ເດິ ເທເລກຣາຟ ເຜີຍວ່າຄະນະບໍລິຫານ ເຊວຊີ ໃຫ້ໂອກາດ ແກຣມ ພັອດເຕີ ພິສູດຕົນເອງອີກ 2 ເກມ
March 1, 2023 - 11:00 AM


ເຖິງວ່າ ພັອດເຕີ ຈະຢືນຢັນຜ່ານຖະແຫລງຂ່າວວ່າຄະນະກໍາມະການ ເຊວຊີ ຍັງໄດ້ໃຫ້ການສະຫນັບສະຫນູນລາວຢ່າງດີ. ເຖິງວ່າຈະຊະນະພຽງ 2 ນັດຈາກ 15 ນັດຫລັງສຸດ ເພາະຄະນະບໍລິຫານຫວັງຜົນໄລຍະຍາວຫລາຍກວ່າໄລຍະສັ້ນ.
ຢ່າງໃດກໍ່ຕາມ, Matt Law ຂອງ The Telegraph ກ່າວວ່າຄະນະຂອງ ເຊວຊີ ມີເວລາໃຫ້ ພັອດເຕີ ພຽງແຕ່ສອງເກມເທົ່ານັ້ນ ຄືເກມວັນເສົາທີ່ເປີດບ້ານພົບກັບ ລິດສ ຢູໄນເຕັດ ແລະ ໂບຣຸດເຊຍ ດັອດມຸນ ໃນການແຂ່ງຂັນ UEFA Champions League ຮອບ 16 ທີມ, ນັດທີສອງຫລັງຈາກເສຍນັດທໍາອິດ 0-1 ຖ້າຫາກຜົນງານທັງສອງເກມນີ້ຍັງບໍ່ດີຂຶ້ນ. ຈະມີການພິຈາລະນາອະນາຄົດຢ່າງຈິງຈັງອີກເທື່ອໜຶ່ງ.