ອັງກິດ-EU ເຫັນພ້ອມກົດໝາຍການຄ້າໃໝ່ໃນອຽກລັງເໜືອ ຫວັງແກ້ບັນຫາຫລັງ Berxit

- cefc810683e1df52e64a8f2c583597b632acfccew 780x470 1 - ອັງກິດ-EU ເຫັນພ້ອມກົດໝາຍການຄ້າໃໝ່ໃນອຽກລັງເໜືອ ຫວັງແກ້ບັນຫາຫລັງ Berxit
- kitchen vibe - ອັງກິດ-EU ເຫັນພ້ອມກົດໝາຍການຄ້າໃໝ່ໃນອຽກລັງເໜືອ ຫວັງແກ້ບັນຫາຫລັງ Berxit

ທ່ານ ຣິຊີ ຊູນັກ ນາຍົກລັດຖະມົນຕີອັງກິດ ແລະ ທ່ານ ນາງ ອົວຊູລາ ຟອນ ແດຣ ໄອເອິນ ປະທານຄະນະກໍາມາທິການເອີຣົບ ເຊິ່ງເປັນໜ່ວຍງານສໍາຄັນຂອງສະຫະພາບເອີຣົບ (EU) ເຫັນພ້ອມກົດການຄ້າໃໝ່ທີ່ຈະນໍາມາປັບປຸງໃຊ້ໃນອຽກລັງເໜືອ ຫວັງແກ້ໄຂບັນຫາ ແລະ ຂໍ້ຂັດແຍ່ງຕ່າງໆທີ່ເກີດຂຶ້ນພາຍຫລັງ Brexit.

ຂໍ້ຕົກລົງສະບັບໃໝ່ນີ້ມີຂຶ້ນເພື່ອແກ້ໄຂບັນຫາທີ່ເກີດຂຶ້ນຈາກພິທີສານອຽກລັງເໜືອ ເຊິ່ງເປັນການລວມກັນທີ່ລະບຸໄວ້ໃນຂໍ້ຕົກລົງການແຍກຕົວຂອງອັງກິດອອກຈາກ EU ຫລື Brexit ທີ່ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດໃນເວລານັ້ນ ແລະ EU ຕົກລົງຮ່ວມກັນໃນປີ 2019 ເພື່ອປ້ອງກັນບໍ່ໃຫ້ມີການຄວບຄຸມການນໍາເຂົ້າ ແລະ ສົ່ງອອກສິນຄ້າທີ່ເຂັ້ມງວດຫລາຍຈົນເກີນໄປລະຫວ່າງອຽກລັງເໜືອ ເຊິ່ງເປັນສ່ວນໜຶ່ງຂອງອັງກິດ ກັບ ອຽກລັງ ເຊິ່ງເປັນສະມາຊິກຂອງ EU ໂດຍຍັງໃຫ້ອຽກລັງເໜືອຢູ່ໃນຕະຫລາດດຽວຂອງ EU ຕໍ່ໄປ ເຖິງວ່າອັງກິດຈະຖອນຕົວຈາກ EU ແລ້ວກໍຕາມ, ແຕ່ພັດເກີດບັນຫາຕາມມາຈໍານວນຫລາຍເຊັ່ນ: ຂັ້ນຕອນການກວດສອບທີ່ເຂັ້ມງວດ, ຂໍ້ຂັດແຍ່ງທາງພາສີ ເປັນຕົ້ນ.

- Visit Laos Visit SALANA BOUTIQUE HOTEL - ອັງກິດ-EU ເຫັນພ້ອມກົດໝາຍການຄ້າໃໝ່ໃນອຽກລັງເໜືອ ຫວັງແກ້ບັນຫາຫລັງ Berxit

ທ່ານ ຊູນັກ ຊີ້ວ່າ: ຂໍ້ຕົກລົງການຄ້າສະບັບໃໝ່ທີ່ເອີ້ນວ່າ: “Windsor Framework” ນີ້ ຈະມີສ່ວນຊ່ວຍຍົກລະດັບພິທີສານອຽກລັງເໜືອ ອີກທັງຍັງຈະເຮັດໃຫ້ເກີດຜົນໄດ້ຮັບທາງການຄ້າໃນອັງກິດ ລວມທັງປົກປ້ອງພື້ນທີ່ຂອງອຽກລັງເໜືອໃນອັງກິດ ແລະ ປົກປ້ອງອໍານາດອະທິປະໄຕຂອງອຽກລັງເໜືອເຊັ່ນດຽວກັນ.

