ບໍ່ຖ່ານຫີນຈີນຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 2 ຄົນ ຕົກຄ້າງອີກ 53 ຄົນ
February 23, 2023 - 3:40 PM


ປະທານປະເທດ ສີຈິ້ນຜິງ ຂອງຈີນ ໄດ້ສັ່ງໃຫ້ເຈົ້າໜ້າທີ່ເລັ່ງຄົ້ນຫາ ແລະ ຊ່ວຍເຫລືອພະນັກງານຢູ່ບໍ່ຖ່ານຫີນ 53 ຄົນທີ່ຕົກຄ້າງຢູ່ພາຍໃນຫລັງຖະຫລົ່ມລົງມາ ໃນເຂດປົກຄອງຕົນເອງມອງໂກເລຍໃນປະເທດຈີນ.
ສໍານັກຂ່າວ CCTV ລາຍງານວ່າ: ອຸບັດເຫດດັ່ງກ່າວເກີດຂຶ້ນເມື່ອເວລາ 17:13 ໂມງ ຂອງວັນທີ 22 ກຸມພາ ຕາມເວລາທ້ອງຖິ່ນ ໂດຍບໍ່ຖ່ານຫີນທີ່ຖະຫລົ່ມເປັນຂອງບໍລິສັດບໍ່ຖ່ານຫີນຊິນຈຽງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 2 ຄົນ ແລະ ບາດເຈັບອີກ 6 ຄົນ ໂດຍເຈົ້າໜ້າທີ່ໄດ້ເອົາລົດບັນທຸກ 51 ຄັນ ພ້ອມເຈົ້າໜ້າທີ່ມອດໄຟອີກ 223 ຄົນ ແລະ ໝາກູ້ໄພອີກ 6 ໂຕ ເຂົ້າຊ່ວຍເຫລືອແລ້ວ.
ອ້າງອີງ:
https://edition.cnn.com/…/china-coal-mine…/index.html