ການຫ້າມຈູດຂີ້ເຫຍື້ອໃນຕົວເມືອງໃນໄລຍະຜ່ານມາ ເຖິງວ່າຈະມີລະບຽບການສັ່ງຫ້າມຂອງອຳນາດການປົກ ຄອງ ແລະ ຂະແໜງການກ່ຽວຂ້ອງຕ່າງໆມາຫລາຍແລ້ວ, ແຕ່ປາກົດການຫຍໍ້ທໍ້ດັ່ງກ່າວຍັງປາກົດມີໃຫ້ເຫັນ ນັບ ທັງຢູ່ຄຸ້ມບ້ານຊານເມືອງ ແລະ ສຳນັກງານອົງການ, ໂຮງຮຽນ, ໂຮງໝໍ ກໍຄືວັດວາອາຮາມຕ່າງໆ ເຊິ່ງການປະພຶດ ດັ່ງກ່າວນອກຈາກຈະມີຄວາມສ່ຽງກໍ່ໃຫ້ເກີດອັກຄີໄພແລ້ວ, ຄວັນຂີ້ເຫຍື້ອດັ່ງກ່າວຍັງສົ່ງຜົນກະທົບຕໍ່ສິ່ງແວດ ລ້ອມ ແລະ ສຸຂະພາບຂອງປະຊາຊົນຜູ້ຢູ່ໃກ້ຄຽງນຳອີກ ເຊິ່ງບັນຫານີ້ແມ່ນເກີດມາຈາກຄວາມຂີ້ຄ້ານມັກງ່າຍຂອງ ຄົນຈຳນວນໜຶ່ງ ແລະ ບັນຫາໜຶ່ງອີກກໍມາຈາກລົດເກັບມ້ຽນຂີ້ເຫຍື້ອໃນຕົວເມືອງທີ່ໄດ້ມີສັນຍາສະເພາະກັບແຕ່ ລະຄອບຄົວດ້ວຍລະບຸເປັນເຂັ້ງຂີ້ເຫຍື້ອ, ຖ້າກາຍຈຳນວນທີ່ໄດ້ຕົກລົງກັນແລ້ວແມ່ນເພິ່ນຈະບໍ່ເກັບເອົາຂີ້ເຫຍື້ອ ດັ່ງກ່າວ, ເມື່ອເປັນແນວນັ້ນ ຜູ້ເປັນເຈົ້າຂອງກໍຕ້ອງຫາວິທີກຳຈັດດ້ວຍການຈູດເຜົາ ຫລືບໍ່ກໍຕ້ອງມີວິທີລັກລອບ ຖິ້ມຂີ້ເຫຍື້ອໃນຈຸດດິນເປົ່າຫວ່າງຫ່າງໄກສາຍຕາມວນຊົນ ແລະ ອື່ນໆ.
ຕໍ່ສະພາບດັ່ງກ່າວ ຈຶ່ງເຮັດໃຫ້ຂໍ້ຫ້າມຈູດຂີ້ເຫຍື້ອໃນຕົວເມືອງຍັງບໍ່ເປັນຜົນດີເທົ່າທີ່ຄວນ ແລະ ເພື່ອຢາກ ແກ້ໄຂບັນຫານີ້ ເບື້ອງອຳນາດການປົກຄອງບ້ານກໍຈະຕ້ອງໄດ້ເຮັດວຽກງານສຶກສາອົບຮົມ ເພື່ອປູກຈິດສຳນຶກ ໃຫ້ເຂົາເຈົ້າໃນການກຳຈັດຂີ້ເຫຍື້ອທີ່ປອດໄພ, ພ້ອມນັ້ນ ຜູ້ເຮັດໜ້າທີ່ຮັກສາຄວາມສະອາດຮັບເໝົາເກັບມ້ຽນຂີ້ ເຫຍື້ອໃນຕົວເມືອງກໍຕ້ອງມີນະໂຍບາຍໃດໜຶ່ງ ເພື່ອຊ່ວຍກັນແກ້ໄຂ, ຖ້າບ່ອນໃດບ້ານໃດຫາກມີຂີ້ເຫຍື້ອອັ່ງອໍ ຫລາຍ. ທັງໝົດນີ້ກໍເພື່ອຄວາມສະອາດຈົບງາມຂອງຕົວເມືອງເຮັດໃຫ້ການປະຕິບັດຄຳຂວັນ ສ.ສະອາດ ປາກົດ ຜົນເປັນຈິງຫລາຍຂຶ້ນ.