ລາວ-ຈີນ ລົງນາມສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ-ພັດທະນາເຕັກໂນໂລຊີ AI ແລະ Big data

- IMG 3100 - ລາວ-ຈີນ ລົງນາມສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ-ພັດທະນາເຕັກໂນໂລຊີ AI ແລະ Big data
- kitchen vibe - ລາວ-ຈີນ ລົງນາມສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ-ພັດທະນາເຕັກໂນໂລຊີ AI ແລະ Big data

ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ຮ່ວມກັບ ວິທະຍາໄລວິຊາຊີບ ວິສະວະກໍາເອເລັກໂຕຣນິກ ຊົງຊີ້ງ ສປ ຈີນ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີລະບົບປັນຍາປະດິດ (AI) ແລະ ຖານຂໍ້ມູນໃຫຍ່ (Big data) ໃນວັນທີ 24 ກຸມພາ 2023, ທີ່ຫ້ອງປະຊຸມ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກຕສ ໂດຍຜ່ານລະບົບທາງໄກ.

ເພື່ອສະໜອງໂຄງການ ຝຶກອົບຮົມດ້ານວິຊາການ ແລະ ການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ ກ່ຽວກັບເຕັກໂນໂລຊີ ອັດສະລິຍະ ສໍາລັບ ສປປ ລາວ; ຊ່ວຍປັບປຸງຄວາມອາດສາມາດ ຂອງສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ (ARIST) ໃນການດໍາເນີນການຄົ້ນຄວ້າ, ການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີອັດສະລິຍະ ໂດຍການຈັດຫາບັນດາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເຊັ່ນ: ຫ້ອງທົດລອງ Artificial Intelligence (AI) ແລະ ສູນຂໍ້ມູນໃຫຍ່ (Big Data :BD), ຫ້ອງຝຶກອົບຮົມ ແລະ ອື່ນໆ; ຂຽນໂຄງການພັດທະນາ ລວມທັງການຊອກຫາການສະໜັບສະໜູນດ້ານງົບປະມານສໍາລັບການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າກ່ຽວກັບການພັດທະນາການນໍາໃຊ້ເຕັກໂນໂລຊີອັດສະລີຍະໃນຂົງເຂດກະສິກໍາ, ອຸດສາຫະກໍາ, ທ່ອງທ່ຽວ, ແຮງງານ, ການສຶກສາ, ສາທາລະນະສຸກ, ສິ່ງແວດລ້ອມ, ພັດທະນາແຜນຍຸດທະສາດ ແລະ ແຜນແມ່ບົດ ສໍາລັບການຄົ້ນຄວ້າ, ພັດທະນາ, ການນໍາໃຊ້ ແລະ ການຝຶກອົບຮົມ ເຕັກໂນໂລຊີອັດສະລິຍະ ໃນ ສປປ ລາວ.

- Visit Laos Visit SALANA BOUTIQUE HOTEL - ລາວ-ຈີນ ລົງນາມສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ-ພັດທະນາເຕັກໂນໂລຊີ AI ແລະ Big data

- 643 1024x309 - ລາວ-ຈີນ ລົງນາມສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ-ພັດທະນາເຕັກໂນໂລຊີ AI ແລະ Big data

ເຊິ່ງຕາງໜ້າຮ່ວມລົງນາມໃນບົດບັນທຶກໂດຍ ທ່ານ ພົນປະສິດ ພິດສະໄໝ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ ເຕັກໂນໂລຊີ ອັດສະລິຍະ, ທ່ານ ສຈ. Xing Kunlun ຮອງອໍານວຍການ ວິທະຍາໄລວິຊາຊີບ ວິສະວະກໍາເອເລັກໂຕຣນິກ ຊົງຊິ້ງ, ສປ ຈີນ ແລະ ທ່ານ Allan Yang ຮອງປະທານສະມາຄົມສົ່ງເສີມເສດຖະກິດການຄ້າ ລາວ-ຈີນ, ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ປະຈຳຊົງຊິ້ງ.

 

- 3 - ລາວ-ຈີນ ລົງນາມສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ-ພັດທະນາເຕັກໂນໂລຊີ AI ແລະ Big data
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!