ຈີນ ເລີ່ມທົດລອງລົດໄຟຟ້າໃຊ້ແບັດເຕີຣີເກືອ (Sodium-ion) ເພື່ອໃຫ້ມີລາຄາທີ່ຖືກລົງກວ່າເກົ່າ

- 2023022307385622 - ຈີນ ເລີ່ມທົດລອງລົດໄຟຟ້າໃຊ້ແບັດເຕີຣີເກືອ (Sodium-ion) ເພື່ອໃຫ້ມີລາຄາທີ່ຖືກລົງກວ່າເກົ່າ
- kitchen vibe - ຈີນ ເລີ່ມທົດລອງລົດໄຟຟ້າໃຊ້ແບັດເຕີຣີເກືອ (Sodium-ion) ເພື່ອໃຫ້ມີລາຄາທີ່ຖືກລົງກວ່າເກົ່າ

ແບັດເຕີຣີ ໂຊດຽມໄອອອນ Sodium-ion (ແບັດເຕີຣີເກືອ) ແມ່ນສາມາດໃຫ້ພະລັງໄດ້ຫລາຍກວ່າ ແລະ ມີລາຄາຖືກກວ່າແບັດເຕີຣີ ລີທຽມໄອອອນ ເຮັດໃຫ້ລົດໄຟຟ້າໃນອະນາຄົດອາດມີລາຄາຖືກລົງ, ເຊິ່ງລົດໄຟຟ້າປັດຈຸບັນມີລາຄາສູງຈາກຕົ້ນທຶນການຜະລິດຂອງແບັດເຕີຣີ.

- 2023022307390885 - ຈີນ ເລີ່ມທົດລອງລົດໄຟຟ້າໃຊ້ແບັດເຕີຣີເກືອ (Sodium-ion) ເພື່ອໃຫ້ມີລາຄາທີ່ຖືກລົງກວ່າເກົ່າ
ຈາກຂໍ້ມູນເບື້ອງຕົ້ນ ທາງບໍລິສັດ Hina Battery ແລະ Sehol ໄດ້ທົດລອງໃຊ້ແບັດເຕີຣີເກືອໂດຍໃຊ້ລົດ ລຸ້ນ Sehol E10X ເປັນການທົດລອງ. ໂດຍການທົດລອງໃຊ້ແບັດເຕີຣີເກືອທີ່ມີຄວາມຈຸ 25 kWh ໃຫ້ຄວາມໜາແໜ້ນຂອງພະລັງງານ 120 Wh/kg ຂັບໄດ້ໄລຍະທາງ 252 ກິໂລແມັດ. ທຽບກັບ Sehol E10X ປົກກະຕິ ມີຄວາມຈຸແບັດເຕີຣີ 19,7 Wh/kg ຂັບໄດ້ໄກ 200 ກິໂລແມັດ ແລະ ລຸ້ນຄວາມຈຸ 21,4 Wh/kg ຂັບໄດ້ໄກ 300 ກິໂລແມັດ, ໃຫ້ຄວາມໜາແໜ້ນຂອງພະລັງງານສູງສຸດ 141Wh/kg.
ທັງນີ້ອາດເປັນຈຸດເລີ່ມຕົ້ນຂອງການປ່ຽນແປງຄັ້ງໃຫຍ່ໃນອຸດສາຫະກຳແບັດເຕີຣີ ແລະ ໃນຕະຫລາດລົດໄຟຟ້າທີ່ມີລາຄາຖືກລົງ.

- Visit Laos Visit SALANA BOUTIQUE HOTEL - ຈີນ ເລີ່ມທົດລອງລົດໄຟຟ້າໃຊ້ແບັດເຕີຣີເກືອ (Sodium-ion) ເພື່ອໃຫ້ມີລາຄາທີ່ຖືກລົງກວ່າເກົ່າ
- 4 - ຈີນ ເລີ່ມທົດລອງລົດໄຟຟ້າໃຊ້ແບັດເຕີຣີເກືອ (Sodium-ion) ເພື່ອໃຫ້ມີລາຄາທີ່ຖືກລົງກວ່າເກົ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!