ຄວກ ຄອງອັນດັບ 1 ງານແຂ່ງຂັນກິລານັກສຶກສາທົ່ວ ມຊ ຄັ້ງທີ 13 ສົກສຶກສາ 2022-2023

- 332326702 527946195989410 3299889834043656597 n e1676876777464 - ຄວກ ຄອງອັນດັບ 1 ງານແຂ່ງຂັນກິລານັກສຶກສາທົ່ວ ມຊ ຄັ້ງທີ 13 ສົກສຶກສາ 2022-2023
- kitchen vibe - ຄວກ ຄອງອັນດັບ 1 ງານແຂ່ງຂັນກິລານັກສຶກສາທົ່ວ ມຊ ຄັ້ງທີ 13 ສົກສຶກສາ 2022-2023
ຄະນະວິທະຍາສາດການກິລາ-ກາຍະກໍາ ຫຼື ຄວກ ສ້າງຜົນງານໄດ້ຢ່າງໂດດເດັ່ນສົມກັບເປັນຄະນະທີ່ສ້າງບຸກຄະລາດ້ານກິລາໂດຍສະເພາະ ສາມາດຍາດໄດ້ລາງວັນທີ 1 ຈຳນວນ 12 ຂັນ, ລາງວັນທີ 2 ຈຳນວນ 5 ຂັນ ແລະ ລາງວັນທີ 3 ຈຳນວນ 4 ຂັນ ລວມ 21 ຂັນ ເປັນອັນດັບທີ 1 ໃນງານແຂ່ງຂັນກິລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ຄັ້ງທີ 13 ປະຈຳສົກສຶກສາ 2022-2023.
ຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີເປີດ-ປິດງານແຂ່ງຂັນກິລານັກສຶກສາທົ່ວ ມຊ ຄັ້ງທີ 13 ປະຈໍາສົກສຶກສາ 2022-2023 ເມື່ອວັນທີ 17 ກຸມພາ 2023 ທີ່ສະໜາມກິລາກາງ ມຊ, ໂດຍການເປັນປະທານຂອງ ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ ທັງເປັນປະທານຈັດການແຂ່ງຂັນ, ເຂົ້າຮ່ວມມີ ທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ ເປີນ ອິນທະໜໍ່ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ພ້ອມດ້ວຍບັນດາຄະນະບໍດີ, ຫົວໜ້າຫ້ອງການ, ຕາງໜ້າບໍລິສັດ, ທະນາຄານ, ຫ້າງຮ້ານ ທີ່ໃຫ້ການສະໜັບສະໜູນ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນ້ອງໆນັກສຶກສາຈາກຄະນະວິຊາ ແລະ ສະຖາບັນທົ່ວ ມຊ ຢ່າງເປັນຂະບວນການຟົດຟື້ນ.
ໃນພິທີ, ທ່ານ ສະຫວັນ ເງິນງາມ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ທັງເປັນຮອງປະທານຈັດການແຂ່ງຂັນ ໄດ້ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ການຈັດການແຂ່ງຂັນກິລານັກສຶກສາທົ່ວ ມຊ ຄັ້ງທີ 13 ປະຈໍາສົກສຶກສາ 2022-2023 ແມ່ນເພື່ອຈັດຕັ້ງການເຄື່ອນໄຫວ ແລະ ແຂ່ງຂັນກິລາປະເພດຕ່າງໆ ໃຫ້ເປັນຂະບວນຟົດຟື້ນທົ່ວ ມຊ ທັງເປັນການສ້າງເງື່ອນໄຂສົ່ງເສີມໃຫ້ນັກສຶກສານໍາໃຊ້ເວລາຫວ່າງມາຝຶກແອບ ແລະ ພັດທະນາຕົນເອງທາງດ້ານປະເພດກິລາໃດໜຶ່ງໃນລະດັບສາຍສູງ ແລະ ສ້າງຊື່ສຽງໃຫ້ກັບຕົນເອງ ກໍຄື ມຊ ແລະ ປະເທດຊາດ; ເພື່ອສ້າງໂອກາດໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາຄະນະວິຊາ ແລະ ສະຖາບັນຕ່າງໆ ໄດ້ພົບປະກັນເພື່ອສ້າງຄວາມສາມັກຄີເຊິ່ງກັນ ແລະ ກັນ; ເພື່ອເປັນການຄັດເລືອກເອົານັກກິລາດີເດັ່ນປະເພດຕ່າງໆ ເຂົ້າເປັນນັກກິລາຂອງສະໂມສອນກິລາ ມຊ; ເພື່ອພັດທະນາຂະບວນການກິລາຂອງ ມຊ ໃຫ້ເຕີບໃຫຍ່ຂະຫຍາຍຕົວ; ເພື່ອໃຫ້ສາມາດເຂົ້າຮ່ວມແຂ່ງຂັນກິລາລະດັບຊາດ ກໍຄືພາກພື້ນ ແລະ ສາກົນໃຫ້ນັບມື້ນັບຫຼາຍຂຶ້ນ.
ທ່ານ ສະຫວັນ ເງິນງາມ ກ່າວອີກວ່າ: ການຈັດການແຂ່ງຂັນຄັ້ງນີ້ ແມ່ນໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 11 ມັງກອນ 2023 ຫາວັນທີ 17 ກຸມພາ 2023 ກໍສຳເລັດລົງຕາມລະດັບຄາດໝາຍ ຊຶ່ງມີ 13 ຄະນະວິຊາ ແລະ 1 ສະຖາບັນເຂົ້າຮ່ວມການແຂ່ງຂັນ, ມີຄະນະຄຸຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ ຈໍານວນ 1.534 ຄົນ, ຍິງ 427 ຄົນ. ການຈັດການແຂ່ງຂັນກິລາຄັ້ງນີ້ ລວມມີ 6 ປະເພດກິລາ ຄື: ເຕະບານ ຍິງ-ຊາຍ, ຟຸດຊໍຊາຍ, ບານສົ່ງໃນຮົ່ມຍິງ-ຊາຍ, ກະຕໍ້ຍິງ-ຊາຍ, ເປຕັງ ທີມຍິງ-ທີມຊາຍ ແລະ ທີມປະສົມ ແລະ ກິລາແລ່ນ-ລານ.
ຜ່ານການແຂ່ງຂັນຜົນປະກົດວ່າ: ອັນດັບທີ 1 ຄະນະວິທະຍາສາດການກິລາ-ກາຍະກໍາ ຫຼື ຄວກ ຍາດໄດ້ລາງວັນທີ 1 ຈຳນວນ 12 ຂັນ, ລາງວັນທີ 2 ຈຳນວນ 5 ຂັນ ແລະ ລາງວັນທີ 3 ຈຳນວນ 4 ຂັນ; ອັນດັບທີ 2 ຄະນະສຶກສາສາດ ຍາດໄດ້ລາງວັນທີ 1 ຈຳນວນ 2 ຂັນ ແລະ ລາງວັນທີ 3 ຈຳນວນ 1 ຂັນ; ອັນດັບທີ 3 ຄະນະກະເສດສາດ ຍາດໄດ້ລາງວັນທີ 1 ຈຳນວນ 1 ຂັນ, ລາງວັນທີ 2 ຈຳນວນ 4 ຂັນ ແລະ ລາງວັນທີ 3 ຈຳນວນ 1 ຂັນ; ອັນດັບທີ 4 ຄະນະວິທະຍາສາດສັງຄົມ ຍາດໄດ້ລາງວັນທີ 1 ຈຳນວນ 1 ຂັນ, ລາງວັນທີ 2 ຈຳນວນ 3 ຂັນ ແລະ ລາງວັນທີ 3 ຈຳນວນ 1 ຂັນ; ອັນດັບທີ 5 ຄະນະວິສະວະກໍາສາດ ຍາດໄດ້ລາງວັນທີ 1 ຈຳນວນ 1 ຂັນ ແລະ ລາງວັນທີ 3 ຈຳນວນ 4 ຂັນ; ອັນດັບທີ 6 ຄະນະນິຕິສາດ ແລະ ລັດຖະສາດ ຍາດໄດ້ລາງວັນທີ 2 ຈຳນວນ 2 ຂັນ ແລະ ລາງວັນທີ 3 ຈຳນວນ 3 ຂັນ; ອັນດັບທີ 7 ຄະນະວິທະຍາສາດທໍາມະຊາດ ຍາດໄດ້ລາງວັນທີ 2 ຈຳນວນ 