ເປີດ 4 ສະຖິຕິ ໂຣນັລໂດ ທຽບ ເມສຊີ ຫລັງຍິງທຸກລີກເກີນ 500 ປະຕູ ເໜືອກວ່າກັນຄົນລະດ້ານ

- dFQROr7oWzulq5Fa5B23OxQxxx5UpEWOPLsY5s919D9JAbtsI0BhCixNjXmeIQgtsYQ - ເປີດ 4 ສະຖິຕິ ໂຣນັລໂດ ທຽບ ເມສຊີ ຫລັງຍິງທຸກລີກເກີນ 500 ປະຕູ ເໜືອກວ່າກັນຄົນລະດ້ານ
- kitchen vibe - ເປີດ 4 ສະຖິຕິ ໂຣນັລໂດ ທຽບ ເມສຊີ ຫລັງຍິງທຸກລີກເກີນ 500 ປະຕູ ເໜືອກວ່າກັນຄົນລະດ້ານ

- dFQROr7oWzulq5Fa5B23OxQxxx5UpEWOPLsY5s919D9JAbtsI0BhCixNjXmeIQgtsYQ - ເປີດ 4 ສະຖິຕິ ໂຣນັລໂດ ທຽບ ເມສຊີ ຫລັງຍິງທຸກລີກເກີນ 500 ປະຕູ ເໜືອກວ່າກັນຄົນລະດ້ານ

ເປີດສະຖິຕິການຍິງປະຕູໃນລີກຂອງ ຄຣິສຕຽນໂນ ໂຣນັລໂດ ຍອດດາວຍິງທີມຊາດໂປຣຕຸເກສ ອາຍຸ 38 ປີ ຫລັງເຫມົາຄົນດຽວ 4 ປະຕູໃນເກມລີກສູງສຸດ ຊາອຸດິ ອາຣະເບຍ ເຊ່ິງ ອັລ ນາສເຊີ ບຸກໄປຊະນະ ອັລ ເວດາ 4-0 ຊ່ວຍໃຫ້ທີມເກັບເພີ່ມເປັນ 37 ຄະແນນ ຈາກ 15 ນັດ ເທົ່າກັບ ອັລ ຊາບັບ ທີ່ລົງເຕະ 17 ເກມ ແຕ່ປະຕູໄດ້-ເສຍ ດີກວ່າ (ອັລ ນາສເຊີ +26/ອັລ ຊາບັບ +21) ເຮັດໃຫ້ຄອງ ຜູ້ນຳຕາຕະລາງຕໍ່ໄປ.

- Visit Laos Visit SALANA BOUTIQUE HOTEL - ເປີດ 4 ສະຖິຕິ ໂຣນັລໂດ ທຽບ ເມສຊີ ຫລັງຍິງທຸກລີກເກີນ 500 ປະຕູ ເໜືອກວ່າກັນຄົນລະດ້ານ

ເຮັດໃຫ້ຕອນນີ້ ໂຣນັລໂດ ຍິງລວມກັນທັງຫມົດ 503 ປະຕູຈາກການລົງຫລິ້ນ 5 ລີກ ຕະຫລອດອາຊີບນັກເຕະ ປະກອບດ້ວຍ ສະປອດຕິງ ລິສບອນ (ຊຸບເປີລີກ ໂປຣຕຸເກສ), ແມນເຊສເຕີ ຢູໄນເຕັດ (ພຣີເມຍລີກ ອັງກິດ), ຣຽວ ມາດຣິດ ( ລາ ລີກາ ສະເປນ ), ຢູເວນຕຸສ (ກັລໂຊ ເຊເຣຍ ອາ ອິຕາລີ) ແລະ ອັລ ນາສເຊີ (ຊາອຸດິ ໂປເຟສຊັລແນລ ລີກ).

ເມື່ອປຽບທຽບກັບສະຖິຕິການຍິງປະຕິໃນລີກຂອງ ລີໂອເນລ ເມສຊີ ຍອດາວຍິງທີມຊາດອາເຈນຕີນາ ທີ່ເຄີຍຫລິ້ນພຽງ 2 ລີກ ໃຫ້ກັບ ບາເຊໂລນາ (ລາ ລີກາ ສະເປນ) ແລະ ປາຣີສ ແຊັງ ແຊັກແມັງ (ລີກເອິງ ຝຣັ່ງ) ຈະອອກມາດັ່ງນີ້ :

+ ຄຣິສຕຽນໂນ ໂຣນັລໂດ ( 654 ນັດ )

  • 503 ປະຕູ
  • 144 ແອສຊິສ
  • 104 ນາທີ/ຍິງ 1 ປະຕູ
  • 81 ນາທີ/ການມີສ່ວນຮ່ວມກັບ 1 ປະຕູ.

+ ລີໂອເນລ ເມສຊີ ( 564 ນັດ)

  • 490 ປະຕູ
  • 216 ແອສຊິສ
  • 94 ນາທີ/ຍິງ 1 ປະຕູ
  • 65 ນາທີ/ການມີສ່ວນຮ່ວມກັບ 1 ປະຕູ.
- 5 - ເປີດ 4 ສະຖິຕິ ໂຣນັລໂດ ທຽບ ເມສຊີ ຫລັງຍິງທຸກລີກເກີນ 500 ປະຕູ ເໜືອກວ່າກັນຄົນລະດ້ານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!