ປີ 2023 ສັບພະບັນຫາທີ່ຕ້ອງຜ່ານຜ່າຕໍ່ສິ່ງທ້າທາຍທັງພາຍໃນພາຍນອກ


ໂດຍ: ທິດກໍ່າ
ພາຍຫລັງປິດກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງ ໃນວັນທີ 20 ມັງກອນ 2023 ຜ່ານມາ, ທ່ານ ນາງ ທິບພະກອນ ຈັນທະວົງສາ ໃນຖານະຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ເປັນໂຄສົກລັດຖະບານ ກໍໄດ້ອອກມາຖະແຫລງເຖິງຜົນສໍາເລັດຂອງກອງປະຊຸມດັ່ງກ່າວວ່າ: ໃນປີ 2023 ຈະສືບຕໍ່ສູ້ຊົນຮັກສາສະຖຽນລະພາບທາງດ້ານເສດຖະກິດ-ການເງິນ ແລະ ເງິນຕາໃຫ້ມີຄວາມໝັ້ນທ່ຽງ, ເດັດຂາດບໍ່ໃຫ້ຕົກຢູ່ໃນຂັ້ນວິກິດ ໄປຄຽງຄູ່ກັບການປະຕິບັດບັນດາຄາດໝາຍການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ.
ເພື່ອບັນລຸເປົ້າໝາຍທີ່ກໍານົດໄວ້ນັ້ນ ໄດ້ວາງໜ້າວຽກຈຸດສຸມເຖິງ 10 ໜ້າວຽກຄື:
- ສືບຕໍ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ.
- ເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ເປັນຕົ້ນເກັບລາຍຮັບໃຫ້ໄດ້ຕາມແຜນ ຫລື ເກີນແຜນ, ປະຕິບັດບັນດານິຕິກໍາທີ່ລັດຖະບານໄດ້ວາງອອກໃຫ້ມີຜົນສັກສິດ, ຈໍາກັດການຮົ່ວໄຫລລາຍຮັບງົບປະມານ, ເພີ່ມທະວີການປະຢັດຕ້ານການຟຸມເຟືອຍ, ແກ້ໄຂໜີ້ສິນສາທາລະນະ, ຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ, ສະໜອງນໍ້າມັນເຊື້ອໄຟ, ສົ່ງເສີມການນໍາໃຊ້ເງິນກີບ.
- ສືບຕໍ່ປະຕິຮູບລັດວິສາຫະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
- ປັບປຸງກົນໄກອໍານວຍຄວາມສະດວກໃນການດໍາເນີນທຸລະກິດ, ສົ່ງເສີມການລົງທຶນ.
- ຈັດສັນແຫລ່ງທຶນ ສົ່ງເສີມຜູ້ປະກອບການຜະລິດພາຍໃນຕິດພັນກັບການປຸງແຕ່ງສິນຄ້າ ເພື່ອທົດແທນການນໍາເຂົ້າ.
- ເພີ່ມຄວາມເອົາໃຈໃສ່ປະເມີນຄວາມຄືບໜ້າວຽກຈຸດສຸມການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.
- ຊຸກຍູ້ປຸກລະດົມສ້າງສະຕິໃຫ້ທຸກພາກສ່ວນທົ່ວສັງຄົມພ້ອມກັນປະຕິບັດແນວທາງນະໂຍບາຍການປະຢັດ, ເພິ່ງຕົນເອງ ກຸ້ມຕົນເອງ ແລະ ຍົກສູງນໍ້າໃຈຮັກຊາດ.
- ສືບຕໍ່ເອົາໃຈໃສ່ປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ, ຈັດສັນໂກຕາລັດຖະກອນໃໝ່, ມີນະໂຍບາຍຕໍ່ຄູ-ແພດໝໍອາສາ ໂດຍສະເພາະຜູ້ເຮັດວຽກຫລາຍປີໃນເຂດຫ່າງໄກສອກຫລີກ ແລະ ບັນຫາອື່ນໆ, ສະໜອງອຸປະກອນການຮຽນ-ການສອນ ແລະ ອື່ນໆ.
- ສືບຕໍ່ພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນ.
- ກະກຽມເນື້ອໃນ ເພື່ອລາຍງານກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະແມ່ນສະຫລຸບກາງສະໄໝສະຫລຸບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ລວມທັງກະກຽມກອງປະຊຸມຮ່ວມລັດຖະບານກັບສະພາແຫ່ງຊາດ. ນອກຈາກນັ້ນ ກໍຍັງມີວຽກຫລາຍຢ່າງທີ່ພົວພັນເຊື່ອມໂຍງຕິດຫ້ອຍໃນແຕ່ລະຂົງເຂດວຽກງານບໍລິຫານປະເທດຊາດ.
ສະຫລຸບແລ້ວ, ໃນປີ 2023 ລັດຖະບານຕ້ອງໄດ້ຜ່ານຜ່າຫລາຍບັນຫາ, ຫລາຍໜ້າວຽກ ແລະ ຍັງຕ້ອງຜະເຊີນສິ່ງທ້າທາຍຕ່າງໆ ທັງພາຍໃນ ແລະ ພາຍນອກ ເປັນຕົ້ນບັນຫາພາຍໃນທີ່ແກ້ບໍ່ທັນຕົກ ກໍຄືເງິນກີບເຟີ້, ລາຄາສິນຄ້ານັບມື້ຖີບຕົວສູງຂຶ້ນ, ເສດຖະກິດມະຫາພາກຍັງຢູ່ໃນຂັ້ນບອບບາງ. ສ່ວນພາຍນອກນັ້ນ ແມ່ນຄວາມຂັດແຍ່ງລະຫວ່າງມະຫາອຳນາດທີ່ຈະມາກະທົບ. ອັນທີ່ພົ້ນເດັ່ນທີ່ສຸດກໍໄດ້ຄວາມຂັດແຍ່ງທາງດ້ານຜົນປະໂຫຍດຈົນພາໃຫ້ເກີດສົງຄາມ, ເສດຖະກິດເກີດການຜັນຜວນ, ການຜະລິດວັດຖຸດິບ, ວັດຖຸອຸປະກອນ, ນໍ້າມັນ, ອາຍແກັສມີປະລິມານຫລຸດລົງ ແຕ່ຄວາມຕ້ອງການຂອງມະນຸດໂລກພັດຫລາຍຂຶ້ນ. ຖ້າຜູ້ບໍລິຫານຂອງປະເທດບໍ່ມີວິໄສທັດ, ບໍ່ສະດຸ້ງໄວ, ມົວເມົານໍາແຕ່ຜົນປະໂຫຍດຂອງຕົນເອງ ແລະ ພວກພ້ອງ ຜົນຕາມມາປະຊາຊົນຈະລໍາບາກ.
ເຖິງຢ່າງໃດກໍດີ, ພວກເຮົາຍັງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ລັດຖະບານດ້ວຍຄວາມຈົງຮັກພັກດີ ແລະ ຄາດວ່າຈະສາມາດຜ່ານຜ່າທຸກອຸປະສັກຫຍຸ້ງຍາກນາໆປະການ.