ເຈົ້າຄອງນະຄອນຫລວງ ຊີ້ນຳໃຫ້ຄະນະຮັບຜິດຊອບການສ້າງຕັ້ງເມືອງໃໝ່ ສືບຕໍ່ແກ້ໄຂບັນຫາຕ່າງໆໃຫ້ສຳເລັດໂດຍໄວ


ໃນໂອກາດທີ່ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຂັ້ນຮາກຖານ ຢູ່ເມືອງໄຊທານີ, ເມືອງປາກງື່ມ ແລະ ເມືອງນາຊາຍທອງ ໃນວັນທີ 10 ກຸມພາ 2023, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງໄດ້ລົງກວດກາຂອບເຂດພື້ນທີ່ຂອງເມືອງໃໝ່ ເຊິ່ງມີເນື້ອທີ່ ທັງໝົດ 360,55 ກິໂລຕາແມັດ, ຢູ່ໃນ 5 ກຸ່ມບ້ານ, ປະກອບມີ 24 ບ້ານຂອງເມືອງໄຊທານີ, ມີພົນລະເມືອງທັງໝົດ 35.224 ຄົນ. ໃນນັ້ນ, ມີເຜົ່າລາວ 32.043 ຄົນ, ເຜົ່າມົ້ງ 2.757 ຄົນ ແລະ ເຜົ່າກຶມມຸ 424 ຄົນ. ມາຮອດປັດຈຸບັນ ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ໄດ້ສໍາເລັດການກໍານົດທີ່ຕັ້ງສໍານັກງານຕ່າງໆຂອງລັດເປັນຕົ້ນ: ຈຸດທີ່ຕັ້ງສໍານັກງານຫ້ອງວ່າການປົກຄອງເມືອງ, ຈຸດທີ່ຕັ້ງກອງບັນຊາການ ປກຊ- ປກສ ແລະ ຄ້າຍຄຸມຂັງຂອງເມືອງ.
ເພື່ອເຮັດໃຫ້ວຽກງານການກະກຽມໃຫ້ແກ່ການຕັ້ງຕັ້ງເມືອງໃໝ່ ໄດ້ດໍາເນີນໄປຢ່າງຕໍ່ເນື່ອງ ແລະ ໃນເງື່ອນໄຂທີ່ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ບໍ່ທັນໄດ້ເປັນຫົວໜ່ວຍງົບປະມານ, ທ່ານ ນາງ ດໍາດວນ ຈັນທະວົງ ຫົວໜ້າຄະນະຮັບ ຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ນະຄອນຫລວງວຽງຈັນ ໄດ້ສະເໜີທ່ານເຈົ້າຄອງນະຄອນຫລວງວຽງຈັນ ແລະ ຂະແໜງການກ່ຽວຂ້ອງ ໄດ້ ພິຈາລະນາບິແບ່ງງົບປະມານມາຈັດຕັ້ງປະຕິບັດໂຄງການຕ່າງໆທີ່ຈໍາເປັນເຊັ່ນ: ການເວັ້ນຄືນທີ່ດິນໃຫ້ແກ່ປະຊາຊົນ ຖ້າແກ່ຍາວຈະມີຄວາມຫຍຸ້ງຍາກ ເພາະມູນຄ່າທີ່ດິນນັບມື້ນັບສູງຂຶ້ນການ, ກໍ່ສ້າງຫໍພັກໃຫ້ພະນັກງານ ແລະ ໂຄງການພັດທະນາເຂດຈຸດສຸມນາໂງມ-ນາຕານ.
ໃນໂອກາດນີ້, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ຕະຫລອດຮອດອໍານາດການປົກຄອງບ້ານທີ່ໄດ້ເປັນເຈົ້າການມີສ່ວນຮ່ວມເອົາໃຈໃສ່ໃນການສ້າງຕັ້ງເມືອງໃໝ່ໃຫ້ມີບາດກ້າວຂະຫຍາຍຕົວ, ພ້ອມທັງໄດ້ເນັ້ນໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄື ການສ້າງຄວາມເຂັ້ມແຂງໃຫ້ບ້ານ ເພື່ອບໍ່ໃຫ້ເກີດມີປະກົດການຫຍໍ້ທໍ້, ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດ, ລັກຊັບ, ການລັກລອບຕັດໄມ້ທໍາລາຍປ່າ ເນື່ອງຈາກມີເຂດປ່າສະຫງວນ ແລະ ເຂດປ່າປ້ອງກັນແກ້ໄຂບັນຫາການຈັບຈອງທີ່ດິນທີ່ຍັງເປັນບັນຫາຫຍຸ້ງຍາກ ການຊື້-ຂາຍດິນຊະຊາຍທີ່ບໍ່ສອດຄ່ອງຕາມລະບຽບ ເຊິ່ງ ອໍານາດການປົກຄອງບ້ານຕ້ອງກໍາ ໄດ້ລະບຽບຫລັກການ ແລະ ປະຕິບັດໃຫ້ເຄັ່ງຄັດ. ພ້ອມນັ້ນຕ້ອງເອົາໃຈໃສ່ວຽກງານດ້ານສາທາລະນະສຸກບໍ່ໃຫ້ມີການແຜ່ລະບາດຂອງພະຍາດເປັນຕົ້ນໄຂ້ຍຸງລາຍວຽກງານການສຶກສາຕ້ອງສົ່ງເສີມຍົກ ລະດັບການຮຽນ-ການສອນໃຫ້ເປັນລະບົບຮັບປະກັນໄດ້ຄຸນນະພາບເຮັດໃຫ້ລູກຫລານໄດ້ເຂົ້າຮຽນຄົບຖ້ວນ ແລະ ຄູສອນຕ້ອງມີຄວາມເອົາໃຈໃສ່ໃນການສິດສອນ, ຮັກສາວັດທະນາທໍາຮີດຄອງປະເພນີ ຕິດພັນກັບການສ້າງແຫລ່ງທ່ອງທ່ຽວຈາກທ່າແຮງທີ່ມີ ເພື່ອດຶງດູດເອົາການພັດທະນາ ແລະ ສ້າງແຫລ່ງລາຍຮັບສູ່ປະຊາຊົນທີ່ສໍາຄັນຕ້ອງສ້າງຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ເພື່ອເປັນ ເຈົ້າການຮ່ວມກັນໃນການສ້າງສາເປັນເອກະພາບ ເຮັດໃຫ້ການສ້າງເມືອງໃໝ່ສໍາເລັດໄດ້ໂດຍໄວ ອີງໃສ່ການສ້າງພື້ນຖານຄວາມສະຫງົບກ້າວໄປສູ່ການຜະລິດເປັນສິນຄ້າ ແລະ ມີການພັດທະນາໄປເທື່ອລະກ້າວແບບຍືນຍົງ.