລ້ວອອກໄປຫາກິດຈະກຳໃໝ່ໆເຮັດກັນດີກ່ວາ ການນັ່ງຢູ່ແຕ່ກັບໜ້າຈໍໂທລະພາບ ຫລື ຄອມພິວເຕີນັ້ນຈະເຮັດໃຫ້ທ່ານຮູ້ສຶກເຄັ່ງຄຽດໂດຍທີ່ບໍ່ຮູ້ໂຕ ທັງຍັງເຮັດໃຫ້ຄວາມສຳພັນຂອງທ່ານກັບຄົນອື່ນໆອ່ອນແອລົງນຳ.
  6. ຮຽນຮູ້ພາສາໃໝ່ໆ : ລອງນັບເບິ່ງວ່າຕອນນີ້ທ່ານສາມາດເວົ້າໄດ້ຈັກພາສາແລ້ວ ລອງຮຽນພາສາໃໝ່ໆທີ່ທ່ານສົນໃຈຕື່ມດີບໍ່ການຮຽນຮູ້ພາສາໃໝ່ໆນອກຈາກຈະເຮັດໃຫ້ທ່ານມີຄວາມຮູ້ເພີ່ມຂຶ້ນແລ້ວ ຍັງເຮັດໃຫ້ທ່ານໄດ້ພົບໝູ່ໃໝ່ໆ ທັງຍັງໄດ້ມີໂອກາດແລກປ່ຽນປະສົບການໃໝ່ໆນຳອີກ.
  7. ຫາໜັງສືອ່ານ : ຖ້າທ່ານມັກອ່ານໜັງສື ລອງອອກໄປຫາໜັງສືເຫລັ້ມໃໝ່ໆອ່ານ ການອ່ານໜັງສືຈະເຮັດໃຫ້ທ່ານໄດ້ມີຄວາມຮູ້ໃໝ່ໆ ແລະ ຄວາມຮູ້ເຫລົ່ານັ້ນຍັງເຮັດໃຫ້ທ່ານມີເລື່ອງທີ່ຈະໂອ້ລົມແລກປ່ຽນກັບຄົນອື່ນໆໄດ້ ທ່ານຈະເລືອກອ່ານໜັງສືທ່ອງທ່ຽວ ຫລື ນິຍາຍຮັກກໍມີປະໂຫຍດທັງໝົດ ເພາະໜັງສືທຸກເຫລັ້ມນັ້ນເຮັດໃຫ້ເຮົາປ່ຽນແນວຄິດໄດ້ນຳ.
- 3 - 7 ວິທີຕື່ມຄວາມມີຊີວິດຊີວາໃຫ້ແກ່ຊີວິດແບບງ່າຍໆ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!