EFL ຢືນຢັນໃຫ້ສິດ ແຣສຟອດ ເປັນຜູ້ຍິງປະຕູ ທີ່ສອງເກມເອົາຊະນະ ນິວຄາສເຊິນ ໃນນັດຊີງ ຄາລາບາວ ຄັບ 2022/23

- GettyImages 14698038141677492476082 medium e1677551193418 - EFL ຢືນຢັນໃຫ້ສິດ ແຣສຟອດ ເປັນຜູ້ຍິງປະຕູ ທີ່ສອງເກມເອົາຊະນະ ນິວຄາສເຊິນ ໃນນັດຊີງ ຄາລາບາວ ຄັບ 2022/23
- kitchen vibe - EFL ຢືນຢັນໃຫ້ສິດ ແຣສຟອດ ເປັນຜູ້ຍິງປະຕູ ທີ່ສອງເກມເອົາຊະນະ ນິວຄາສເຊິນ ໃນນັດຊີງ ຄາລາບາວ ຄັບ 2022/23

ສະຫະພັນບານເຕະອັງກິດ ຫລື EFL ຢືນຢັນແລ້ວວ່າ ປະຕູທີ 2 ຂອງການແຂ່ງຂັນນັດຊີງ ຄາລາບາວ ຄັບ 2022/23 ໃນຄືນວັນທີ 26 ກຸມພາ 2023 ທີ່ ແມນເຊັສເຕີ ຢູໄນເຕັດ ເອົາຊະນະ ນິວຄາສເຊິນ 2-0 ໃຫ້ເປັນຂອງ ມາຄັສ ແຣສຟອດ ກອງໜ້າຂອງ “ຜີສາດແດງ”.

ໂດຍປະຕູດັ່ງກ່າວໄດ້ກາຍເປັນບັນຫາໂຕ້ແຍ້ງກັນວ່າມັນຄວນຈະເປັນຍິງເຂົ້າປະຕູຂອງກອງໜ້າຄົນນີ້ຫລືບໍ່ ຫລັງຈາກ EFL ຢືນຢັນໃນຕອນທໍາອິດວ່າ ເປັນການເຮັດເຂົ້າປະຕູຂອງຕົນເອງໂດຍ ເຊເວັນ ບອສແມນ, ກອງຫລັງຂອງ ນິວຄາສເຊິນ ທີ່ລູກຍິງຂອງ ແຣສຟອດ ໄປ ດາດແລະກາຍເປັນທີມເສຍປະຕູ 0-2 ຈາກຈັງຫວະນັ້ນໃນນາທີ 39.

- Visit Laos Visit SALANA BOUTIQUE HOTEL - EFL ຢືນຢັນໃຫ້ສິດ ແຣສຟອດ ເປັນຜູ້ຍິງປະຕູ ທີ່ສອງເກມເອົາຊະນະ ນິວຄາສເຊິນ ໃນນັດຊີງ ຄາລາບາວ ຄັບ 2022/23

ວິດີໂອຍິງປະຕູ : https://twitter.com/Carabao_Cup/status/1630145717967917057 

ຢ່າງໃດກໍຕາມ, ຫລ້າສຸດ EFL ກໍ່ໄດ້ກັບຄຳຕັດສິນໃໝ່ ໂດຍປ່ຽນຈາກການເຮັດເຂົ້າປະຕູຂອງຕົນເອງຂອງ ເຊເວັນ ບອສແມນ ມາເປັນການຍິງຂອງ ແຣສຟອດ ແທນ, ດ້ວຍເຫດຜົນທີ່ວ່າການຍິງຂອງລາວໃນເວລານີ້ແມ່ນການຍິງເຂົ້າກອບ.

- 3 - EFL ຢືນຢັນໃຫ້ສິດ ແຣສຟອດ ເປັນຜູ້ຍິງປະຕູ ທີ່ສອງເກມເອົາຊະນະ ນິວຄາສເຊິນ ໃນນັດຊີງ ຄາລາບາວ ຄັບ 2022/23
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!