ເຊລຊີ ປະກາດຕໍ່ສັນຍາ ຕີອາໂກ ຊິລວາ ຈົນເຖິງປີ 2024




ຕີອາໂກ ຊິລວາ ຈົດປາກກາຕໍ່ສັນຍາສະບັບໃຫມ່ກັບ ເຊລຊີ ຈົນເຖິງລະດູການປີ 2024 ເປັນທີ່ຮຽບຮ້ອຍແລ້ວ.
ກອງຫລັງປີກຂວາ ອາຍຸ 38 ປີ ເຊິ່ງເປັນແກນຫລັກໃນກອງຫລັງຂອງເຊລຊີ ນັບຕັ້ງແຕ່ຍ້າຍມາຈາກ ປາຣີສ ແຊັງ ແຊັກແມັງ ໃນປີ 2020 ຈະກາຍເປັນນັກເຕະບໍ່ມີສັງກັດໃນລະດູການນີ້ ແຕ່ຫລ້າສຸດສະໂມສອນຢືນຢັນແລ້ວວ່າ ລາວຈະຢູ່ຫລິ້ນໃນຖິ່ນ ສະແຕມຟອດ ບຣິດ ຈົນເຖິງລະດູການໜ້າ.
“ ຂ້ອຍມີຄວາມສຸກຫລາຍທີ່ະຈໄດ້ສານຕໍ່ເສັ້ນທາງການເປັນນັກເຕະກັບເຊລຊີ ຕອນທີ່ຂ້ອຍເຊັນສັນຍາສະບັບທຳອິດ ມັນພຽງປີດຽວເທົ່ານັ້ນ ຕອນນີ້ມັນແມ່ນ 4 ປີ ຂ້ອຍຈິນຕະນາການບໍ່ອອກເລີຍ ມັນເປັນໄລຍະເວລາທີ່ພິເສດຫລາຍ ສຳລັບຂ້ອຍທີ່ໄດ້ເຊັນສັນຍາ ແລະ ຢູ່ກັບເຊລຊີ ຕໍ່ໄປ ”.
ຂະນະທີ່ ທ໊ອດ ໂບລີ ປະທານສະໂມສອນ ເຊລຊີ ແລະ ເບແດດ ເອັກບາລີ ເຈົ້າຂອງທີມຮ່ວມ ກ່າວວ່າ : “ ເຮົາຍິນດີທີ່ ຕີອາໂກ ຕັດສິນໃຈຢູ່ກັບທີມຕໍ່ໄປ ລາວມີຄວາມສາມາດລະດັບໂລກ ເຊິ່ງລາວໄດ້ພິສູດໃຫ້ເຫັນມາແລ້ວຫລາຍປີ ທັງໃນລະດັບສະໂມສອນ ແລະ ລະດັບປະເທດ ເຊິ່ງດ້ວຍປະສົບການ ຄຸນນະພາບ ແລະ ທັກສະຄວາມເປັນຜູ້ນຳຂອງລາວ ລາວມີຄວາມສຳຄັນ ຢ່າງຍິ່ງຕໍ່ ວິໄສທັດຂອງເຮົາໃນອະນາຄົດ ເຮົາຕື່ນເຕັ້ນຫລາຍທີ່ລາວຕໍ່ສັນຍາກັບເຮົາ ແລະ ເຮົາຫວັງວ່າຈະປະສົບຄວາມສຳ ເລັດຮ່ວມກັບລາວຫລາຍກວ່ານີ້ ”.