ເຈົ້າຂອງທີມ ທັອດແນມ ຮັອດສະເປີ ບໍ່ສົນໃຈຂາຍສະໂມສອນ ເຖິງວ່າຈະໄດ້ຂໍ້ສະເໜີມະຫາສານກໍຕາມ
February 16, 2023 - 10:04 AM




ສື່ຊື່ດັງລາຍງານວ່າ ເຈົ້າຂອງທີມ ທັອດແນມ ຮັອດສະເປີ ບໍ່ມີຄວາມສົນໃຈຂາຍສະໂມສອນແຕ່ຢ່າງໃດ ເຖິງຈະມີຂ່າວວ່າກຽມຈະ ໄດ້ຮັບຂໍ້ສະເໜີຈຳນວນມະຫາສານກໍຕາມ.
ກ່ອນໜ້ານີ້ Financial Times ສື່ຊື່ດັງທາງດ້ານການເງິນເປີດເຜີຍວ່າ ຈາມ ນາຈາຟີ ມະຫາເສດຖີຊາວອາເມລິກາເຊື້ອສາຍອີຣ່ານ ແລະ ຜູ້ຖືຫຸ້ນທີມບານບ້ອງ ຟີນິກ ຊັນ ແລະ ປະທານບໍລິສັດ ພວມເຮັດວຽກຮ່ວມກັບກຸ່ມທຶນເພື່ອກຽມໂຄງສ້າງຂອງການ ສະເໜີລາຄາເຂົ້າຊື້ ສະເປີ ດ້ວຍເງິນຈຳນວນ 3,1 ພັນລ້ານປອນ.
ແນວໃດກໍຕາມຫລ້າສຸດ BBC ສື່ຊັ້ນນຳຂອງອັງກິດເປີດເຜີຍວ່າ ໂຈ ລິວອິສ ເຈົ້າຂອງທີມສະເປີ ບໍ່ມີຄວາມຕັ້ງໃຈທີ່ຈະຂາຍສະໂມ ສອນອອກໄປແຕ່ຢ່າງໃດ ແລະ ມຸ້ງຫມັ້ນທີ່ຈະວາງແຜນໄລຍະຍາວກັບສະໂມສອນ.
ສຳລັບ ສະເປີ ຢູ່ໃນອັນດັບ 5 ຂອງຕາຕະລາງພຣີເມຍລີກໃນຂະນະນີ້ ພ້ອມຫາກໍລົງສະໜາມໃນຢູຟາ ແຊ໊ມປຽນ ລີກ ຮອບ 16 ທີມສຸດທ້າຍ ດ້ວຍການເສຍໃຫ້ ເອຊີ ມິລານ 0-1 ໃນເກມນັດທຳອິດ.