1 ຂັນ ແລະ ລາງວັນທີ 3 ຈຳນວນ 5 ຂັນ; ອັນດັບທີ 8 ຄະນະເສດຖະສາດ ແລະບໍລິຫານທຸລະກິດ ຍາດໄດ້ລາງວັນທີ 2 ຈຳນວນ 1 ຂັນ ແລະ ລາງວັນທີ 3 ຈຳນວນ 3 ຂັນ; ອັນດັບທີ 9 ຄະນະວິທະຍາສາດສິ່ງແວດລ້ອມ ຍາດໄດ້ລາງວັນທີ 2 ຈຳນວນ 1 ຂັນ ແລະ ລາງວັນທີ 3 ຈຳນວນ 1 ຂັນ; ອັນດັບທີ 10 ຄະນະສະຖາປັດຕະຍະກໍາສາດ ຍາດໄດ້ລາງວັນທີ 3 ຈຳນວນ 3 ຂັນ; ອັນດັບທີ 11 ຮ່ວມ ຄະນະອັກສອນສາດ ແລະ ຄະນະຊັບພະຍາກອນນໍ້າ ຍາດໄດ້ລາງວັນທີ 3 ພາກສ່ວນລະ 1 ຂັນ.
ໃນພິທີໄດ້ຮັບຊົມການຍ່າງເດີນຂະບວນກ້ອນກໍາລັງຂອງນັກກິລາ, ຮັບຊົມການສະແດງສິລະປະເປັນຕົ້ນແມ່ນການຮ້ອງເພງລວມໝູ່, ການສະແດງມວຍລາຍລາວ ແລະ ການສະແດງບົດຟ້ອນ ນອກຈາກນັ້ນຍັງໄດ້ຮັບຊົມການແຂ່ງຂັນເຕະບານຊາຍ ຄູ່ຊີງຊະນະເລີດ ລະຫວ່າງ ຄະນະວິທະຍາສາດການກິລາ-ກາຍະກໍາ ແລະ ຄະນະວິສະວະກໍາສາດ ຊຶ່ງບັນຍາກາດຂອງງານແມ່ນເຕັມໄປດ້ວຍຄວາມຄຶກຄື້ນມ່ວນຊື່ນທ່າມກາງສຽງຂອງກອງເຊຍແຕ່ລະພາກສ່ວນທີ່ເຂົ້າຊົມເຕັມຂອບສະໜາມທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຕະຫຼອດການແຂ່ງຂັນ ແລະ ຕອນທ້າຍພິທີໄດ້ມີການມອບລາງວັນໃຫ້ນັກກິລາເຕະບານຊາຍ ໂດຍການມອບຂອງທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ.
- 3 - ຄວກ ຄອງອັນດັບ 1 ງານແຂ່ງຂັນກິລານັກສຶກສາທົ່ວ ມຊ ຄັ້ງທີ 13 ສົກສຶກສາ 2022-2023
- 5 - ຄວກ ຄອງອັນດັບ 1 ງານແຂ່ງຂັນກິລານັກສຶກສາທົ່ວ ມຊ ຄັ້ງທີ 13 ສົກສຶກສາ 2022-2023
- 4 - ຄວກ ຄອງອັນດັບ 1 ງານແຂ່ງຂັນກິລານັກສຶກສາທົ່ວ ມຊ ຄັ້ງທີ 13 ສົກສຶກສາ 2022-2023