ປະທານາທິບໍດີຣັດເຊຍຂູ່ເນລະເທດ ນັກການທູດອາເມລິກາເພີ່ມອີກ

- brics5 - ປະທານາທິບໍດີຣັດເຊຍຂູ່ເນລະເທດ ນັກການທູດອາເມລິກາເພີ່ມອີກ
- kitchen vibe - ປະທານາທິບໍດີຣັດເຊຍຂູ່ເນລະເທດ ນັກການທູດອາເມລິກາເພີ່ມອີກ

- brics 2017 summit round table 759 - ປະທານາທິບໍດີຣັດເຊຍຂູ່ເນລະເທດ ນັກການທູດອາເມລິກາເພີ່ມອີກ

ປະທານາທິບໍດີ ວະ​ລາ​ດິ​ເມຍ ປູ​ຕິນ ຂອງຣັດ​ເຊຍ ​ເປີດ​ເຜີຍ​ວ່າ: ອາດ​ສັ່ງ​ເນລະ​ເທດ​ບຸກຄະລາ​ກອນ​ທີ່​ປະຕິບັດ​ງານ​ຢູ່​ສະຖານທູດ ​ແລະ ສະຖານ​ກົງ​ສຸນ​ຂອງ​ອາ​ເມ​ລິ​ກາ​ທົ່ວຣັດ​ເຊຍ​ກັບປະ​ເທດ​ເພີ່ມ​ອີກ 155 ຄົນ​ໃນ​ອະນາຄົດ.

- Visit Laos Visit SALANA BOUTIQUE HOTEL - ປະທານາທິບໍດີຣັດເຊຍຂູ່ເນລະເທດ ນັກການທູດອາເມລິກາເພີ່ມອີກ

ປະທານາທິບໍດີ ປູ​ຕິນ ກ່າວ​ລະຫວ່າງ​ງານ​ຖະ​ແຫລ​ງຂ່າວ​ພາຍຫລັງ​ກອງ​ປະຊຸມ​ກຸ່ມ​ປະ​ເທດ​ເສດຖະກິດ​ເກີດ​ໃໝ່​ຊັ້ນນຳ 5 ປະ​ເທດ ຫລື ກຸ່ມ​ບຣິກສ໌ ຢູ່​ເມືອງ​ເຊ້ຍ​ເໝິນ ຂອງ​ຈີນ​ວ່າ: ລັດຖະບານ​ມີ​ສິດ​ໃນ​ການ​ກຳນົດ​ຈຳນວນ​ນັກ​ການ​ທູດ​ຂອງ​ອາ​ເມ​ລິ​ກາ​ໃນຣັດ​ເຊຍ, ພາຍຫລັງ​ສັ່ງ​ຫລຸດ​ຈຳນວນ​ລົງ​ເຫລືອ 455 ຄົນ​ກ່ອນ​ໜ້າ​ນີ້ ​ເຊິ່ງ​ເປັນ​ຈຳນວນ​ເທົ່າ​ກັບ​ບຸກຄະລາ​ກອນ​ທາງ​ການ​ທູດ​ຂອງຣັດ​ເຊຍ​ຢູ່​ອາ​ເມ​ລິ​ກາ. ​ເຖິງ​ຢ່າງ​ໃດ​ກໍ​ດີ, ຜູ້ນຳຣັດ​ເຊຍ​ກ່າວ​ວ່າ: ​ໃນ​ຈຳນວນ​ທັງ​ໝົດ 455 ຄົນ​ຢູ່​ອາ​ເມ​ລິ​ກາ ມີ 155 ຄົນ​ທີ່​ປະຕິບັດ​ໜ້າ​ທີ່​ທາງ​ການ​ທູດ​ຂອງ​ສະຫະ​ປະຊາ​ຊາດ (UN). ດັ່ງນັ້ນ ຣັດ​ເຊຍ​ຍັງ​ມີ​ສິດ​ທີ່​ຈະ​ຫລຸດ​ຈຳນວນ​ນັກ​ການ​ທູດ​ຂອງ​ອາ​ເມ​ລິ​ກາ​ອີກ 155 ຄົນ​ໃຫ້​ເຫລືອ​ພຽງ 300 ຄົນ.

- 0 - ປະທານາທິບໍດີຣັດເຊຍຂູ່ເນລະເທດ ນັກການທູດອາເມລິກາເພີ່ມອີກ

ທັງ​ນີ້ໃນ​ວັນ​ທີ 2 ກັນຍາ, ອາ​ເມ​ລິ​ກາສັ່ງ​ໃຫ້ຣັດ​ເຊຍ​ປິດ​ສະຖານ​ກົງສຸນ​ຢູ່​ເມືອງ​ຊານ​ຟຣານຊິ​ສ​ໂກ ລວມທັງ​ອາຄານ​ເສີມ​ຂອງ​ສະຖານທູດ ​ແລະ ສະຖານ​ກົງສຸນ​ອີກ​ສອງ​ແຫ່ງ​ໃນ​ນະຄອນ​ນິວຢ໋ອກ ​ແລະ ນະຄອນຫລວງ​ວໍ​ຊິງ​ຕັນ ​ເຊິ່ງສ່ວນ​ໜຶ່ງ​ເປ​ັນຜົນ​ເນື່ອງ​ຈາກ​ມີ​ຂໍ້​ກ່າວ​ຫາ​ວ່າຣັດ​ເຊຍ​ແຊກ​ແຊງ​ການ​ເລືອກ​ຕັ້ງປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ປີຜ່ານມາ.

- 3 - ປະທານາທິບໍດີຣັດເຊຍຂູ່ເນລະເທດ ນັກການທູດອາເມລິກາເພີ່ມອີກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!