ຂະນະທີ່ນາງ ຟອນ ແດຣ ໄລເອິນ ຍອມຮັບວ່າ: ການພົວພັນລະຫວ່າງ EU ແລະ ອັງກິດ ເຄັ່ງຕຶງຂຶ້ນຫລາຍ ພາຍຫລັງ Brexit. ດັ່ງນັ້ນ ເພື່ອຈະໃຫ້ການພົວພັນຂອງທັງສອງພັດທະນາໄປໃນທິດທາງບວກ ຈຶ່ງຈໍາເປັນຕ້ອງເຈລະຈາຫາລື ເພື່ອຫາທາງອອກໃຫ້ຂໍ້ຂັດແຍ່ງຕ່າງໆທີ່ເກີດຂຶ້ນ ໂດຍນາງສະເໜີວ່າ: ການປະສານການຮ່ວມມືໃນກໍລະນີວິກິດອູແກຣນ ລວມທັງການຮັບຟັງຂໍ້ກັງວົນຂອງກັນ ແລະ ກັນຢ່າງລະມັດລະວັງ ຈະມີສ່ວນຊ່ວຍຍົກລະດັບການພົວພັນໃຫ້ດີຍິ່ງຂຶ້ນ.

ໂດຍສິນຄ້າຈາກອັງກິດທີ່ສົ່ງໄປອຽກລັງເໜືອຈະສົ່ງທາງຜ່ານ “ຊ່ອງທາງສີຂຽວ” ເຊິ່ງຈະໄດ້ຮັບການກວດສອບ ແລະ ໃຊ້ເອກະສານໃນຂັ້ນຕອນທີ່ໜ້ອຍລົງ, ສ່ວນສິນຄ້າທີ່ມີຄວາມສ່ຽງຈະຖືກສົ່ງຕໍ່ໄປອຽກລັງ ແລະ ສະມາຊິກປະເທດອື່ນໆໃນ EU ນັ້ນຈະຕ້ອງສົ່ງທາງຜ່ານ “ຊ່ອງທາງສີແດງ” ແລະ ໄດ້ຮັບການກວດສອບຕາມປົກກະຕິ.

ນອກຈາກນີ້, ຂໍ້ຕົກລົງສະບັບໃໝ່ຍັງຈະມີສ່ວນຊ່ວຍໃຫ້ອຽກລັງເໜືອສາມາດປົກປ້ອງພື້ນທີ່ຂອງຕົນໃນ EU ຕໍ່ໄປໄດ້ ດ້ວຍການໃຫ້ລັດຖະບານອັງກິດເປັນຜູ້ກໍານົດອັດຕາພາສີມູນຄ່າເພີ່ມໃນອຽກລັງເໜືອເອງ ເຊິ່ງຕ່າງຈາກລະບົບປັດຈຸບັນ ທີ່ EU ເປັນຜູ້ກໍານົດອັດຕາພາສີດັ່ງກ່າວ ເຮັດໃຫ້ລັດຖະບານອັງກິດຍັງປະກາດໃຊ້ນະໂຍບາຍຕ່າງໆໃນອຽກລັງເໜືອໄດ້ ສະທ້ອນໃຫ້ເຫັນວ່າ: ອຽກລັງເໜືອຍັງຢູ່ພາຍໃຕ້ເຂດອໍານາດອະທິປະໄຕຂອງອັງກິດ.

ອ້າງອີງ:

https://edition.cnn.com/…/brexit-northern…/index.html

https://www.bbc.com/news/uk-politics-64789639

https://www.theguardian.com/…/rishi-sunak-deal-eu…

- 5 - ອັງກິດ-EU ເຫັນພ້ອມກົດໝາຍການຄ້າໃໝ່ໃນອຽກລັງເໜືອ ຫວັງແກ້ບັນຫາຫລັງ Berxit
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!