ອາເມລິກາແລະກຸ່ມ G7 ຈະລົງໂທດຮອບໃໝ່ຕໍ່ຣັສເຊຍ ດ້ານເຕັກນິກວິທະຍາສາດ ແລະ ອຸປະກອນຂອງອຸດສາຫະກຳ
February 18, 2023 - 2:34 PM


ຂ່າວ CRI ລາຍງານວ່າ: ວັນທີ 16 ກຸມພາ 2023 ນີ້ ນາງວິກໂຕເຣຍ ນູແລນ ຮອງລັດຖະມົນຕີກະຊວງການຕ່າງປະເທດອາເມລິກາກ່າວວ່າ ອາເມລິກາ ແລະ ກຸ່ມ G7 ຈະລົງໂທດຂະໜາດໃຫຍ່ຮອບໃໝ່ຕໍ່ຣັສເຊຍ.
ສ່ວນເປົ້າໝາຍຂອງການລົງໂທດຮອບນີ້ລວມທັງການເພີ່ມການລົງໂທດຕໍ່ຂົງເຂດທີ່ໄດ້ລົງໂທດແລ້ວ ຍັງລວມທັງເຕັກນິກວິທະຍາສາດ ແລະ ອຸປະກອນຂອງອຸດສາຫະກຳປ້ອງກັນປະເທດຂອງຣັສເຊຍ ແລະ ອື່ນໆ. ການລົງໂທດຮອບນີ້ຍັງຈະມີອຸດສາຫະກຳການທະນາຄານ.
ນັບແຕ່ຣັດເຊຍ ກັບ ຢູເຄຣນເກີດການປະທະກັນເປັນຕົ້ນມາ, ປະເທດຕາເວັນຕົກທີ່ນຳໂດຍອາເມລິກາໄດ້ລົງໂທດຕໍ່ຣັດເຊຍຢ່າງບໍ່ຢຸດຢັ້ງ.
ຕໍ່ເລື່ອງນີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍເຄີຍກ່າວວ່າ, ຕາເວັນຕົກລົງໂທດຕໍ່ຣັສເຊຍທີ່ບໍ່ເຄີຍມີມາກ່ອນ ໂດຍມີຈຸດປະສົງທຳລາຍເສດຖະກິດຂອງຣັດເຊຍຢ່າງເຖິງຖອງໃນເວລາສັ້ນ, ແຕ່ທີ່ຈິງແລ້ວ, ພາຍໃຕ້ຄວາມພະຍາຍາມຮ່ວມຂອງລັດຖະບານ, ອົງການການເງິນ ແລະ ທ້ອງຖິ່ນຕ່າງໆຂອງຣັດເຊຍ, ສະພາບການເສດຖະກິດຂອງຣັັດເຊຍໄດ້ຮັກສາຄວາມໝັ້ນຄົງ.