ເປີດບຸນນະມັດສະການ ຜາສາດຫີນ ວັດພູຈຳປາສັກ ມໍລະດົກໂລກ ປະຈຳປີ 2023


ໃນຕອນຄໍ່າວັນທິ 3 ກຸມພາ 2023 ຜ່ານມາ, ໄດ້ມີພິທີເປີດຢ່າງເປັນທາງການ ບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ມໍລະດົກໂລກ ປະຈຳປີ 2023 ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ມະຫາ ບຸນມາ ສີມມາພົມ ປະທານສູນກາງອົງການ ພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ພະອາຈານໃຫຍ່ ມະຫາ ສຸວັນ ຈັນທະລາດ ຄະນະບໍລິຫານງານປະຈຳການສູນກາງ ອພສ, ຜູ້ຊ່ວຍປະທານສູນກາງ ອພສ, ປະທານ ອພສ ແຂວງຈຳປາສັກ. ພ້ອມນີ້, ຍັງມີ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ມີທ່ານທູດຍີ່ປຸ່ນ ປະຈຳລາວ, ກົງສູນໃຫຍ່, ຜູ້ແທນຈາກບັນດາແຂວງ ສສ ຫວຽດນາມ, ຣາຊະອານາຈັກໄທ, ຣາຊະອານາຈັກກຳປູເຈຍ ແລະ ແຂກບັນດາແຂວງອ້ອມຂ້າງເຂົ້າຮ່ວມ.
ທ່ານ ວິໄລວົງ ບຸດດາຄໍາ ໄດ້ກ່າວເປີດງານວ່າ: ໃນໄລຍະຜ່ານມາພັກ ແລະ ລັດຖະບານ ກໍຄື ແຂວງຈໍາປາສັກ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການສະເຫລີມສະຫລອງ ບຸນນະມັດສະ ການປະສາດຫີນວັດພູຈຳປາສັກ ມໍລະດົກໂລກ ທຸກໆປີ ໃນມື້ຂຶ້ນ 15 ຄໍ່າ ເດືອນ 3 ເຊິ່ງເປັນແຫ່ງອະລິຍະທໍາບູຮານເກົ່າແກ່ທາງດ້ານປະຫວັດສາດ ແລະ ວັດທະນະທໍາຂອງ ຊາດລາວເຮົາ ແມ່ນກຸ່ມສະຖານບູຮານທີ່ຖືກຮັບຮູ້ ແລະ ມີຊື່ສຽງມາເປັນເວລາຫລາຍພັນປີ, ຖືກສ້າງຂຶ້ນໃນລະຫວ່າງ ສະຕະວັດທີ VII ແລະ ຖືກຮັບຮອງຈົດເຂົ້າທະບຽນມໍລະດົກໂລກໂດຍອົງການ UNESCO ໃນປີ 2001. ຍ້ອນພວກເຮົາ ເຫັນໄດ້ຄຸນຄ່າອັນໂດດເດັ່ນ ຄືດັ່ງກ່າວ, ລັດຖະບານ ແລະ ອຳນາດການປົກຄອງແຂວງ ໄດ້ເອົາໃຈໃສ່ປົກປັກຮັກສາ, ບູລະນະ ແລະ ປະຕິສັງຂອນໃຫ້ເພີ່ມຄຸນຄ່າມໍລະດົກຍິ່ງຂຶ້ນຕະຫລອດມາ ໂດຍດຶງດູດການຊ່ວຍເຫລືອແຫລ່ງທຶນທັງພາຍໃນ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດເພື່ອນມິດ ໃນໂລກຢ່າງກວ້າງຂວາງ, ຈຶ່ງມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາກາບໄຫວ້, ສຶກສາຄົ້ນຄວ້າ, ທ່ອງທ່ຽວນັບມື້ນັບເພີ່ມຂຶ້ນໃນແຕ່ລະປີ.
ສະເພາະ ໃນບຸນນະມັດສະການຜາສາດຫີນວັດພູຈຳປາສັກ ປີນີ້ ມີການແຫ່ຜະສາເຜິ້ງ, ຕົ້ນກາລະພຶກ ແລະ ສະແດງສິນລະປະ ຈາກ 9 ເມືອງ, ນະຄອນ ແລະ ບັນດາພະແນກການ, ມີຈຳນວນຮ້ານຄ້າ ທີ່ໄດ້ເຂົ້າຮ່ວມວາງ ສະແດງຫລາຍກວ່າ 250 ຮ້ານ ເຊິ່ງສິນຄ້າທີ່ເປັນເອກະລັກວັດພູ ກໍຄື ບັງເຂົ້າຫລາມໃຫຍ່ ຕົ້ມໄກ່ໃສ່ໄຂ່ມົດແດງ.ນອກຈາກນັ້ນ, ຍັງມີຜະລິດຕະພັນອາຫານພື້ນບ້ານ, ຜະລິດຕະພັນຫັດຖະກຳໄມ້ປ່ອງ, ຜະລິດຕະພັນເຄື່ອງຊ່ຽນທີ່ລະນຶກ, ຜະລິດຕະພັນກະສິກຳທ້ອງຖິ່ນ ແລະ ຮ້ານວາງສະແດງສີສິນຄ້າອື່ນໆ, ການຈັດບຸນນະມັດສະການຜາສາດຫີນ ວັດພູຈຳປາສັກ ປະຈຳປີ 2023 ແມ່ນແນໃສເພື່ອຮັກສາຮີດຄອງປະເພນີ, ວັດທະນະທຳ ແລະ ຕິດພັນກັບການຈັດງານທາງພຸດທະສາສະໜາ ເພື່ອຮັກສາຮີດຄອງປະເພນີ, ວັດທະນະທຳ ອັນດີງາມຂອງຊາດ ຂອງທ້ອງຖິ່ນຈຳປາສັກພວກເຮົາ. ພິເສດ ປີນີ້ ໄດ້ມີການຈັດຕັ້ງພັກ-ລັດ ພະແນກການຂອງແຂວງ, 9 ເມືອງ, ນະຄອນປາກເຊ ແລະ ຄອບຄົວການນຳຂັ້ນສູນກາງ, ຄອບຄົວທ່ານເຈົ້າແຂວງຈຳປາສັກ, ພ້ອມດ້ວຍນັກທຸລະກິດ ໄດ້ເປັນເຈົ້າພາບເຈົ້າສັດທາ ຮ່ວມກັນສ້າງກອງບຸນຂຶ້ນ 15 ກອງ ເພື່ອອຸທິດສ່ວນບຸນ, ສ່ວນກຸສົນເຖິງບັນພະບູລຸດ, ພໍ່ແມ່, ຄູບາອາຈານ, ເຈົ້າຖິ່ນເຈົ້າຖານ, ເຈົ້າແມ່ທໍລະນີ, ເຈົ້າກໍານາຍເວນ ເພື່ອເປັນສິລິມຸງຄຸນ.
ຂ່າວ: ທັດຊະນະ