ແມນຢູ ປະກາດຂຶ້ນລາຄາປີ້ຄັ້ງທຳອິດໃນຮອບ 11 ປີ ແຟນບານບໍ່ເຫັນດີນຳ

-                                          13 - ແມນຢູ ປະກາດຂຶ້ນລາຄາປີ້ຄັ້ງທຳອິດໃນຮອບ 11 ປີ ແຟນບານບໍ່ເຫັນດີນຳ
- kitchen vibe - ແມນຢູ ປະກາດຂຶ້ນລາຄາປີ້ຄັ້ງທຳອິດໃນຮອບ 11 ປີ ແຟນບານບໍ່ເຫັນດີນຳ

-                                          13 - ແມນຢູ ປະກາດຂຶ້ນລາຄາປີ້ຄັ້ງທຳອິດໃນຮອບ 11 ປີ ແຟນບານບໍ່ເຫັນດີນຳ

ແມນເຊສເຕີ ຢູໄນເຕັດ ປະກາດຂຶ້ນຄ່າປີ້ລະດູການສຳລັບຜູ້ໃຫຍ່ຈຳນວນ 5% ໃນລະດູການໜ້າ ພ້ອມເປັນການຂຶ້ນລາຄາປີ້ຄັ້ງທຳອິດໃນຮອບ 11 ປີ ຂະນະທີ່ແຟນບານ ບໍ່ເຫັນດີໃນເລື່ອງດັ່ງກ່າວ.

- Visit Laos Visit SALANA BOUTIQUE HOTEL - ແມນຢູ ປະກາດຂຶ້ນລາຄາປີ້ຄັ້ງທຳອິດໃນຮອບ 11 ປີ ແຟນບານບໍ່ເຫັນດີນຳ

ສຳລັບ ແມນເຊສເຕີ ຢູໄນເຕັດ ຄົງລາຄາປີ້ລະດູການສຳລັບຜູ້ໃຫຍ່ໃນເກມທີ່ ໂອນ ແທຣຟຟອດ ມາແລ້ວເຖິງ 11 ປີ ແລະ ຍັງບໍ່ມີການປ່ຽນແປງລາຄາ.

ແຕ່ຫລ້າສຸດສະໂມສອນໄດ້ອອກຖະແຫລງຂຶ້ນລາຄາປີ້ສຳລັບຜູ້ໃຫຍ່ຈຳນວນ 5% ໂດຍຈະເລີ່ມຕັ້ງແຕ່ລະດູການໜ້າເປັນຕົ້ນໄປ ພ້ອມຊີ້ແຈງວ່າ ສາເຫດທີ່ຂຶ້ນລາຄາດັ່ງກ່າວ ເນື່ອງຈາກຕົ້ນທຶນໃນການຈັດການແຂ່ງຂັນທີ່ສຸດຂຶ້ນ ລວມເຖິງຄວາມຈຳເປັນເພື່ອໃຫ້ສະໂມສອນດຳເນີນການໄດ້ຢັ້ງຢືນເຖິງວ່າລາຄາຫຸ້ນຂອງສະໂມສອນຈະເພີ່ມຂຶ້ນເຖິງ 334 ລ້ານປອນ ໃນເວລາພຽງມື້ດຽວເມື່ອອາທິດຜ່ານມາກໍຕາມ.

ນອກຈາກນັ້ນແລ້ວ ແມນເຊສເຕີ ຢູໄນເຕັດ ຍັງລະບຸເພີ່ມອີກວ່າ ເຂົ້າສະຖານະການຂອງແຟນບານທີ່ພວມປະເຊີນກັບແຮງກົດດັນຈາກຄ່າຄອງຊີບທີ່ເພີ່ມຂຶ້ນ ແລະ ນັ້ນຄືເຫດຜົນທີ່ເຮົາຄົງລາຄາທີ່ເພີ່ມຂຶ້ນໄວ້ຕຳ່ກວ່າອັດຕາເງິນເຟີ້ໃນປັດຈຸບັນ.

ແນວໃດກໍຕາມລາຄາປີ້ລະດູການສຳລັບຜູ້ທີ່ມີອາຍຸຕຳ່ກວ່າ 16 ປີ ເຊ່ັນດຽວກັບສ່ວນຫລຸດ 50% ສຳລັບຜູ້ຖືປີ້ລະດູການທີ່ມີອາຍຸ 65 ປີ ຫລືຫລາຍກວ່າຈະຍັງຄົງຢູ່ຕໍ່ໄປ.

ເຖິງຢ່າງໃດກໍຕາມ ການປະກາດຂຶ້ນຄ່າດັ່ງກ່າວແຟນບານ ແມນຢູ ຫລາຍລາຍໄດ້ໂພສໃນສັງຄົມອອນລາຍ ມີການບໍ່ເຫັນດີກັບເລື່ອງນີ້ ເຊັ່ນ : “ ເມື່ອພິຈາລະນາຈາກລາຍໄດ້ທາງທີວີເພີ່ມຂຶ້ນ ຄ່າປີ້ກໍຄວນຫລຸດລົງ ”. “ ປະລະສິດ ” ແລະ “ ການຊ່ອມແຊມຫລັງຄາ ແລະ ອາຄານທຽບເຄື່ອງບິນກໍຖືກແຊ່ແຂງເປັນເວລາ 11 ປີ ເຊ່ັນດຽວກັນ ”  ເປັນຕົ້ນ.

- 3 - ແມນຢູ ປະກາດຂຶ້ນລາຄາປີ້ຄັ້ງທຳອິດໃນຮອບ 11 ປີ ແຟນບານບໍ່ເຫັນດີນຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!