ແຂວງສາລະວັນ ຄົ້ນຄວ້າຫາລືການຈັດສັນ ແລະ ຖອນຄືນ ລົດໃຫ້ລັດ

- IMG 6527 - ແຂວງສາລະວັນ ຄົ້ນຄວ້າຫາລືການຈັດສັນ ແລະ ຖອນຄືນ ລົດໃຫ້ລັດ
- kitchen vibe - ແຂວງສາລະວັນ ຄົ້ນຄວ້າຫາລືການຈັດສັນ ແລະ ຖອນຄືນ ລົດໃຫ້ລັດ

ແຫລ່ງຂ່າວແຂວງສາລະວັນ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມດຳລັດຂອງລັດຖະບານວ່າດ້ວຍລົດຂອງລັດ ເລກທີ 599/ລບ, ຄະນະກໍາມະການຮັບຜິດຊອບ ໃນການຈັດສັນ, ຖອນຄືນ ແລະ ປະກອບລົດບໍລິຫານລັດ ແຂວງສາລະວັນ ໄດ້ຂຸ້ນຂ້ຽວເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ເປັນຮູບປະທຳ ແລະ ປະຕິບັດມາແລ້ວໃນໄລຍະໜຶ່ງ, ເຊິ່ງມາຮອດປັດຈຸບັນມີຄວາມຄືບໜ້າຫລາຍດ້ານ ເປັນຕົ້ນ: ສຳເລັດການຄົ້ນຄວ້າ, ປັບປຸງ ແລະ ສ້າງນິຕິກຳທີ່ກ່ຽວຂ້ອງ, ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ແລະ ແຜນເຄື່ອນໄຫວວຽກງານຕົວຈິງສາມາດເກັບກຳຂໍ້ມູນສະຖິຕິພາຫະນະບໍລິຫານລັດ ໃນທົ່ວແຂວງມີທັງໝົດ 1.416 ຄັນ. ໃນນັ້ນ, ລົດໃຫຍ່ 354 ຄັນ, ຂັ້ນແຂວງຄຸ້ມຄອງ 203 ຄັນ, ເມືອງຄຸ້ມຄອງ 151 ຄັນ, ລົດຈັກ 1.062 ຄັນ, ຂັ້ນແຂວງຄຸ້ມຄອງ 388 ຄັນ ແລະ ຂັ້ນເມືອງ 674 ຄັນ.

ເມື່ອບໍ່ດົນຜ່ານມາ, ແຂວງສາລະວັນ ໄດ້ຈັດກອງປະຊຸມເພື່ອປຶກສາຫະລືກ່ຽວກັບວຽກງານດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ, ຜູ້ຊີ້ນຳວຽກງານເສດຖະກິດ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ພ້ອມທັງຜ່ານຮ່າງຄຳແນະນຳກ່ຽບກັບການຈັດສັນ, ຖອດຄືນ ແລະ ປະກອບລົດບໍລິຫານຂອງລັດ ເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ, ການຈັດສັນລົດບໍລິຫານ, ວິທີການສະສາງ, ຮູບແບບ ແລະ ຂັ້ນຕອນຕ່າງໆ, ທັງດ້ານນະ ໂຍບາຍຕາມດຳລັດ 599/ລບ.

- Visit Laos Visit SALANA BOUTIQUE HOTEL - ແຂວງສາລະວັນ ຄົ້ນຄວ້າຫາລືການຈັດສັນ ແລະ ຖອນຄືນ ລົດໃຫ້ລັດ

- IMG 6529 - ແຂວງສາລະວັນ ຄົ້ນຄວ້າຫາລືການຈັດສັນ ແລະ ຖອນຄືນ ລົດໃຫ້ລັດ

ໃນກອງປະຊຸມ, ທ່ານ ນາງ ຫວັດສະດີ ສີປະເສີດ ຮອງຫົວໜ້າພະແນກການເງິນແຂວງສາລະວັນ ໄດ້ຜ່ານຮ່າງບົດລາຍງານຄວາມຄືບໜ້າ ການປະຕິບັດວຽກງານການຈັດສັນ, ຖອນຄືນ ແລະ ປະກອບລົດບໍລິຫານລັດ ເຊິ່ງມາຮອດປັດຈຸບັນ ແມ່ນມີຄວາມຄືບໜ້າຫລາຍດ້ານ. ສຳລັບການຂຶ້ນບັນຊີພາຫະນະຂອງພະແນກການ, ກົມກອງ ອ້ອມຂ້າງແຂວງ ທີ່ໄດ້ສົ່ງລາຍລະອຽດ ແລ້ວ ມີຈຳນວນທັງໝົດ 176 ຄັນ, ໃນນັ້ນ ປະເພດລົດໃຫຍ່ 109 ຄັນ, ລົດຈັກ 67 ຄັນ, ໃນຈໍານວນລົດດັ່ງກ່າວ ທີ່ຂໍສືບຕໍ່ນຳໃຊ້ 84 ຄັນ, ລົດໃຫຍ່ 46 ຄັນ, ລົດຈັກ 38 ຄັນ, ສ່ວນລົດ ທີ່ສະເໝີສະສາງ ປະເພດລົດໃຫຍ່ 53 ຄັນ, ລົດຈັກ 28 ແລະ ລໍຖ້າສະສາງ ຈຳນວນ 5 ຄັນ. ນອກຈາກນັ້ນ, ແມ່ນຈະສືບຕໍ່ສະເໜີການຈັດພິມແຜ່ນກາໝາຍນໍາໃຊ້ ແລະ QR Code ຕາມລະບົບກົມຄຸ້ມຄອງຊັບສິນແຫ່ງລັດ AMIS ເພື່ອຕິດໃສ່ລົດແຕ່ລະຄັນ.

 

- 4 - ແຂວງສາລະວັນ ຄົ້ນຄວ້າຫາລືການຈັດສັນ ແລະ ຖອນຄືນ ລົດໃຫ້ລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!