ປີ 2022 ແຂວງໄຊຍະບູລີ ເກັບລາຍຮັບພາຍໃນໄດ້ 1.197,28 ຕື້ກີບ ລື່ນແຜນການວາງໄວ້


ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊະບູລີ, ຜູ້ຊີ້ນໍາວຽກງານເສດຖະກິດ-ສັງຄົມ ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງຄັ້ງທີ 8 ສະໄໝທີ VII, ໃນວັນທີ 24 ມັງກອນ 2023 ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2022 ແລະທິດທາງແຜນ ການປີ 2023 ໃຫ້ຮູ້ວ່າ: ການປະຕິບັດລາຍຮັບໃນປີ 2022 ໄດ້ທັງໝົດ 1.197,28 ຕື້ກີບ, ປະຕິບັດລື່ນມະຕິສະພາ 6,4%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 14,4%. ໃນນີ້, ລາຍຮັບມອບໃຫ້ສູນກາງ ປະຕິບັດໄດ້ 920,34 ຕື້ກີບ, ລື່ນແຜນ 3,3%, ລາຍຮັບພາຍໃນແຂວງປະຕິບັດໄດ້ 277,5 ຕື້ກີບ, ລື່ນແຜນການ 18,3%, ດ້ານລາຍຈ່າຍປະຕິບັດໄດ້ 536,49 ຕື້ກີບ, ດ້ານການດຸ່ນດ່ຽງງົບປະມານປະຕິບັດໄດ້ 293,64 ຕື້ກີບ, ປະຕິບັດລື່ນແຜນ 3,30%, ສາມາດລະດົມທຶນທົ່ວສັງຄົມໄດ້ທັງໝົດ 2.903,14 ຕື້ກີບລື່ນແຜນການ 0,18% ຂອງແຜນການ. ສຳລັບ ທຶນຂອງລັດໄດ້ທັງໝົດ 90,46 ຕື້ກີບເທົ່າກັບ 62,43%, ທຶນຊ່ວຍເຫລືອທາງການເພື່ອການພັດທະນາປະຕິບັດໄດ້ 49 ໂຄງການມູນຄ່າ 10,99 ລ້ານໂດລາສະຫະລັດ ຫລື ເທົ່າກັບ 186,38 ຕື້ກີບ, ສາມາດດຶງດູດ ທຶນເອກະຊົນພາຍໃນແລະຕ່າງປະເທດ ປະຕີບັດໄດ້ 1.886,34 ຕື້ກີບ ລື່ນແຜນການ 8,49%.
ທ່ານ ສົມຈິດ ຈັນທະວົງ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການປີ 2023 ນີ້ ຈະສືບຕໍ່ຍູ້ແຮງການພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດຄຸນນະພາບ, ສີຂຽວ ແລະ ຍືນຍົງ ທີ່ສອດຄ່ອງກັບທ່າແຮງຂອງຂະແໜງການ, ອົງການແລະທ້ອງຖິ່ນ, ສູ້ຊົນເກັບລາຍຮັບລະດົມທຶນເພື່ອພັດທະນາໃຫ້ໄດ້ 25% ຂອງ GDP, ສູ້ຊົນເກັບລາຍຮັບໃຫ້ໄດ້ 1.514,73 ຕື້ກີບ, ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 499,29 ຕື້ກີບ ແລະ ດຸນໃຫ້ສູນກາງ 5,44 ຕື້ກີບ.