“ແລບລີ້ນ ປີ້ນຕາ ໂພສທ່າລົງສື່ອອນລາຍ ມ່າຍສາວ ຫ້າວໃສ່ຍາດໂຍມ” ກິລິຍາບໍ່ເໝາະສົມກັບເພດບັນພະຊິດ
ນັກບວດ ໃນພຸດທະສາສະໜາ ມີຫລາຍຄຳທີ່ສາມາດເອີ້ນ ແທນໄດ້ເຊັ່ນ ເພດບັນພະຊິດ, ສະມະນະ, ພະສົງ, ພິກຂຸ ເວົ້າແບບລາວເຮົາ ກໍຄື “ຄູບາ, ຈົວ ຫລື ພະ ແລະ ສາມະເນນ” ເຊິ່ງລ້ວນແຕ່ເປັນຜູ້ສະຫລະຕົນຈາກເພດຄະລືຫັດ ຫລື ຜູ້ຄອງເຮືອນ ຫລື ບໍ່ແມ່ນພໍ່ອອກແມ່ອອກ ເຂົ້າສູ່ໃຕ້ຮົ່ມກາສະວະພັດ ຫລື ຄອງຜ້າເຫລືອງ ເພື່ອສຶກສາທຳມະວິໄນ, ປະຕິບັດຕົນຕາມທຳ, ຂັດເກົາຈິດໃຈຂອງຕົນພົ້ນຈາກກິເລດ ຕັນຫາທັງປວງ ເພື່ອໃຫ້ບໍລິສຸດຜຸດຜ່ອງ ຈົນເປັນທີ່ໜ້າເຫລື້ອມໃສສັດທາ ແກ່ອອກຕົນຍາດໂຍມທັງຫລາຍ ແລ້ວນຳສິ່ງທີ່ໄດ້ຮຽນຮູ້, ສຶກສາ ແລະ ປະຕິບັດນັ້ນເຜີຍແຜ່ຕໍ່ພຸດທະສາສະນິກະຊົນ ຫລື ຜູ້ສົນໃຈທົ່ວໄປໄດ້ຮັບຮູ້.
ຍຸກສະໄໝປ່ຽນໄປ ການເຜີຍແຜ່ສິລະທຳເປັນສິ່ງຈຳເປັນຕ້ອງໄດ້ມີການປັບປ່ຽນໄປນຳເພື່ອໃຫ້ທັນຍຸກທັນສະໄໝ ເຂົ້າເຖິງຄົນໄດ້ງ່າຍ ໂດຍສະເພາະຍຸກອອນລາຍ ພະສົງສາມະເນນກໍໃຊ້ສື່ອອນລາຍ ໂດຍສະເພາະແມ່ນເຟສບຸກ ເປັນເຄື່ອງມືສື່ສານ, ສົ່ງຄວາມຮູ້, ຂໍ້ທຳມະສະກິດໃຈ ແລະ ອື່ນໆ ນັບວ່າເປັນສິ່ງທີ່ດີ ຄວນສົ່ງເສີມ ແຕ່ພະສົງສາມະເນນຜູ້ເຜີຍແຜ່ຕ້ອງຄຳນຶງເຖິງຂອບເຂດ, ຄວາມເໝາະສົມ, ຄວາມພໍດີງາມ ແກ່ສະມະນະຮູບ ແລະ ສະຖານະຂອງຕົນເອງ ເພື່ອຄວາມຖືກຕ້ອງ, ເພື່ອປ້ອງກັນບໍ່ໃຫ້ເປັນທີ່ຕິສິນນິນທາ, ເປັນທີ່ຕິຕຽນ ຫລື ບໍ່ສ້າງຄວາມເສື່ອມເສຍແກ່ສ່ວນລວມ.
ໃນໄລຍະອາທິດຜ່ານມານີ້ ມີຫລາຍເພຈທັງລາວ ແລະ ໄທ ໄດ້ແຊພາບສາມະເນນອົງໜຶ່ງທີ່ໜ້າຕາຂ້ອນໜ້າດີ, ເປັນຕາຮັກ ເປັນພາບໂພສທ່າຮູບຫົວໃຈ, ແລບລີ້້ນ, ຍິກຄິ້ວ, ຫິ້ວຕາ ແລະ ທ່າອື່ນໆ ທີ່ມີລັກສະນະຢາກສໍ່ໄປແນວທາງເອັນເຕີເທນໂຕເອງ ບໍ່ໄດ້ສ້າງຂຶ້ນເພື່ອເປັນຄະຕິທຳ ຫລື ເປັນຄະຕິເຕືອນໃຈໃນແງ່ທຳມະແມ່ນແຕ່ໜ້ອຍດຽວ. ຈາກເຫດການດັ່ງກ່າວ ກາຍເປັນກະແສໃນໂລກອອນລາຍ ເນື່ອງຈາກທ່າທີ່ໂພສອອກໄປເປັນພາບທີ່ບາດຕາບາດໃຈແກ່ບັນດາແມ່ອອກສາວນ້ອຍ ແລະ ເພດກົງກັນຂ້າມຈຳນວນຫລາຍ ແລ້ວພາກັນມາສະແດງຄວາມຄິດເຫັນຊື່ນສະອອນ ຈົນລືມເຖິງສະຖານະຂອງສາມະເນນ ແບບບໍ່ກົວຕໍ່ບາບ ແລະ ບໍ່ເກງໃຈຜ້າເຫລືອງ ແຕ່ກໍມີຫລາຍຄົນທີ່ສະແດງຄວາມຄິດເຫັນໃນແງ່ຕຳໜິຕິຕຽນ ຄວາມບໍ່ເໝາະສົມດັ່ງກ່າວ.
