ຄະນະກໍາມະການຊີ້ນໍາລະດັບຊາດ ຫາລືກະກຽມຄວາມພ້ອມ ເພື່ອດໍາເນີນການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024


ວັນທີ 9 ກຸມພາ 2023 ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອສືບຕໍ່ກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ເຊິ່ງ ສປປ ລາວ ໄດ້ເປັນປະທານອາຊຽນມາແລ້ວ 2 ຄັ້ງ ແລະ ຄັ້ງ 3 ຈະເລີ່ມແຕ່ວັນທີ 1 ມັງກອນ ຫາ 31 ທັນວາ 2024.
ເພື່ອປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າຂອງການປະຕິບັດໜ້າວຽກຂອງບັນດາອະນຸກໍາມະການ ເປັນຕົ້ນ: ການກະກຽມດ້ານທີ່ພັກ, ສະຖານທີ່ຈັດກອງປະຊຸມ, ຍານພາຫະນະ, ການກະກຽມບຸກຄະລາກອນ, ດ້ານງົບປະມານ, ດ້ານຄົມມະນາຄົມ, ດ້ານເນື້ອໃນ, ຂະແໜງການບຸລິມະສິດ ພາຍໃຕ້ 3 ເສົາຄໍ້າ ປະຊາຄົມອາຊຽນ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.
ເນື່ອງຈາກວ່າການຮັບໜ້າທີ່ປະທານອາຊຽນຂອງ ສປປ ລາວ ຫຍັບຈໍ້ເຂົ້າມາແລ້ວ, ກອງປະຊຸມຈຶ່ງໄດ້ເຫັນດີມອບໝາຍໃຫ້ 14 ອະນຸກໍາມະການສໍາລັບການເປັນປະທານອາຊຽນ ສືບຕໍ່ເຮັດວຽກ ແລະ ປະສານງານກັນ ເພື່ອກະກຽມຄວາມພ້ອມພາຍໃນຂອງ ສປປ ລາວ ໂດຍສະເພາະດ້ານສະຖານທີ່ຈັດກອງປະຊຸມ, ໂຮງແຮມ, ຮ້ານອາຫານ, ການປະດັບປະດາຕົວເມືອງ, ການສ້ອມແປງຖະໜົນຫົນທາງ, ການສື່ສານ, ການກະກຽມພະນັກງານຮັບໃຊ້ກອງປະຊຸມ ແລະ ຍານພາຫະນະ ເພື່ອຮອງຮັບແຂກ ກໍຄື ຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ຄູ່ຮ່ວມເຈລະຈາ ແລະ ອົງການຈັດຕັ້ງສາກົນອື່ນໆ ໃນປີ 2024.
ສໍາລັບດ້ານເນື້ອໃນ, ກອງປະຊຸມໄດ້ມອບໝາຍໃຫ້ຂະແໜງການກ່ຽວຂ້ອງ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ໂດຍສະເພາະກະຊວງການຕ່າງປະເທດ, ກະຊວງອຸດສະຫະກໍາ ແລະ ການຄ້າ, ແລະ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສືບຕໍ່ປຶກສາຫາລືການກະກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ສໍາເລັດ ໃນໄລຍະໄຕມາດທີ 2 ຂອງປີ 2023.