ເມືອງຮົ່ມແນະນຳການແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານ-ລັດຖະກອນຂັ້ນເມືອງຄຸ້ມຄອງ


ເມື່ອບໍ່ດົນມານີ້, ເມືອງຮົ່ມ ໄດ້ຈັດກອງປະຊຸມແນະນຳການຈັດຕັ້ງການ ແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດ ຖະກອນຂັ້ນເມືອງຄຸ້ມຄອງ, ຂຶ້ນທີ່ສະໂມສອນເມືອງຮົ່ມ, ແຂວງໄຊສົມບູນ, ໂດຍການ ເປັນປະທານຂອງ ທ່ານ ບຸນສົງ ເບຼ່ຍຢ່າທໍ່ເພຍຫລວງ ເຈົ້າເມືອງ ຮົ່ມ, ມີປະທານກວດກາພັກ- ລັດ ເມືອງຮົ່ມ, ບັນດາຫົວໜ້າ, ຮອງ ຫົວໜ້າຫ້ອງການ ແລະ ພາກ ສ່ວນກ່ຽວ ຂ້ອງຕ່າງໆເຂົ້າຮ່ວມ ເປັນຈຳນວນຫລາຍ.


+ ເມືອງຮົ່ມສະຫລອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດຄົບຮອບ 15 ປີ
+ ຍົກລະດັບວຽກງານການເງິນໃຫ້ພະນັກງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ທ່ານປະທານກວດກາ ພັກ-ລັດເມືອງຮົ່ມ ກ່າວວ່າ: ການ ແຈ້ງຊັບສິນ ແລະ ລາຍຮັບຂອງ ພະນັກງານ-ລັດຖະກອນ, ທະ ຫານຕຳຫລວດ ທີ່ສັງກັດຢູ່ໃນ ກົງຈັກການຈັດຕັ້ງຂອງພັກ- ລັດ, ແນວລາວສ້າງຊາດ, ອົງ ການຈັດຕັ້ງມະຫາຊົນ, ລັດວິສາ ຫະກິດ, ລັດວິສາຫະກິດ ປະສົມ ແລະ ລັດຫຸ້ນສ່ວນແມ່ນການ ປະຕິບັດພັນທະໜ້າທີ່ໃນການ ແຈ້ງຊັບສິນຂອງຕົນໃຫ້ລະອຽດ ແລະ ປອດໃສແນໃສ່ການຕ້ານ ແລະ ສະກັດກັ້ນການສໍ້ລາດ ບັງຫລວງ ເພື່ອປະກອບສ່ວນ ເຂົ້າໃນການສ້າງສາພັດທະນາ ປະເທດຊາດໃຫ້ຈະເລີນ ຮຸ່ງເຮືອງ ແລະ ສີວິໄລ, ສ່ວນຊັບສິນທີ່ ຕ້ອງແຈ້ງມີ: ດິນ, ເຮືອນ, ການ ສືບທອດມູນມໍລະດົກ, ສິ່ງປຸກ ສ້າງ, ພາຫະນະປະເພດຕ່າງໆ, ວັດຖຸເຕັກນິກທີ່ນຳ ໃຊ້ເຂົ້າໃນ ການຜະລິດ, ວັດຖຸມີຄ່າເປັນຕົ້ນ ເງິນ, ຄຳ, ພັນທະບັດ, ໃບຫຸ້ນ, ເງິນຝາກ ແລະ ຊັບສິນອື່ນໆ ລວມໄປເຖິງໜີ້ຕ້ອງຮັບ ແລະ ໜີ້ ຕ້ອງການແຕ່ລະປະເພດທີ່ມີມູນ ຄ່າຊາວລ້ານ ກີບຂຶ້ນໄປ ແລະ ເງິນເດືອນ, ເງິນອຸດໜູນ, ເງິນ ບຳເນັດ, ລາຍໄດ້ຈາກການສ້າງ ເສດຖະກິດຄອບຄົວ, ການດຳ ເນີນທຸລະກິດ, ການຄ້າຂາຍ, ການໃຫ້ເຊົ່າ, ໃຫ້ກູ້ຢືມ, ດອກເບ້ຍ ເງິນຝາກ, ຂອງຂວັນ, ລາງວັນ ທີ່ມີມູນຄ່າແຕ່ຫ້າ ລ້ານຂຶ້ນໄປ.
ສະນັ້ນ ຂໍໃຫ້ທຸກຄົນຈົ່ງພະ ຍາຍາມຂຽນໃຫ້ຖືກຕ້ອງ ແລະ ຈະແຈ້ງທີ່ສຸດ, ໂດຍປາສະຈາກ ຂໍ້ຜິດພາດ ເພື່ອໃຫ້ພັກ- ລັດຊ່ວຍ ແກ້ໄຂບັນຫາໃນກໍລະນີມີຊັບ ສິນ ເສຍຫາຍ ຕ່າງໆໃຫ້ຖືກຕ້ອງ.