ເຈົ້າໜ້າທີ່ພາສີ ພສປ ປະຈຳຈຸດປະສານງານນາເຕີຍ ຢຶດລົດ TOYOTA CAMRY 1 ຄັນນຳເຂົ້າບໍ່ຖືກຕ້ອງ
February 28, 2023 - 2:20 PM

ໃນວັນທີ 26 ກຸມພາ 2023, ເຈົ້າໜ້າທີ່ພາສີພະແນກສືບ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເຕີຍ ແຂວງຫລວງນໍ້າທາ, ໄດ້ຮັບແຫ່ລງຂ່າວຈາກພົນລະເມືອງດີວ່າມີລົດເກັງ TOYOTA CAMRY ສີຂາວ 1 ຄັນແລ່ນມາຕາມເສັ້ນທາງບ້ານບໍ່ເຕັນມຸ້ງໜ້າເຂົ້າເມືອງຫລວງນ້ຳທາ. ດັ່ງນັ້ນ, ຈຶ່ງໄດ້ອອກຕິດຕາມ ແລະ ກວດກາ, ຜ່ານການກວດກາ, ສືບສວນ-ສອບສວນເບື້ອງຕົ້ນເຫັນວ່າ: ເປັນລົດນຳເຂົ້າບໍ່ຖືກຕ້ອງ, ບໍ່ມີເອກະສານເສຍພາສີ-ອາກອນ ແລະ ພັນທະອື່ນໆ.
ສະນັ້ນ, ເຈົ້າໜ້າທີ່ພາສີພະແນກ ພສປ ປະຈຳຈຸດປະສານງານນາເຕີຍ, ຈຶ່ງໄດ້ນໍາເອົາລົດຄັນດັ່ງກ່າວມອບໃຫ້ພາສີ ປະຈຳແຂວງຫລວງນໍ້າທາ, ເພື່ອດຳເນີນການແກ້ໄຂຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.
ຂໍ້ມູນ: ກະຊວງການເງິນ