ພຣີເມຍລີກ ອັງກິດ ຕັ້ງຂໍ້ຫາ ແມນ ຊິຕີ້ ລະເມີດກົດການເງິນເກີນ 100 ຄັ້ງ ສ່ຽງຖືກຕັດຄະແນນ ຫລືອາດເຖິງຂັ້ນໄລ່ອອກຈາກລີກ!




ພຣີເມຍລີກ ອອກຖະແຫລງການຕັ້ງຂໍ້ຫາ ແມນເຊສເຕີ ຊິຕີ້ ວ່າລະເມີດກົດການເງິນກວ່າ 100 ຂໍ້ຫາຈາກການສອບສວນດົນເຖິງ 4 ປີ ເຊິ່ງຫາກຜິດແທ້ ພວກເຂົາສ່ຽງຕໍ່ການຖືກຕັດຄະແນນ ໄປຈົນເຖິງຖືກໄລ່ອອກຈາກລີກ.
ໂດຍ ພຣີເມຍລີກ ກ່າວຫາວ່າ ແມນເຊສເຕີ ຊິຕີ ຖືກລະເມີດກົດການເງິນຂອງລີກຫລາຍກວ່າ 100 ຂໍ້ຫາໃນໄລຍະເວລາ 9 ລະດູການ ຫລື ລະຫວ່າງລະດູການ 2009-10 ເຖິງ 2017-18 ຈາກການສອບສວນດົນກວ່າ 4 ປີ ແລະ ຕອນນີ້ ເລື່ອງໄດ້ຖືກສົ່ງໄປຍັງກຳມະການອິດສະຫລະແລ້ວ.
ໂດຍໃນຖະແຫລງຂອງພຣີເມຍລີກກ່າວວ່າ ແມນຊິຕີ້ ລະເມີດກົດທີ່ກຳນົດໃຫ້ພວກເຂົາຕ້ອງໃຫ້ຂໍ້ມູນທາງການເງິນທີ່ຖືກຕ້ອງ ເຊິ່ງໃຫ້ມຸມມອງທີ່ແທ້ຈິງ ແລະ ຍຸດຕິທຳກ່ຽວກັບສະຖານະການທາງການເງິນຂອງສະໂມສອນ ເຊິ່ງຂໍ້ມູນນີ້ລວມເຖິງລາຍໄດ້ຂອງສະໂມສອນ ລາຍໄດ້ຈາກການສະປອນເຊີ ແລະ ຄ່າໃຊ້ຈ່າຍໃນການດຳເນີນງານ.
ຂະນະທີ່ ມາຕິນ ຊິກເລີ ບັນນາທິການຂ່າວກິລາຂອງ ເດິ ທາມ ລາຍງານວ່າ ຫາກພົບວ່າມີຄວາມຜິດແທ້ນັ້ນ ແມນຊິຕີ້ ອາດຖືກລົງໂທດດ້ວຍການຕັດຄະແນນ ຫລື ແມ່ນແຕ່ການໄລ່ອອກຈາກລີກກໍເປັນໄດ້.
ຫລັງການຕັ້ງຂໍ້ຫາຂອງພຣີເມຍລີກ ແມນຊິຕີ້ ໄດ້ອອກຖະແຫລງການຕອບໂຕ້ວ່າ ແມນເຊສເຕີ ຊິຕີ້ ເອຟຊີ ຮູ້ສຶກປະຫລາດໃຈກັບການອອກຂໍ້ກ່າວຫາເລື່ອງການລະເມີດກົດຂອງພຣີເມຍລີກ ໂດຍສະເພາະຢ່າງຍິ່ງເມື່ອພິຈາລະນາຈາກການມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ເນື້ອຫາລາຍລະອຽດຈຳນວນມະຫາສານທີ່ ອິງລິສ ພຣີເມຍລີກ ໄດ້ຈັດກຽມໄວ້ໃຫ້.
“ ສະໂມສອນຍິນຕ້ອນຮັບຄະນະກຳມະການອິດສະຫລະເຂົ້າມາສອບສວນເພື່ອພິຈາລະນາຢ່າງເປັນທາງກາງກ່ຽວກັບຫລັກຖານທີ່ຄວບຄຸມເຊິ່ງບໍ່ສາມາດຫັກລ້າງໄດ້ເຊິ່ງມີຢູ່ເພື່ອສະໜັບສະໜູນຈຸດຢືນຂອງສະໂມສອນ ດ້ວຍເຫດນີ້ເຮົາຈຶ່ງຕັ້ງໜ້າຕັ້ງຕາໃຫ້ເລື່ອງຍຸດຕິທຳລົງທັນທີ ແລະ ຕະຫລອດໄປ ”.
ທັງນີ້ຢ້ອນໄປໃນປີໃນປີ 2020 ແມນຊິຕີ້ ຖືກລົງໂທດຈາກການແຂ່ງຂັນບານຢູໂຣບ (ຢູຟາ) ລະຫວ່າງປີ 2012 ເຖິງປີ 2016 ແຕ່ຫລ້າສຸດແລ້ວ ພວກເຂົາຍື່ນອຸທຶນຕໍ່ສານກິລາໂລກ ໃຫ້ຍົກເລີກໂທດດັ່ງກ່າວສຳເລັດ ແລະ ຖືກປັບເງິນແທນ.