ການວິໄຈພົບວ່າ ການປ່ຽນແປງສະພາບອາກາດ ອາດເຮັດໃຫ້ຍຸງແພ່ເຊື້ອມາລາເຣຍໄດ້ງ່າຍຂຶ້ນ
ການວິໄຈຫລ້າສຸດເປີດເຜີຍວ່າ: ເມື່ອອຸນຫະພູມສູງຂຶ້ນ ສິ່ງມີຊີວິດໃນເຂດຮ້ອນຫລາຍຊະນິດ ລວມທັງຍຸງ ຈະອົບພະຍົບ ແລະ ເຄື່ອນຍ້າຍໄປບ່ອນຢູ່ອາໄສແຫ່ງໃໝ່ທີ່ໄກຈາກເສັ້ນສູນສູດໃນທະວີບອາຟຣິກາເພີ່ມຂຶ້ນ.
ໂດຍຂໍ້ມູນຈາກທີມວິໄຈຂອງມະຫາວິທະຍາໄລຈອດທາວ ນັບແຕ່ປີ 1898 ພົບວ່າ: ຍຸງທີ່ເປັນພາຫະຂອງເຊື້ອມາລາເຣຍໄດ້ເຄື່ອນຍ້າຍອອກຫ່າງຈາກເສັ້ນສູນສູດຂອງໂລກໂດຍສະເລ່ຍແລ້ວປະມານ 4,7 ກິໂລແມັດຕໍ່ປີໃນໄລຍະທົດສະວັດຜ່ານມາ ເຊິ່ງອາດມີສ່ວນເຮັດໃຫ້ເຊື້ອພະຍາດມາລາເຣຍສາມາດແພ່ກະຈາຍໄປພື້ນທີ່ອື່ນໆທົ່ວໂລກໄດ້ງ່າຍຂຶ້ນ.
ທ່ານ ຄໍລິນ ຄາລສັນ ນັກຊີວະວິທະຍາແຫ່ງຈອນທາວ ແລະ ຜູ້ນໍາສະເໜີການວິໄຈຫລ້າສຸດນີ້ ລະບຸວ່າ: ທ່ານຍັງຕ້ອງການຂໍ້ມູນອີກຫລາຍຢ່າງທີ່ຈະມາຊ່ວຍຢືນຢັນເຖິງການພົວພັນໂດຍກົງລະຫວ່າງການແພ່ກະຈາຍຂອງຍຸງ, ມາລາເຣຍ ແລະ ອຸນຫະພູມທີ່ສູງຂຶ້ນ ໂດຍຜົນກະທົບຮ້າຍແຮງທີ່ສຸດຂອງການປ່ຽນແປງສະພາບອາກາດອາດບໍ່ໄດ້ມາຈາກນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ໄພພິບັດອື່ນໆເທົ່ານັ້ນ. ຈາກຂໍ້ມູນຂອງນັກວິທະຍາສາດດ້ານສະພາບອາກາດຂອງສະຫະປະຊາຊາດຊີ້ວ່າ: ບາງຜົນໄດ້ຮັບຮ້າຍແຮງທີ່ສຸດອາດມາຈາກໂຣກໄພໄຂ້ເຈັບ.
ພະຍາດມາລາເຣຍນັ້ນຖືເປັນພຽງບໍ່ເທົ່າໃດພະຍາດຮ້າຍທີ່ຄຸກຄາມມະນຸດຢ່າງຍາວນານ ໂດຍເຊື້ອມາລາເຣຍເປັນເຊື້ອພະຍາດທີ່ມີມາແຕ່ຍຸກດຶກດໍາບັນ ແລະ ຖືເປັນໜຶ່ງໃນພະຍາດຮ້າຍແຮງທີ່ສຸດໃນໂລກ ເຊິ່ງຂ້າຊີວິດຄົນໄປແລ້ວ 600.000 ກວ່າຄົນຕໍ່ປີ.
ນັບແຕ່ການປະຕິວັດອຸດສາຫະກໍາເປັນຕົ້ນມາ ມະນຸດໄດ້ມີສ່ວນເຮັດໃຫ້ໂລກຮ້ອນຂຶ້ນ ບວກກັບການປ່ຽນແປງຂອງສະພາບອາກາດ ເຊິ່ງສົ່ງຜົນຕໍ່ການປ່ຽນແປງທີ່ຢູ່ອາໄສຂອງສິ່ງມີຊີວິດ ແລະ ຊຸກຍູ້ໃຫ້ພືດ ແລະ ສັດຕ້ອງຍ້າຍຖິ່ນຖານໄປສະຖານທີ່ໃໝ່ ສົ່ງຜົນໃຫ້ເຊື້ອພະຍາດຕ່າງໆ ເຄື່ອນຍ້າຍໄປສະຖານທີ່ອື່ນໆເຊັ່ນດຽວກັນ ຖືເປັນໜຶ່ງໃນຜົນກະທົບຈາກການປ່ຽນແປງຂອງສະພາບອາກາດທີ່ຫລາຍໆຄົນມັກຄາດບໍ່ເຖິງ.
ນອກຈາກນີ້, ການແພ່ກະຈາຍຂອງຍຸງໄປຖິ່ນຖານຕ່າງໆນັ້ນ ຍັງສົ່ງຜົນກະທົບຕໍ່ສິ່ງມີຊີວິດອື່ນໆຈໍານວນຫລາຍ ບໍ່ພຽງແຕ່ມະນຸດເທົ່ານັ້ນ ຍົກຕົວຢ່າງ ນົກພື້ນຖິ່ນຂອງຮາວາຍທີ່ຈໍາເປັນຕ້ອງອົບພະຍົບຂຶ້ນສູ່ພື້ນທີ່ສູງ ເນື່ອງຈາກຖືກພະຍາດມາລາເຣຍໃນສັດປີກຄຸກຄາມ, ແຕ່ເມື່ອອຸນຫະພູມສູງຂຶ້ນ ນັກວິທະຍາສາດຄາດຄະເນວ່າ: ຍຸງຈະແພ່ພັນຂຶ້ນທີ່ສູງເຊັ່ນດຽວກັນ ເຮັດໃຫ້ນົກເຫລົ່ານີ້ອາດຈະບໍ່ມີບ່ອນຢູ່ອາໄສ.
ເຖິງຢ່າງໃດກໍຕາມ, ການຄົ້ນພົບຂໍ້ມູນເຫລົ່ານີ້ໃນໄລຍະເວລາຕົ້ນໆ ບໍ່ໄດ້ເປັນນິມິດໝາຍທີ່ດີສໍາລັບການຕໍ່ສູ້ກັບພະຍາດມາລາເຣຍເທົ່າໃດ ເນື່ອງຈາກປັດຈຸບັນ ບັນດາລັດຖະບານ ແລະ ອົງກອນຜູ້ໃຈບຸນຈໍານວນບໍ່ໜ້ອຍຕ່າງມຸ່ງໃຊ້ເງິນທຶນຫລາຍພັນລ້ານໂດລາຕໍ່ປີໄປກັບມຸ້ງ, ຢາຂ້າແມງໄມ້ ແລະ ຢາຄວິນນິນ ເພື່ອປ້ອງກັນການຕິດເຊື້ອໄຂ້ມາລາເຣຍ ແລະ ອາການຂ້າງຄຽງອື່ນໆ, ແຕ່ຍັງຂາດເງິນທຶນສໍາລັບເປົ້າໝາຍໃນການຮັບມືຕໍ່ພະຍາດດັ່ງກ່າວໃນລະດັບສາກົນອີກຈໍານວນຫລາຍ.
ອ້າງອີງ: