ອະຫິວາລະບາດຢູ່ນີເຊຣີ ມີຜູ້ເສຍຊີວິດ 14 ຄົນ

- 1504407717953 960x0 - ອະຫິວາລະບາດຢູ່ນີເຊຣີ ມີຜູ້ເສຍຊີວິດ 14 ຄົນ
- kitchen vibe - ອະຫິວາລະບາດຢູ່ນີເຊຣີ ມີຜູ້ເສຍຊີວິດ 14 ຄົນ

ກະຊວງ​ສາທາລະນະ​ສຸກ​ນີ​ເຊຣີລາຍ​ງານ​ວ່າ: ມີ​ຜູ້​ເສຍ​ຊີວິດ 14 ຄົນ​ຈາກ​ອະຫິ​ວາລະ​ບາດ​ທາງ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ ​ເຊິ່ງສ່ວຫລາຍ​ອາ​ໄສ​ຢູ່​ໃນ​ຄ້າຍ​ຜູ້​ບໍ່​ມີ​ບ່ອນຢູ່​ຈາກ​ກຸ່ມ​ຕິດ​ອາວຸດ​ໂບ​ໂກ​ຮາຣາມກໍ່​ຄວາມ​ຮຸນ​ແຮງ.

ຖະ​ແຫລ​ງການ​ກະຊວງ​ສາທາ​ລະນະ​ສຸກ​ນີ​ເຊຣີ ລະບຸ​ວ່າ: ​ມາ​ຮອດ​ເດືອນ​ກັນຍາ ມີ​ລາຍ​ງານ​ຜູ້​ເສຍ​ຊີວິດ 14 ຄົນ ​ແລະ ສົງ​ໄສ​ວ່າ​ຕິດ​ເຊື້ອອະຫິວາ 186 ຄົນ ​ໂດຍ​ຜູ້​ປ່ວຍ ​ແລະ ຜູ້​ເສຍ​ຊີວິດ​ສ່ວນ​ຫລາຍ​ຢູ່​ຄ້າຍ​ມູນາ​ກາຣາ ສູນ​ອາ​ໄສ​ສຳລັບ​ຜູ້​ບໍ່​ມີ​ບ່ອນຢູ່​ຈາກ​ຄວາມຮຸນ​ແຮງ​ຊານ​ເມືອງ​ໄມ​ດູ​ກູຣີ ​ເມ​ືອງ​ເອກ​ຂອງ​ລັດ​ບໍ​ໂນ​ພື້ນທີ່​ກຸ່ມ​ຕິດ​ອາວຸ​ດ​ໂບ​ໂກ​ຮາຣາມ ​ເຊິ່ງກໍ່​ຄວາມ​ຮຸນ​ແຮງ ​ແລະ ການ​ສູ້​ຮົບ​ຕະຫລອດ 8 ປີຜ່ານມາ, ປະຊາຊົນ​ບໍ່​ມີ​ບ່ອນຢູ່​ປະມານ 2,6 ລ້ານ​ຄົນ ​ແລະ ​ເສຍ​ຊີວິດ 20.000 ຄົນ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນີ​ເຊຣີ.

- Visit Laos Visit SALANA BOUTIQUE HOTEL - ອະຫິວາລະບາດຢູ່ນີເຊຣີ ມີຜູ້ເສຍຊີວິດ 14 ຄົນ
- 4 - ອະຫິວາລະບາດຢູ່ນີເຊຣີ ມີຜູ້ເສຍຊີວິດ 14 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!