ຍົກລະດັບຄວາມຮູ້ບຸກຄະລາກອນດ້ານຄວາມປອດໄພໄຊເບີ ເພື່ອປ້ອງກັນລະບົບຂໍ້ມູນຄອມພິວເຕີ


ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕາລີ ປະຈຳລາວ ຈັດຝຶກອົບຮົມການພັດທະນາບຸກຄະລາກອນດ້ານຄວາມປອດໄພໄຊເບີ ໃນວັນທີ 22 ກຸມພາ 2023 ທີ່ຫ້ອງປະຊຸມສູນອິນເຕີເນັດແຫ່ງຊາດ, ໂດຍການຮ່ວມເປັນປະທານຂອງທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ ແລະ ທ່ານ Paul Kelly, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສ ປປ ລາວ.
ຊຸດຝືກອົບຮົມດັ່ງກ່າວແມ່ນເລີ່ມວັນທີ 22-28 ກຸມພາ 2023 ໂດຍມີບັນດາພະແນກ/ຮອງພະແນກ, ວິຊາການ, ພະນັກງານບັນດາບໍລິສັດໂທລະຄົມອ້ອມຂ້າງກະຊວງ ແລະ ຄະນະຊ່ຽວຊານຈາກ Retrospect Labs ຫລາຍກວ່າ 90 ຄົນ; ເພື່ອແນໃສ່ເພີ່ມທັກສະຄວາມຮູ້, ປະສົບການໃຫ້ກັບພະນັກງານວິຊາການຜູ້ທີ່ຮັບຜິດຊອບກ່ຽວກັບວຽກງານດັ່ງກ່າວພາຍໃນ ກຕສ ແລະ ພາກສ່ວນກ່ຽວຂ້ອງໃນການຝຶກຊ້ອມຮັບມືກັບເຫດການທີ່ອາດຈະເກີດຂຶ້ນໃນຮູບແບບການປະຕິບັດຕົວຈິງ, ການວິເຄາະວິໄຈພຶດຕິກໍາຂອງໄວຣັດແຣນສໍາແວ (Ransomware) ແລະ ການຮວບຮວມເກັບກຳຂໍ້ມູນຫຼັກຖານ, ວິທີການ ຫລື ຂັ້ນຕອນການດໍາເນີນການວິເຄາະທາງນິຕິວິທະຍາກ່ຽວກັບເຫດການທີ່ເກີດຂຶ້ນ ແລະ ແກ້ໄຂໃຫ້ທັນກັບສະພາບການ.


ທ່ານ ຮອງລັດຖະມົນຕີ ກຕສ ກ່າວວ່າ: ການພັດທະນາຊັບພະຍາກອນມະນຸດດ້ານຄວາມປອດໄພໄຊເບີ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນຢ່າງຍິງ ຂອງທຸກຂະແໜງການທີ່ນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ໄອຊີທີ) ເຂົ້າຊ່ວຍໃນການຂັບເຄື່ອນເສດຖະກິດສັງຄົມຂອງຊາດ, ເຊິ່ງວຽກງານນີ້ ນອນຢູ່ໃນຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030).
ບັນຫາການໂຈມຕີທາງໄຊເບີ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ລະບົບຂໍ້ມູນຂ່າວສານ ລະບົບພື້ນຖານໂຄງລ່າງທີ່ສຳຄັນຂອງບັນດາປະເທດພາກພື້ນ ແລະ ສາກົນ ການໂຈມຕີດັ່ງກ່າວມີຫລາຍຮູບແບບ ທີ່ສະຫລັບຊັບຊ້ອນ ເຊິ່ງໜຶ່ງໃນນັ້ນກໍແມ່ນການເຂົ້າລະຫັດຂໍ້ມູນຄອມພິວເຕີ. ສະນັ້ນ, ເພື່ອປົກປ້ອງ ແລະ ປ້ອງກັນລະບົບຂໍ້ມູນທີ່ສຳຄັນຂອງຕົນເອງ ແລະ ອົງກອນໃຫ້ປອດໄພຈາກການຖືກເຈາະ ຫລື ຖືກທຳລາຍຜ່ານທາງໄຊເບີ. ໂດຍການຝຶກອົບຮົມຄັ້ງນີ້ ບັນດານັກວິຊາການ ຈະໄດ້ເສີມສ້າງຂີດຄວາມສາມາດຂອງຕົນ ເພື່ອຍົົກລະດັບ ທັກສະຄວາມຮູ້ສະເພາະດ້ານ ໃຫ້ກາຍເປັນຊ່ຽວຊານໃນອານາຄົດ ໂດຍສະເພາະແມ່ການບັນຍາຍ, ອະທິບາຍ, ແນະນຳ, ສາທິດ ແລະ ນຳພາປະຕິບັດຕົວຈິງໃນການລົງເລິກ ຈາກຄະນະຊ່ຽວຊານ ເພື່ອຄົ້ນຫາ ວິເຄາະຂໍ້ມູນ ທີ່ເປັນພຶດຕິກຳການໂຈມຕີທາງໄຊເບີ ໂດຍສະເພາະ ແຣນຊຳແວ ທີ່ແອບແຝງເຂົ້າມາໃນລະບົບເຄື່ອຂ່າຍຄອມພິວເຕີຂອງເຮົາໂດຍບໍ່ຮູ້ໂຕ.