ອິນໂດເນເຊຍຮຽກຮ້ອງມຽນມາ ເລັ່ງຢຸດຕິເຫດຮຸນແຮງຢູ່ລັດຍະໄຂ່

- kitchen vibe - ອິນໂດເນເຊຍຮຽກຮ້ອງມຽນມາ ເລັ່ງຢຸດຕິເຫດຮຸນແຮງຢູ່ລັດຍະໄຂ່

- ggdd8s1u - ອິນໂດເນເຊຍຮຽກຮ້ອງມຽນມາ ເລັ່ງຢຸດຕິເຫດຮຸນແຮງຢູ່ລັດຍະໄຂ່

ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ສົ່ງ​ລັດຖະມົນຕີ​ຕ່າງປະ​ເທດ​ຢ້ຽມຢາມ​ມຽນມາ ​ເພື່ອ​ຫາລື​ກ່ຽວ​ກັບ​ການ​ຢຸດຕິ​ສະຖານະ​ການ​ສູ້​ຮົບ​ນອງ​ເລືອດ​ຢູ່​ລັດ​ຍະ​ໄຂ່, ຂະນະ​ທີ່​ເກີດ​ເຫດ​ມື​ດີ​ດຶກ​ລະ​ເບີດ​ໄຟ​ໃສ່​ສະຖານ​ເອກ​ອັກຄະ​ລັດຖະທູດ​ມຽນມາ​ຢູ່​ນະຄອນຫລວງ​ຈາ​ກາ​ຕາ.

- Visit Laos Visit SALANA BOUTIQUE HOTEL - ອິນໂດເນເຊຍຮຽກຮ້ອງມຽນມາ ເລັ່ງຢຸດຕິເຫດຮຸນແຮງຢູ່ລັດຍະໄຂ່

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ຈາ​ກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໃນ​ວັນ​ທີ 4 ກັນຍາ​ວ່າ: ປະທານາທິບໍດີ ​ໂຈ​ໂກ ວິ​ໂດ​ໂດ ກ່າວ​ໃນ​ວັນ​ທີ 3 ກັນຍາ​ວ່າ: ​ໄດ້​ມອບ​ໝາຍ​ໃຫ້​ທ່ານ​ນາງ ​ເຣດ​ໂນ ມາຣຊູ​ດີ ລັດຖະມົນຕີຕ່າງປະ​ເທດ ​ເດີນທາງ​ຢ້ຽມຢາມ​ນະຄອນຫລວງ​ເນ​ປີ​ດໍ ​ເພື່ອ​ຫາລື​ກັບ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງ​ມຽນມາ ​ໃນ​ການຢຸດ​ສະຖານະ​ການ​ຮຸນ​ແຮງ​ຢູ່​ລັດ​ຍະ​ໄຂ່, ຫາ​ທາງ​ປົກ​ປ້ອງ​ປະຊາຊົນ​ທຸກ​ຄົນ​ໃນ​ພື້ນທີ່ ລວມທັງ​ຊາວ​ມຸດ​ສະ​ລິ​ມ ​ແລະ ​ເພື່ອ​ເປັນ​ການ​ປູ​ທາງ​ສູ່​ການ​ສົ່ງ​ມອບ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ເພີ່ມ​ຕື່ມ​ເຂົ້າສູ່​ລັດ​ຍະ​ໄຂ່ ​ໂດຍ​ຫລັງ​ຈາກ​ນີ້​ທ່ານ ມາຣຊູ​ດີ ຈະ​ເດີນ​ທາງ​ຢ້ຽມຢາມ​ບັງ​ກະລາ​ເທດ ​ເພື່ອ​ຫາລື​ກັບ​ລັດຖະບານ​ທາ​ກາ​ໃນ​ບັນຫາ​ດຽວ​ກັນ​ນີ້.

- fm75g5ie - ອິນໂດເນເຊຍຮຽກຮ້ອງມຽນມາ ເລັ່ງຢຸດຕິເຫດຮຸນແຮງຢູ່ລັດຍະໄຂ່

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ວັນ​ດຽວ​ກັນ ​ເກີດ​ເຫດ​ຄົນ​ຮ້າຍ​ດຶກ​ລະ​ເບີດ​ໄຟ​ເຂົ້າ​ໃສ່​ສະຖານ​ເອກ​ອັກຄະ​ລັດຖະທູດ​ມຽນມາ​ປະຈຳ​ນະຄອນຫລວງ​ຈາ​ກາ​ຕາ ​ໃນ​ວັນ​ທີ 3 ກັນຍາ​ ​ເປັນ​ເຫດ​ໃຫ້​ເກີດ​ໄຟ​ໄໝ້​ບໍລິ​ເວນ​ຊັ້ນສູງ​ຂອງ​ອາຄານ ​ໂຊກ​ດີ​ເຈົ້າໜ້າ​ທີ່​ສາມາດ​ຄວບ​ຄຸມ​ສະຖານະ​ການ​ໄດ້​ທັນ​ເວລາ ​ໂດຍ​ບໍ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ ຫລື ​ເສຍ​ຊີວິດ ​ແລະ ຢູ່​ລະຫວ່າງ​ກວດ​ສອບ​ກ້ອງ​ວີ​ດີ​ໂອ​ວົງ​ຈອນ​ປິດ ​ເພື່ອ​ຕິດຕາມ​ຈັບ​ກຸມ​ຜູ້​ກະທຳ​ຜິດ​ໃຫ້​ມາ​ຮັບ​ໂທດ​ຕາມ​ກົດໝາຍ​ຕໍ່​ໄປ.

- 4 - ອິນໂດເນເຊຍຮຽກຮ້ອງມຽນມາ ເລັ່ງຢຸດຕິເຫດຮຸນແຮງຢູ່ລັດຍະໄຂ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!