ຖວທ ຫາລືຮ່ວມກັນແກ້ໄຂບັນຫາສຽງເນື່ອງນັນຈາກຮ້ານບັນເທີງ-ຮ້ານກິນດື່ມ ແລະ ຮ້ານອາຫານ ທີ່ເປີດກາຍໂມງ

ຖວທ ຫາລືຮ່ວມກັນແກ້ໄຂບັນຫາສຽງເນື່ອງນັນຈາກຮ້ານບັນເທີງ-ຮ້ານກິນດື່ມ ແລະ ຮ້ານອາຫານ ທີ່ເປີດກາຍໂມງ - IMG 1025 - ຖວທ ຫາລືຮ່ວມກັນແກ້ໄຂບັນຫາສຽງເນື່ອງນັນຈາກຮ້ານບັນເທີງ-ຮ້ານກິນດື່ມ ແລະ ຮ້ານອາຫານ ທີ່ເປີດກາຍໂມງ
ຖວທ ຫາລືຮ່ວມກັນແກ້ໄຂບັນຫາສຽງເນື່ອງນັນຈາກຮ້ານບັນເທີງ-ຮ້ານກິນດື່ມ ແລະ ຮ້ານອາຫານ ທີ່ເປີດກາຍໂມງ - kitchen vibe - ຖວທ ຫາລືຮ່ວມກັນແກ້ໄຂບັນຫາສຽງເນື່ອງນັນຈາກຮ້ານບັນເທີງ-ຮ້ານກິນດື່ມ ແລະ ຮ້ານອາຫານ ທີ່ເປີດກາຍໂມງ

ວັນທີ 2 ກຸມພາ 2023 ນີ້, ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບພະແນກຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ (ຖວທ ນວ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງທຸລະກິດທ່ອງທ່ຽວ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມທີ່ເກີດຂຶ້ນ ຢູ່ນະຄອນຫລວງວຽງຈັນ (ນວ). ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມສິລະປະວັດທະນະທຳ, ທ່ານ ໄຊສົມບັດ ບຸນນະຜົນ ຮອງຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນວ.

ໂອກາດນີ້, ທ່ານ ນາງ ວິໄລວອນ ຈັນທະລາຕີ ໄດ້ກ່າວວ່າ: ເພື່ອພ້ອມກັນສຸມໃສ່ປຶກສາຫາລືແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຮ້ານອາຫານ, ຮ້ານບັນເທີງ, ຮ້ານກິນດື່ມ ແລະ ອື່ນໆ ທີ່ກໍໃຫ້ເກີດສຽງເນື່ອງນັນລົບກວນປະຊາຊົນທີ່ຢູ່ໃກ້ຄຽງ, ທັງເວລາເປີດ-ປິດຂອງບັນດາຮ້ານບັນເທີງທີ່ຍັງມີການເປີດກາຍໂມງກາຍເວລາທີ່ໄດ້ຮັບອະນຸຍາດ. ພ້ອມນັ້ນກໍເພື່ອປຶກສາຫາລືໃນການແກ້ໄຂບັນຫາການເກີດປະກົດການຫຍໍທໍ້ທາງດ້ານຕ່າງໆ ໂດຍສະເພາະບັນຫາການການນຳໃຊ້ຢາເສບຕິດທີ່ເກີດຂຶ້ນຢູ່ບາງສະຖານບັນເທີງ, ມີຄວາມເອກະພາບໃນການຮ່ວມກັນແກ້ໄຂໃຫ້ການປະສານງານລະຫວ່າງ ພະແນກ ຖວທ ນວ ແລະ ເຈົ້າໜ້າທີ່ໃຫ້ມີຄວາມສອດຄ່ອງຂຶ້ນ.

ນອກນີ້ທຸກພາກສ່ວນກ່ຽວຂ້ອງກໍໄດ້ຮ່ວມກັນພິຈາລະນາ ແລະ ປັບປຸງນິຕິກຳທີ່ຈັດຕັ້ງປະຕິບັດຜ່ານມາເພື່ອໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ ແລະ ຈະນຳຄຳເອົາຄຳຄິດເຫັນຕ່າງໆທີ່ໄດ້ຈາກການປຶກສາຫາລືໃນຄັ້ງນີ້ນຳມາຂຽນເປັນນິຕິກຳລະອຽດສະເໜີຕໍ່ຂັ້ນເທິງພິຈາລະນາເພື່ອເພີ່ມປະສິດທິຜົນໃນການຄຸ້ມຄອງຫົວໜ່ວຍທຸລະກິດດັ່ງກ່າວ.

 

ຖວທ ຫາລືຮ່ວມກັນແກ້ໄຂບັນຫາສຽງເນື່ອງນັນຈາກຮ້ານບັນເທີງ-ຮ້ານກິນດື່ມ ແລະ ຮ້ານອາຫານ ທີ່ເປີດກາຍໂມງ - 4 - ຖວທ ຫາລືຮ່ວມກັນແກ້ໄຂບັນຫາສຽງເນື່ອງນັນຈາກຮ້ານບັນເທີງ-ຮ້ານກິນດື່ມ ແລະ ຮ້ານອາຫານ ທີ່ເປີດກາຍໂມງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!