ສາຍການບິນຍີ່ປຸ່ນ ຍົກເລີກຖ້ຽວບິນຫລາຍສິບຖ້ຽວ ຫລັງຫິມະຕົກໜັກ
February 11, 2023 - 9:45 AM


ສຳນັກຂ່າວຕ່າງປະເທດລາຍງານວ່າ: ສາຍການບິນເຈແປນ ແອລາຍ ແລະ ອອນ ນິບປອນແອເວ ຕ້ອງປະກາດຍົກເລີກຖ້ຽວບິນຫລາຍສິບຖ້ຽວ ຫລັງມີຫິມະຕົກໜັກໃນບາງພື້ນທີ່ຂອງເກາະຮອນຊູ ແລະ ນະຄອນຫລວງໂຕກຽວ ໂດຍສາຍການບິນ ອອນ ນິບປອນແອເວ ຕ້ອງປະກາດຍົກເລີກຖ້ຽວບິນ 1 ຖ້ຽວ ທັງຂາເຂົ້າ ແລະ ຂາອອກ ສົ່ງຜົນກະທົບຕໍ່ຜູ້ໂດຍສານປະມານ 2,500 ຄົນ.
ຂະນະທີ່ສາຍການບິນເຈແປນ ແອລາຍ ໄດ້ຍົກເລີກຖ້ຽວບິນ 32 ຖ້ຽວ ສົ່ງຜົນກະທົບຕໍ່ຜູ້ໂດຍສານປະມານ 3,600 ຄົນ ຖ້າຫາກສະພາບອາກາດຍັງເປັນແບບນີ້ ອາດຈະຕ້ອງມີການຍົກເລີກຫລາຍກວ່ານີ້.
ດ້ານກະຊວງຄົມມະນາຄົມໄດ້ປະກາດເຕືອນປະຊາຊົນ ໃຫ້ເຝົ້າລະວັງສະຖານະການຫິມະຕົກໜັກທີ່ອາດຈະທັບຖົມສູງ ເຊິ່ງອຸນຫະພູມໃນຕອນກາງຄືນຫລຸດລົງຕໍ່າ ຈະສົ່ງຜົນໃຫ້ເກີດນ້ຳແຂງເກາະຕິດຖະໜົນ ຈົນເຮັດໃຫ້ຫົນທາງມື່ນ ແລະ ອາດເກີດອັນຕະລາຍໄດ້.