ສານປະຊາຊົນສູງສຸດ ແຂວງຫົວພັນ ປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ 14 ຄົນ


ວັນທີ 13 ກຸມພາ 2023, ຫົວໜ້າອົງການໄອຍະການສານປະຊາຊົນສູງສຸດ ແຂວງຫົວພັນ ໄດ້ຖະແຫລງເພື່ອພິຈາລະນາປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ຈຳນວນ 14 ຄົນ, ໃນນີ້ຄະດີຢາເສບຕິດ 9 ຄົນ, ຄະດີທຳຮ້າຍຮ່າງກາຍ 1 ຄົນ, ຄະດີສວຍໃຊ້ໜ້າທີ່ຍັກຍອກຊັບຂອງລັດ 1 ຄົນ, ຄະດີລັກຊັບ 1 ຄົນ, ຄະດີພະຍາຍາມຄາຕະກຳ 1 ຄົນ, ຄະດີທຳມິດສາຈານເດັກຕໍ່າກວ່າ 18 ປີ 1 ຄົນ, ຜ່ານການຄົ້ນຄວ້າບັນດາຂໍ້ມູນຫລັກຖານ ແລະ ເອກະສານຢ່າງລະອຽດຖີ່ຖ້ວນ ຮອບດ້ານ ແລະ ພາວະວິໄສ ໃນໄລຍະປະຕິບັດໂທດຜ່ານມາ ຈຳນວນ 14 ຄົນ ເປັນຜູ້ທີ່ມີຄວາມກ້າວໜ້າ, ເຝິກຝົນຫລໍ່ຫລອມຕົນເອງ, ມີການປ່ຽນແປງ ທັດສະນະແນວຄິດ, ການກະທຳ, ມີສະຕິຕື່ນຕົວ, ເຄົາລົບປະຕິບັດລະບຽບກົດໝາຍ, ລະບຽບຂອງຄ້າຍຄຸມຂັງດັດສ້າງຢ່າງເຂັ້ມງວດ, ຍອມຮັບຄຳຕັດສິນຂອງສານ, ມີຄວາມຮູ້ສຶກກິນແໜງແຄງໃຈຕໍ່ການກະທຳຜິດທີ່ບໍ່ຖືກຕ້ອງຂອງຕົນໃນໄລຍະຜ່ານມາ ແລະ ໄດ້ປະຕິບັດໂທດມາແລ້ວເກີນ 2/3 ຂອງໂທດທີ່ສານຕັດສິນອິດສະລະພາບ ພ້ອມຜ່ານການກວດກາແລ້ວ ຈຶ່ງໄດ້ຢັ້ງຢືນວ່າ ນັກໂທດຈຳນວນ 14 ຄົນນີ້ ແມ່ນມີເງື່ອນໄຂຄົບຖ້ວນ ໃນການປ່ອຍຕົວນັກໂທດໂດຍມີເງື່ອນໄຂຕາມມາດຕາ 104 ຂອງປະມວນກົດໝາຍອາຍາ, ພາຍຫລັງກັບອອກໄປຫາຄອບຄົວ ຕ້ອງປະຕິບັດຕົວໃຫ້ເປັນຄົນດີຂອງສັງຄົມ ປະກອບສ່ວນເຂົ້າໃນວຽກງານຕ່າງໆຂອງບ້ານ ແລະ ເມືອງວາງອອກຢ່າງເຂັ້ມງວດ.