ຊານໂຊ ສຸດດີໃຈ! ກັບມາມີຄວາມສຸກ ອີກຄັ້ງ ຫລັງຍິງປະຕູຊ່ວຍທີມລອດເສຍຢ່າງຫວຸດຫວິດ


ຈາດອນ ຊານໂຊ ເປີດໃຈກ່ຽວກັບຊ່ວງເວລາທີ່ມີຄວາມສຸກຂອງການຍິງປະຕູ ແລະ ພ້ອມຍົກຍ່ອງເພື່ອນຮ່ວມທີມທີ່ບໍ່ຍອມແພ້ງ່າຍໆຈົນສາມາດໄລ່ສະເໝີ ລີດສ ໄດ້.
ຈາດອນ ຊານໂຊ ປີກຂອງ ແມນເຊັສເຕີ ຢູໄນເຕັດ ກ່າວວ່າລາວມີຄວາມສຸກຫລາຍ ທີ່ກັບມາຍິງປະຕູໄດ້ ຫລັງຈາກຫລັາສຸດຊ່ວຍໃຫ້ທີມເປີດບ້ານ ໂອແທຣັບຟອດ ສະເໝີກັບ ລີດສ ຢູໄນເຕັດ 2-2 ໃນເກມພຣີເມຍລີກ ອັງກິດ ເມື່ອຄືນວັນພຸດທີ 8 ກຸມພາ ທີ່ຜ່ານມາ.
ລະດູການນີ້ ຊານໂຊ ຢູ່ໃນສະພາບທີ່ບໍ່ດີຂະໜາດທີ່ວ່າຄັ້ງສຸດທ້າຍທີ່ລາວຍິງປະຕູໄດ້ຕ້ອງຍ້ອນໄປໃນຮອບແບ່ງກຸ່ມ ຢູໂຣປາ ລີກ ກັບ ເຊຟຟີວ ໃນກາງເດືອນກັນຍາປີທີ່ຜ່ານມາ.
ເລື່ອງດັ່ງກ່າວເຮັດໃຫ້ ເອຣິກ ເທນຮາກ ຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ຕັດສິນໃຫ້ ຊານໂຊ ແຍກໄປຝຶກຊ້ອມຄົນດຽວທີ່ປະເທດ ໂຮນລັງ ໃນຊ່ວງທີ່ຜ່ານມາ ແລະ ປ່ອຍໃຫ້ເຂົາຟື້ນຟູຮ່າງກາຍຢ່າງເຕັມທີ ກ່ອນທີ່ເຂົາຈະກັບມາລົງຫລິ້ນໃນເກມກັບ ນໍຕິງແຮມ ຟໍເຣສ ໃນວັນທີ 1 ກຸມພາ ແລະ ລ່າສຸດໃນເກມພົບກັບ ລີດສ ແລະ ນັກເຕະໄວ 22 ປີ ກໍ່ກັບມາຍິງປະຕູໄດ້ແລ້ວ.