ແຟນບານ ນິວຄາສເຊິນ ປະກາດຂາຍໝາຕົນເອງລົງເຟສບຸກ ຫລັງກັດປີ້ນັດຊີງ ຄາລາບາວ ຄັບ ຂາດຈົນມຸ່ນອຸ້ຍປຸ້ຍ
February 21, 2023 - 3:30 PM


ແຟນບານເຕະບານ ນິວຄາສເຊິນ ຄົນໜຶ່ງເຖິງກັບໃຈສະຫລາຍ ເມື່ອໝາສຸດທີ່ຮັກຂອງລາວກັດປີ້ນັດຊີງແຊ້ມ ຄາລາບາວ ຄັບ ຂອງລາວຈົນຂາດມຸ່ນໝົດ.
ອະລັນ ຄາລິງ ແຟນບານຂອງນິວຄາສເຊິນ ທີ່ຫາກໍ່ຜິດຫວັງຈາກເກມ ພຣີເມຍລີກອັງກິດ ໃນວັນອາທິດ. ເຊິ່ງພວກເຂົາເສຍໃຫ້ ລິເວີພູລ 2-0 ກ່ອນກັບມາເຖິງເຮືອນ ລາວຈະພົບສິ່ງທີ່ເຮັດໃຫ້ລາວຊ້ຳໃຈຫລາຍຂຶ້ນອີກ, ຣູບີ້ ຫມາທີ່ຮັກຂອງລາວ ໄດ້ກັດປີ້ການແຂ່ງຂັນເຊິ່ງແຟນບານຂອງ ນິວຄາສເຊິນ ໄດ້ລໍຖ້າມາເປັນເວລາ 24 ປີ ນັບຕັ້ງແຕ່ການແຂ່ງຂັນເຕະບານ FA Cup ໃນປີ 1999 ຈົນບໍ່ເຫລືອສະພາບ.
ໂພສດັ່ງກ່າວໄດ້ຮັບຄຳຕອບຮັບຫລາຍຮູບແບບ ໂດຍສ່ວນຫລາຍແມ່ນເປັນໄປໃນຄວາມເຫັນອົກເຫັນໃຈ ຫລືຕະຫລົກ, ແຕ່ທາງ ອະລັນ ກໍ່ໄດ້ລົບໂພສດັ່ງກ່າວອອກຈາກຕຳແໜ່ງດັ່ງກ່າວໄປຮຽບຮ້ອຍແລ້ວ.