ທຳອິດທີ່ເຫັນໂພສ ນຶກວ່າເປັນການສະແດງ ຫລື ບໍ່ແມ່ນສາມະເນນຢູ່ລາວເຮົາ ແຕ່ພໍສືບໄປສືບມາພົບວ່າ ສາມະເນນອົງດັ່ງກ່າວ ເປັນຄົນລາວ ສັງກັດຢູ່ວັດແຫ່ງໜຶ່ງ ຂອງເມືອງທ່າແຂກ ແຂວງຄຳມ່ວນ. ໃນໂປຣໄຟລເຟສບຸກຂອງສາມະເນນອົງດັ່ງກ່າວ ສ່ວນຫລາຍເປັນພາບທີ່ໂພສເພື່ອຄວາມບັນເທີງ, ຄຳຄົມຄວາມຮັກ ແບບບ່າວສາວ ທີ່ບໍ່ແມ່ນສາລະຂອງທຳມະ, ບໍ່ແມ່ນເປັນໄປເພື່ອຄວາມເລິກເຊິ່ງເຖິງທຳ ຫລື ບໍ່ໄດ້ບົ່ງບອກເຖິງຄວາມເປັນສາມະເນນ ແລະ ເບິ່ງແລ້ວເປັນພຶດຕິກຳບໍ່ຄ່ອຍເໝາະສົມເທົ່າທີ່ຄວນ.
ໃນເບື້ອງຕົ້ນ ຖ້າເຮົາເບິ່ງໃນໄວຂອງສາມະເນນ ອາດຈະຍັງບໍ່ເຖິງຂັ້ນວ່າຜິດສິນຮ້າຍແຮງ ແລະ ອາດຍັງບໍ່ປະພຶດໄປໃນທາງເສື່ອມເສຍຫລາຍ ແຕ່ເມື່ອໃດກໍຕາມ ຫາກຫລົງໃຫລໃນຮູບກາຍຂອງຕົນເອງ, ຫລົງໃຫລໃນຄວາມນິຍົມຊົມຊອບຈາກບັນດາສາວນ້ອຍ ແລະ ເພດກົງກັນຂ້າມອື່ນໆ ອາດຫລົງໄປຕາມກະແສ, ເພີດເພີນມົວເມົາ ສຸດທ້າຍກໍສ້າງຄວາມເສື່ອມເສຍອັນມະຫາສານກໍເປັນໄດ້ ຄືດັ່ງທີ່ເຮົາເຫັນຂ່າວໃນໄລຍະຜ່ານໆມາ ທັງຄູບາລົມເປັນຊູ້ເປັນແຟນກັບແມ່ອອກ, ຄູບາໄປນອນເສບເມຖຸນກັບໂຍມ ບໍ່ວ່າໃນປະເທດລາວ ແລະ ໄທ ກໍມີໃຫ້ເຫັນເປັນປະຈຳ ທັງນີ້ກໍຍ້ອນຄວາມນິຍົມຊົມຊອບໃນທາງບໍ່ຖືກບໍ່ຕ້ອງ.
ເຖິງຢ່າງໃດກໍຕາມ ໃນຖານະເຮົາເປັນອອກຕົນຍາດໂຍມ ກໍນັບວ່າເປັນໜຶ່ງໃນພຸດທະບໍລິສັດສີ່ ຫລື ເປັນພຸດທະສາສະນິກະຊົນ ມີໜ້າທີ່ຄໍ້າຈູນພຸດທະສາສະໜາ ໃຫ້ຈະເລີນຮຸ່ງເຮືອງ ມີໜ້າທີ່ກ່າວຕິຕຽນໃນສິ່ງທີ່ຈົບບໍ່ງາມ ແຕ່ບໍ່ສາມາດສັ່ງສອນ ຫລື ຈະກ່າວໂທດໂດຍກົງ, ບໍ່ຈະໃຫ້ຕຳໜິຕິຕຽນ ຊີ້ໜ້າທັກທ້ວງໂດຍກົງຄົງຈະບໍ່ເໝາະສົມ. ຈຶ່ງໄດ້ແຕ່ຫວັງວ່າ ສາມະເນນເອງຄົງຈະເຂົ້າໃຈ, ຄິດທົບທວນ, ຄິດກວ້າງ, ມອງໄກ ແລະ ເຫັນພາບໃຫຍ່ ອັນເປັນສ່ວນລວມໃຫ້ຫລາຍກວ່ານີ້ ແລະ ພາກສ່ວນກ່ຽວຂ້ອງ ໂດຍສະເພາະເຈົ້າອະທິການວັດທີ່ສາມະເນນສັງກັດຢູ່ ຄົງບອກເລົ່າກ່າວເຕືອນໃຫ້ເຂົ້າໃຈເຖິງຂໍ້ວັດປະຕິບັດ, ວິໄນ, ສິນ ແລະ ອາກັບກິລິຍາອັນເໝາະສົມ ແລ້ວນຳໃຊ້ຮູບຮ່າງໜ້າຕານັ້ນ ເປັນສ່ວນໜຶ່ງໃນການສະແດງໃຫ້ພຸດທະສາສະນິກະຊົນໄດ້ເຂົ້າເຖິງທຳມະໄດ້ຫລາຍຂຶ້ນ.