ປະທານປະເທດ ຮັບການຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດປະຈໍາ ສປປ ລາວ ຄົນໃໝ່

- 3 - ປະທານປະເທດ ຮັບການຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດປະຈໍາ ສປປ ລາວ ຄົນໃໝ່
- kitchen vibe - ປະທານປະເທດ ຮັບການຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດປະຈໍາ ສປປ ລາວ ຄົນໃໝ່

ວັນທີ 23 ກຸມພາ 2023 ນີ້ ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຈາກບັນດາທູດຕ່າງປະເທດເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມປະຈໍາ ສປປ ລາວ ຄື:

  1. ທ່ານ ໂຈນາທານ ຄິງສ (Jonathan KINGS) ເອກອັກຄະລັດຖະທູດແຫ່ງນິວຊີແລນປະຈໍາ ສປປ ລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ບາງກອກຣາຊະອານາຈັກໄທ;
  2. ທ່ານ ເປໂດຣ ຊະວາເລັນ (Pedro Zwahlen) ເອກອັກຄະລັດຖະທູດແຫ່ງສະມາພັນທະລັດສະວິດປະຈໍາ ສປປ ລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ບາງກອກຣາຊະອານາຈັກໄທ.
  3. ທ່ານ ປາເວວ ປີເຕວ (Pavel Pitel) ເອກອັກຄະລັດຖະທູດແຫ່ງສາທາລະນະລັດເຊັກ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ບາງກອກຣາຊະອານາຈັກໄທ.
  4. ທ່ານ ນິໂກລາຍ ພຣິດສ (Nicolai Prytz) ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກດານມາກ ເຊິ່ງມີສໍານັກງານສະຖານທູດຕັ້ງຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.
  5. ທ່ານ ອູລັດຊີເມຍບາຣາວີກູ (UladzimirBaravikou) ເອກອັກຄະລັດຖະທູດແຫ່ງສາທາລະນະລັດເບລາຣຸດຊີ ເຊິ່ງມີສໍານັກງານສະຖານທູດຕັ້ງຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.

- 5 1024x682 - ປະທານປະເທດ ຮັບການຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດປະຈໍາ ສປປ ລາວ ຄົນໃໝ່ - 4 1024x683 - ປະທານປະເທດ ຮັບການຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດປະຈໍາ ສປປ ລາວ ຄົນໃໝ່ - 2 1024x683 - ປະທານປະເທດ ຮັບການຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດປະຈໍາ ສປປ ລາວ ຄົນໃໝ່ - 1 1024x728 - ປະທານປະເທດ ຮັບການຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດປະຈໍາ ສປປ ລາວ ຄົນໃໝ່

ໃນໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບແລະ ຊົມເຊີຍບັນດາທ່ານເອກອັກຄະລັດຖະທູດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່ປະຈໍາ ສປປ ລາວໃນຄັ້ງນີ້, ພ້ອມທັງສະແດງຄວາມຫວັງວ່າໃນໄລຍະທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດປະຈຳ ສປປ ລາວ, ບັນດາທ່ານທູດຈະເປັນຂົວຕໍ່ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືອັນດີໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດເຊິ່ງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງລາວພ້ອມທີ່ຈະໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອໍານວຍຄວາມສະດວກເພື່ອໃຫ້ບັນດາທ່ານທູດສາມາດເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຈົບງາມ.

ນອກນີ້, ກໍໄດ້ສະເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດຈົ່ງສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢຽມຊຶ່ງກັນແລະກັນລະຫວ່າງບັນດາການນຳຂັ້ນສູງຈົນເຖິງການໄປມາຫາສູ່ກັນລະຫວ່າງປະຊາຊົນດ້ວຍກັນໃຫ້ຫລາຍຂຶ້ນ; ໄດ້ຢືນຢັນຄືນແນວທາງນະໂຍບາຍການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງ ສປປລາວ ຍາມໃດກໍຢຶດໝັ້ນໃນແນວທາງການຕ່າງປະເທດແຫ່ງສັນຕິພາບ, ເອກະລາດ, ມິດຕະພາບແລະການຮ່ວມມື, ສປປ ລາວ ເປັນປະເທດຮັກຫອມສັນຕິພາບ, ຢາກເປັນມິດກັບທຸກປະເທດ, ພ້ອມທີ່ຈະຮ່ວມມືກັບທຸກປະເທດບົນຫລັກການເຄົາລົບຊຶ່ງກັນແລະກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອຄວາມຢູ່ດີກິນດີຂອງປະຊາຊົນ, ເພື່ອສັນຕິພາບແລະການພັດທະນາແບບຍືນຍົງຢູ່ໃນໂລກ.

- 3 - ປະທານປະເທດ ຮັບການຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດປະຈໍາ ສປປ ລາວ ຄົນໃໝ່
- 4 - ປະທານປະເທດ ຮັບການຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດປະຈໍາ ສປປ ລາວ ຄົນໃໝ່
- 5 - ປະທານປະເທດ ຮັບການຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດປະຈໍາ ສປປ ລາວ ຄົນໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!