ຮອງປະທານປະເທດ ເນັ້ນໃຫ້ແຂວງເຊກອງເອົາໃຈໃສ່ດຶງດູດການລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ


ໃນວັນທີ 7 ກຸມພາ 2023 ນີ້, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມຄະນະພັກ-ພະນັກງານນໍາພາຫລັກແຫລ່ງແຂວງເຊກອງ ໂດຍການຕ້ອນຮັບຂອງທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ.
ທ່ານເຈົ້າແຂວງເຊກອງ ໄດ້ລາຍງານກ່ຽວກັບການພັດທະນາເສດຖະກິດ ໂດຍໃນປີ 2022 ຜ່ານມາ ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 4% ລວມຍອດຜະລິດຕະພັນພາຍໃນ GDP ບັນລຸ 2.534 ຕື້ກີບ, ໃນນີ້ຂະແໜງກະສິກໍາກວມເອົາ 68,27%, ຂະແໜງອຸດສາຫະກໍາ 16,37% ແລະ ຂະແໜງບໍລິການກວມເອົາ 15,36%; ເກັບລາຍຮັບເຂົ້າງົບປະມານ (ພູດຂອງແຂວງ) ໄດ້ທັງໝົດ 149,48 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 130% ແລະ ລາຍຈ່າຍ 367,66 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 95,29%; ຜະລິດເຂົ້າໃຫ້ໄດ້ທັງໝົດ 49.114 ໂຕນ, ສະເລ່ຍເຂົ້າກິນ (ເຂົ້າເປືອກ) ໃຫ້ໄດ້ 351 ກິໂລຕໍ່ຄົນຕໍ່ປີ; ພືດສະບຽງອາຫານ 33.654 ໂຕນ; ພືດເປັນສິນຄ້າ 235.099 ໂຕນ; ຜະລິດຊີ້ນ, ປາ ແລະ ໄຂ່ໃຫ້ໄດ້ 6.220 ໂຕນ; ສົ່ງເສີມການລ້ຽງສັດປະເພດຕ່າງໆ, ສົ່ງອອກສັດໄປຕະຫຼາດຕ່າງແຂວງໃຫ້ໄດ້ 35.592 ໂຕຄື: ຄວາຍ 200 ໂຕ, ງົວ 700 ໂຕ, ໝູ 4.446 ໂຕ, ແບ້ 246 ໂຕ ແລະ ສັດປີດ 30.000 ໂຕ.
ໂອກາດນີ້, ທ່ານຮອງປະທານປະເທດ ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາໃຫ້ ແຂວງເຊກອງ ສືບຕໍ່ເອົາໃຈໃສ່ດຶງດູດການລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຕາມທ່າແຮງບົ່ມຊ້ອນ ແລະ ຄວາມສາມາດຕົວຈິງຂອງແຕ່ລະເມືອງ ແຕ່ລະທ້ອງຖິ່ນໃຫ້ຂະຫຍາຍຕົວຢ່າງກວ້າງຂວາງ; ສືບຕໍ່ສຶກສາອົບຮົມການເມືອງແນວຄິດ ເພື່ອສ້າງການຫັນປ່ຽນຈາກອັນເກົ່າໄປສູ່ອັນໃໝ່, ຕ້ານແນວຄິດຄອງເດີມ, ແນວຄິດເອື່ອຍອີງ, ຂີ້ຄ້ານມັກງ່າຍ; ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ຕິດພັນກັບການສ້າງບ້ານ, ກຸ່ມບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກປະຊາຊົນຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານ 3 ສ້າງໃຫ້ເຂົ້າສູ່ລວງເລິກ; ປະຕິບັດຄາດໝາຍຕົວຊີ້ວັດຂອງຂະແໜງສຶກສາ ແລະ ສາທາລະນະສຸກ, ພັດທະນາສີມືແຮງງານໃຫ້ມີຄຸນນະພາບ, ແກ້ໄຂການວ່າງງານ ແລະ ການໜີໄປອອກແຮງງານຢູ່ຕ່າງປະເທດ; ປັບປຸງກໍາລັງ ປກຊ-ປກສ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງເພື່ອເຮັດໜ້າທີ່ປ້ອງກັນເວນຍາມ ແລະ ແກ້ໄຂບັນຫາປະກົດຫຍໍ້ທໍ້ຕ່າງໆ ໂດຍສະເພາະບັນຫາຢາເສບຕິດ, ການລັກລອບຂຸດຄົ້ນຊັບພະຍາກອນ, ການເຄື່ອນໄຫວວຽກງານສາສະໜາທີ່ບໍ່ຖືກຕ້ອງ; ສືບຕໍ່ກໍ່ສ້າງພັກ-ພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງລັດ, ຕ້ານການສໍ້ລາດບັງຫລວງ, ຫລິ້ນກິນຟຸ່ມເຟືອຍ, ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ.